ທ່ານ​ຜູ້​ຟັງ, ຜູ້​ອ່ານ​ທີ່​ເຄົາ​ລົບ!

ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮ​ັບ​ໃຊ້ ແລະ ສ້າງ​ໜ້າ​ເວັບ​ສະ​ເພາະ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ - ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV5) ຂໍ​ແຈ້ງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໜ້າ​ເວັບ​ໃໝ່​ຂອງ​ເວັບ​ໄຊ​ເອ​ເລັກ​ໂຕ​ນິກ https://vovworld.vn/

ນັບ​ແຕ່​ເວ​ລາ 0:00 ນາ​ທີ ວັນ​ທີ 01 ເມ​ສາ ​ຈະ​ນຳ​ໃຊ້ໜ້າ​ເວັບ​ໃໝ່​ ແລະ ທີ່​ຢູ່​ເຂົ້າ​ເວັບ​ບໍ່​ມີ​ການ​ປ່ຽນ​ແປງ​ຫຍັງ (ຍັງ​ແມ່ນ https://vovworld.vn/).

ການ​ປ່ຽນ​ແປງ​ດັ່ງ​ກ່າວບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ດ້ານ​ເນື້ອ​ໃນ, ຄຸນ​ນະ​ພາບ​ຂອງ​ແຫຼ່ງ​ຂໍ້​ມູນ ກໍ​ຄື​ບັນ​ດາ​ຄໍ​ລຳ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ພວມ​ຕິດ​ຕາມ. ຂໍ້​ມູນ​, ບົດ​ຂຽນທັງ​ໝົດ​ຈະ​ໄດ້​ຮັກ​ສາ​ໄວ້​ເໝືອນ​ເດີມ ແລະ ສືບ​ຕໍ່​ໄດ້​ອັບ​ເດດ​ຢ່າງ​ຄົ​ບ​ຖ້ວນ, ທັ​ນ​ການ​ໃນ​ໜ້າ​ເວັບ​ໃໝ່.

ໃນ​ໜ້າ​ເວັບ​ໃໝ່​ນີ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ມີ​ບັນ​ດາ​ລາຍ​ການ​ໃໝ່, ຄື: Podcast, E-magazine, Inforgraphic…

ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ ຂໍ​ຂອບ​ໃຈ​ຕໍ່​ການ​ຮ່ວມ​ເດີນ​ທາງ, ກໍ​ຄື​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ທ່ານ​ຜູ້​ຟັງ, ຜູ້​ອ່ານໃນ​ຕ​ະ​ຫຼອດ​ໄລ​ຍະ​ຜ່ານ​ມາ ແລະ ຫວັງ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.