ວັນ​ທີ 30 ມີ​ນາ, ທ່ານ​ນາງ ຟ້າມ​ທິ​ທູ​ເຮືອງ, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ເກຼັກ ໄດ້​ມີ​ການ​ພົບ​ປະ​ ແລະ ເຮັດ​ວຽກ​ກັບ​ທ່ານ Athanasios Plevris, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອົບ​ພະ​ຍົບ ແລະ ລີ້​ໄພ ເກຼັກ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະ​ຫວ່າງ 2 ປະ​ເທດ.

ທີ່​ການ​ພົບ​ປະ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ນາງ​ ຟ້າມ​ທິ​ທູ​ເຮືອງ ໃຫ້​ຮ້​ູ​ວ່າ ຫວຽດ​ນາມ ປ​າດ​ຖະ​ໜາ​ຢາກ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານລະ​ຫວ່າງ 2 ປະ​ເທດໂດຍ​ໄວ ເພື່ອ​ສ້າງ​ຂອບ​ເຂດ​ໃຫ​້​ແກ່​ວິ​ວັດ​ການ​ຮ່ວມ​ມື ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ ກໍ​ຄື​ຮັບ​ປະ​ກັນ​ສິດ​ທິ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຜ​ູ້​ອອກ​ແຮງ​ງານ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ຂອງ 2 ຝ່າຍ.

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Athanasios Plevris ໃຫ້​ຮູ້​ວ່າ ເກຼັກ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມມື ແລະ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ແຮງ​ງານ​ກັບ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ ຫວຽດ​ນາມ, ເພື່ອ​ພາ​ຜູ້​ອອກ​ແຮງ​ງານ​ຕ່າງ​ປະ​ເທດມາ​ຍັງ​ ເກຼັກ ເຮັດ​ວຽກ​​ຢ່​າງຖືກ​ຕ້ອງ​ຕາມ​ກົດ​ໝາຍ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ເຕີບ​​ໂຕ ແລະ ພັດ​ທະ​ນາ​ປະ​ເທດ​ເສດ​ຖະ​ກິດ​ປະ​ເທດ​ຊາດ.