(vovworld) - ຕອນເຊົ້າວັນທີ 26/09, ທ່ານນາງປະທານສະພາ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 26 – 27/09/2016. ການຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເພື່ອແນໃສ່ສືບຕໍ່ພັດທະນາການພົວພັນທີ່ເປັນມູນເຊື້ອອັນຍາວນານ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ
ຫງວຽນທິກີມເງິນ ເລີ່ມຕົ້ນການຢ້ຽມຢາມ ລາວ
ຫງວຽນທິກີມເງິນ ເລີ່ມຕົ້ນການຢ້ຽມຢາມ ລາວ


ທ່ານນາງ ຫງວຽນທິກີມເງິນ ມອບຂອງຂວັນໃຫ້ສະຖານທູດ
ຫວຽດນາມ ປະຈຳ ລາວ
ຫວຽດນາມ ປະຈຳ ລາວ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໂອ້ລົມກັບ
ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ

ທ່ານນາງ ຫວຽນທິກີມເງິນ ຕັດຜາແທບເປີດງານວາງສະແດງ
ທາງໂຮ່ຈີມິນແຫ່ງເທບນິຍາຍໃນດິນແດນລາວ,ໄລຍະ 1961-1975

ທ່ານນາງ ຫງວຽນທິກີມເງິນ ພົບປະກັບທ່ານ ບຸນຍັງ ວໍລະຈິດ

ທ່ານນາງ ຫງວຽນທິກີມເງີນ ພົບປະເຈລະຈາກັບທ່ານນາງ ປານີ ຢາທໍ່ຕູ້

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ
ເຂົ້າຮ່ວມກອງປະຊຸມສຳມະນາຫົວເລື່ອງສະເພາະ“ການຄຸ້ມຄອງຫນີ້ສາທາລະນະ”

ທ່ານນາງ ຫງວຽນທິກີມເງິນ ພົບປະກັບທ່ານ ໄຊສົມພອນ ພົມວິຫານ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ