ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ໄທ (1976 -2026), ວັນ​ທີ 31 ມີ​ນາ, ຮອບຊິງ​ຊະ​ນະ​ເລີ​ດການ​ເສັງ​ເວົ້າ​ພາ​ສາ ຫວຽດ ດ້ວຍ​ຫົວ​ຂໍ້ “ເລື່ອ​ງລາວ ຫວຽດ​ນາມ ຂອງ​ຂ້າ​ພະ​ເຈົ້າ” ໄດ້​ຈັດ​ຂຶ້ນ​ຢູ່​ທ່າມ​ກາງ​ນັກ​ສຶກ​ສາ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລຢູ່ ໄທ.

ຈາກມະ​ຫາວ​ິ​ທະ​ຍາ​ໄລ 8 ແຫ່ງ​ໃນ​ທົ່ວ​ປະ​ເທດ ໄທ, ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ການ​ເສັງ​ໄດ້​ນຳ​ເອົາ “ເລື່ອ​ງລາວ ຫວຽດ​ນາມ” ສະ​ເພາະ​ຂອງ​ຕົນມາ​ເຂົ້າ​ຮ່ວມ. ການ​ເສັງ​ດ້ວຍ​ການ​ສະ​ແດງ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຄື ດີດ​ພິນ​ສາຍ​ດຽວ (ພິນ ເບົ່າ), ຟ້ອນ​ຕຸກ​ກະ​ຕາ “ເຕິມ​ກາມ” ຕະ​ຫຼອດ​ຮອດ​ການ​ແບ່ງ​ປັນ “ນ້ຳ​ປາ ຝູ​ກວັກ” ຫຼື “ແນວ​ຄິດ​ຄອບ​ຄົວ​ຊາວ ຫວຽດ​ນາມ”.

ທ່ານ ຟ້າມ​ຫວຽດ​ຮຸ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໄທ, ເນັ້ນ​ໜັກ​ວ່າ:

“ພວກ​ເພື່​ອນ​ໄດ້​ນຳ​ເອົາ​ບັ​ນ​ດາ​ສີ​ສັນ​ທີ່​ອຸ​ດົມ​ສົມ​ບຸນ​ມາ​ເວ​ທີ​ສະ​ແດງໃນມື້ນີ້. ຂ້າ​ພະ​ເຈົ້າ​ເຊ​ື່ອ​ໝັ້ນ​ວ່າ ພ້ອມ​ກັບ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື, ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ​່ຽນ​ທີ່​ໃກ້​ຊິດ​ຄື​ແນ​ວນີ້​ຈະ​ເປັນປັ​ດ​​ໄຈເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມີ​ຄວາມ​ສະໜິດ​ຕິດ​ພັນ​ ແລະ ຍືນ​ຍົງ​ກວ່າ”.