ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 61 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ຫາກໍ່​ສິ້ນ​ສຸດ​ລົງ​ຢູ່ ເຊີ​ແນວ ພາຍ​ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 6 ອາ​ທິດ (ແຕ່​ວັນ​ທີ 23 - ກຸມ​ພາ - 31 ມີ​ນາ), ສ້າງ​ຂີດ​ໝາຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ຂອງ ຫວຽດ​ນາມ ໃນ​ສະ​ພາບ​ການ​ໂລກທີ່​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ.

ໃນ​ຕະ​ຫຼອດ​ຊຸດກອງ​ປະ​ຊຸມ, ຄະ​ນະ​ຜ​ູ້​ແທນ ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການໃຫ້​​ຄຳ​ປຶກ​ສາ ແລະ ຮັບ​ຟັງຄຳ​ຄິດ​ເຫັນ​ຕໍ່​ມະ​ຕິ 38 ສະ​ບັບ, ພ້ອມ​ກັນ​ນັ້ນ​ກໍ່ ຜັນ​ຂະ​ຫຍາຍ 2 ຂໍ້​ລິ​ເ​ລີ່ມ​ພົ້ນ​ເດັ່ນ. ທີ 1, ຫວຽດ​ນາມ ສ້າງ ແລະ ສະ​ເໜີ​​ບົດຄຳ​ເຫັນ​ລວມ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDGs), ພ້ອມ​ກັບ​ການ​ຮ່ວມ​ອຸ​ປະ​ຖຳ​ຂອງ 67 ປະ​ເທດ. ທີ 2, ຫວຽດ​ນາມ ເປັນ​ປະ​ທານ​ຮ່ວມ​ເຫດ​ການນອກກອງ​ປະ​ຊຸມ​ພ້ອມ​ກັບ ສ.ເກົາ​ຫຼີ, ຍີ່​ປຸ່ນ ແລະ ໄທ ກ່ຽວ​ກັບ​ຜົນ​ສະ​ທ້ອນ​​ຕໍ່​ກັບສິດ​ທິ​ມະ​ນຸດຂອງ​ການ​ສໍ້​ໂກງ​ທາງ​ໄຊ​ເບີ. ນອກນັ້ນ, ຫວຽດ​ນາມ ຍັງ​ເປັນ​ປະ​ທານ​ການ​ສ້າງ ແລະ ສະ​ເໜີ​ບົດ​ຄຳ​ເຫັນ​ລວມ​ຂອງ ອາ​ຊຽນ ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເງິນ​ສຳ​ລັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່​ສອດ​ຄ່ອງ​ກັບ​ບັນ​ດາ​ພັນ​ທະ​ກ່ຽວ​ກັບ​ສິດ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ກໍ່​ມີ​ບັນ​ດາ​ບົດ​ກ່າວ​ປາ​ໄສ​ແຫ່ງ​ຊາດ​ຢູ່​ຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ສຳ​ຄັນ​ຂອງກອງ​ປະ​ຊຸມ.

ກອງ​ປະ​ຊຸມ​ຄັ້ງ​ນີ້ບັນ​ລຸ​ໄດ້​ຫຼາຍ​ໝາກ​ຜົນ​ພົ້ນ​ເດັ່ນ, ລວມ​ມີ​ການ​ຈັດ​ບັນ​ດາ​ວາ​ລະ​ປະ​ຊຸມ​ຂັ້ນ​ສູງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສ​ູງ​ຂອງ​ບັນ​ດາ​ປະ​ເທດກວ່າ 120 ທ່ານ, ປຶກ​ສາ​ຫາ​ລື ແລະ ພິ​ຈາ​ລະ​ນາມະ​ຕິ 38 ສະ​ບັບ, ຈັດ​ຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສິດ​ທິ​ມະ​ນຸດ​ທີ່​ສຳ​ຄັນ, ແລະ ​​ເຮັດ​ສຳ​ເລັດຜ່ານລະ​ບຽບ​ການ​ ​ໝາກ​ຜົນ​ການສຳຫຼວດກວດກາ​ຄືນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR) ຮອບ​ວຽນ 4 ຂອງ 13 ປະ​ເທດ.