ຫັນວຽກງານປ້ອງກັນ, ຕ້ານໄພທຳມະຊາດເປັນທັນສະໄໝ, ຕອບສະໜອງຄວາມຕ້ອງການໃນສະພາບການຮ້າຍແຮງ; ລົງທຶນການສ້າງຕາແສງ, ເຂດພິເສດໃຫ້ເຂັ້ມແຂງໃນການປ້ອງກັນ, ຕ້ານໄພທຳມະຊາດ. ນີ້ແມ່ນການຊີ້ນຳຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ທີ່ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໄພທຳມະຊາດໃນປີ 2026 ທີ່ຈັດຂຶ້ນໃນຕອນບ່າຍວັນທີ 01 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີຕ້ອງໄຈ້ແຍກບັນດາບົດຮຽນ, ປະສົບການໃນໄລຍະຜ່ານມາ ເພື່ອມີມາດຕະການແກ້ໄຂ, ເພື່ອຮັບມືຢ່າງທັນການໃນໄລຍະຈະມາເຖິງ.
“2 ປີຜ່ານມາ, ພວກເຮົາໄດ້ມີບົດຮຽນ, ປະສົບການຫຼາຍຢ່າງ, ນັ້ນແມ່ນເດັດດ່ຽວຍົກຍ້າຍປະຊາຊົນກ່ອນທີ່ສະພາບການຈະຜັນຜວນສັບສົນຂຶ້ນຕື່ມ. ບົດຮຽນໃນການແກ້ໄຂຜົນຮ້າຍຍ້ອນຫຼັງ, ຖືເອົາຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ນ້ຳໃຈຮັກຊາດ… ເພື່ອກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນທີ່ຖືກຜົນສະທ້ອນຍ້ອນໄພທຳມະຊາດໃນທັນທີ. ພິເສດແມ່ນບົດຮຽນກ່ຽວກັບການຊີ້ນຳ, ນຳພາຢ່າງທັນການ”.
ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກການຄາດຄະເນກ່ຽວກັບສະພາບໄພທຳມະຊາດວ່າ ຈະນັບມື້ນັບສືບຕໍ່ມີການປ່ຽນແປງທີ່ຜິດປົກກະຕິ, ຮ້າຍແຮງ, ສະນັ້ນ, ເປົ້າໝາຍແມ່ນຮັບປະກັນຄວາມປອດໄພ, ຊີວິດອິນຊີ, ການດຳລົງຊີວິດຂອງປະຊາຊົນ, ຫຼຸດຜ່ອນຄວາມເສຍຫາຍໃຫ້ຢູ່ໃນລະດັບຕ່ຳສຸດ…
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ