|
ແຂວງ ລາວກາຍ ປຸກລະດົມວັນບຸນປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່ (ພາບ: nhandan.com.vn) |
ການເຄື່ອນໄຫວດັ່ງກ່າວແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບຜົນປະໂຫຍດຂອງການປູກຕົ້ນໄມ້ເປັນປ່າ, ປະກອບສ່ວນສ້າງນະຄອນໃຫ້ພັດທະນາຢ່າງຮອບດ້ານ, ໝັ້ນຄົງຍາວນານ, ຮັບປະກັນສິ່ງແວດລ້ອມເຂດຕົວເມືອງໃຫ້ຂຽວ, ສະອາດ ແລະ ສວຍງາມ.
ຢູ່ຫຼາຍທ້ອງຖິ່ນ, ຫົວໜ່ວຍຂອງແຂວງ ລາວກາຍ ກໍ່ເລີ່ມປຸກລະດົມວັນບຸນປູກຕົ້ນໄມ້ຍາມຕົ້ນລະດູບານໃໝ່ ໃນບັນຍາກາດເປີດບ່ານມ່ວນຊື່ນ. ຄາດວ່າຈະມີຕົ້ນໄມ້ 4 ແສນຕົ້ນຈະໄດ້ປູກໃນໂອກາດນີ້.
ແລະກໍ່ໃນວັນທີ 11 ກຸມພາ, ຢູ່ເຂດປູຊະນີຍະສະຖານ ວິຫານ ຮຸ່ງ, ແຂວງ ຟຸທໍ້ ກໍ່ໄດ້ຈັດພິທີປູກລະດົມວັນບຸນ “ປູກຕົ້ນໄມ້ຄິດຮອດຄິດເຖິງລຸ່ງໂຮ່ ຕະຫຼອດໄປ” ລະດູບານໃໝ່ປີກຸນ 2019. ຕາມນັ້ນແລ້ວ, ປີ 2019 ແຂວງ ຟຸທໍ້ ຈະປູກຕົ້ນໄມ້ກວ່າ 463 ໝື່ນຕົ້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
