ຕອນເຊົ້າວັນທີ 01 ເມສາ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທີ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານຈັດຕັ້ງ ແລະ ພະນັກງານ. ເຂົ້າຮ່ວມກອງປະຊຸມມີທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ.
ທີ່ກອງປະຊຸມ, ທ່ານ ຮວ່າງຈູງຢຸງ, ຮອງຫົວໜ້າປະຈຳການຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດາຂໍ້ຕົກລົງຂອງກົມການເມືອງ (ວັນທີ 30 ມີນາ 2026) ກຳນົດກ່ຽວກັບພາລະບົດບາດ, ໜ້າທີ່, ກົງຈັກການຈັດຕັ້ງຂອງສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ, ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ໂທລະພາບ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ. ບັນດາຂໍ້ຕົກລົງຊີ້ແຈ້ງວ່າ ນີ້ແມ່ນບັນດາຫົວໜ່ວຍພາກລັດຂອງຄະນະບໍລິຫານງານສູນກາງພັກ, ຢູ່ພາຍໃຕ້ການຊີ້ນຳນຳພາໂດຍກົງ ແລະ ເປັນປະຈຳຂອງກົມການເມືອງ, ຂອງຄະນະເລຂາທິການສູນກາງພັກ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ ຮ່າໂນ້ຍ ໄດ້ຈັດກອງປະຊຸມທາງໄກມອບ - ສົ່ງໜ່ວຍຈັດຕັ້ງພັກ ແລະ ສະມາຊິກພັກລະຫວ່າງຄະນະພັກລັດຖະບານ ແລະ ຄະນະພັກບັນດາອົງການພັກສູນກາງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າປາດຖະໜາວ່າ ບັນດາສະຫາຍຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ບັນດາຜົນງານທີ່ໄດ້ຮັບການຮັບຮູ້, ສືບຕໍ່ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້. ນີ້ແມ່ນຄວາມມຸ່ງມາດປາດຖະໜາຫຼາຍທີ່ສຸດຂອງພວກຂ້າພະເຈົ້າ, ນັ້ນແມ່ນ ຍາມໃດກໍ່ຮັກສານ້ຳໃຈສາມັກຄີເປັນເອກະພາບ, ເຖິງວ່າຢູ່ໃສຈະນອນຢູ່ຊາຍຄາລວມຂອງພັກກອມມູນິດ ຫວຽດນາມ, ຢູ່ໃສກໍ່ຮັບໃຊ້ປະຊາຊົນ ດ້ວຍໜ້າທີ່ຄວາມຮັບຜິດຊອບສູງສຸດ ແລະ ມີປະສິດທິຜົນດີທີ່ສຸດ”.
ເລື່ອງຈັດຍ້າຍ 5 ອົງການຂຶ້ນກັບລັດຖະບານ ໄປເປັນຫົວໜ່ວຍຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແມ່ນມີຄວາມໝາຍສຳຄັນຍິ່ງ, ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງພັກ ໃນການສືບຕໍ່ປ່ຽນແປງໃໝ່ຮູບແບບການຊີ້ນຳນຳພາ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ