ວັນທີ 01 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການປະທະກັນ ກັບ ອີຣານ ອາດຈະສິ້ນສຸດພາຍໃນເວລາ 2 – 3 ອາທິດຈະມາເຖິງ ແລະ ເລື່ອງຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງນ້ຳມັນຜ່ານຊ່ອງແຄບທະເລ Hormuz ຈະໂດຍບັນດາປະເທດອື່ນຮັບຜິດຊອບ. ຄຳຖະແຫຼງດັ່ງກ່າວ ໂດຍທ່ານເຈົ້າຂອງທຳນຽບຂາວຍົກອອກມາໃນສະພາບການທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຂຶ້ນວ່າ ສົງຄາມນີ້ຈະສົ່ງຜົນກະທົບຕໍ່ລາຄານ້ຳມັນ ແລະ ໄພເງິນເຟີ້.
ໃນການຖະແຫຼງຂ່າວຢູ່ທຳນຽບຂາວ, ເມື່ອໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບແຜນການຫຼຸດລາຄານໍ້າມັນທີ່ພວມຢູ່ໃນລະດັບສູງ ຍ້ອນການປະທະກັນຂອງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ ໄດ້ກ້າວເຂົ້າສູ່ເດືອນທີ 2, ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: “ໝົດທຸກຢ່າງທີ່ຂ້າພະເຈົ້າຕ້ອງເຮັດ ແມ່ນຖອນອອກຈາກ ອີຣານ ແລະ ພວກຂ້າພະເຈົ້າ ຈະເຮັດສິ່ງເຫຼົ່ານັ້ນໃນໄລຍະເວລາໄວທີ່ສຸດ”. ເຈົ້າຂອງທຳນຽບຂາວໃຫ້ຂໍ້ສັງເກດວ່າ ເລື່ອງຖອນກຳລັງ ຈະດຳເນີນພາຍໃນເວລາ 2 – 3 ອາທິດຈະມາເຖິງ ແລະ ລາຄານ້ຳມັນຈະຫຼຸດລົງຢ່າງແຮງ.
ເມື່ອຖືກຖາມວ່າ ອີຣານ ຈະຕ້ອງບັນລຸໄດ້ຂໍ້ຕົກລົງເພື່ອໃຫ້ ອາເມລິກາ ຢຸດຕິບັ້ນການທະຫານດັ່ງກ່າວຫຼືບໍ່ນັ້ນ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ອາເມລິກາ ຈະຖອນກຳລັງ ກໍຕໍ່ເມື່ອຕີລາຄາເຫັນວ່າ ອີຣານ ບໍ່ອາດສາມາດພັດທະນາອາວຸດນິວເຄຼຍໄດ້ອີກ, ບໍ່ວ່າ ຈະບັນລຸໄດ້ຂໍ້ຕົກລົງຫຼືບໍ່.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ