ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: VOV/The White House) |
ທ່ານ Joe Biden ໄດ້ຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນ 2021, ເຊິ່ງກາຍເປັນປະທານາທິບໍດີຄົນທີ 46 ໃນປະຫວັດສາດຂອງ ອາເມລິກາ. ພາຍຫຼັງໄລຍະ 4 ປີ, ທ່ານ Joe Biden ຈະມອບຕຳແໜ່ງນີ້ໃຫ້ທ່ານ Donald Trump ໃນວັນທີ 20 ມັງກອນຈະມາເຖິງ.
ສະພາບການເສດຖະກິດທີ່ເປັນໜ້າຊື່ນຊົມ
ໃນບົດກ່າວປາໄສໃນວັນທີ 10 ມັງກອນຢູ່ທຳນຽບຂາວ, ທ່ານປະທານາທິບໍ Joe Biden ຄັດສະເໜີຫຼາຍຕົວເລກເພື່ອຢັ້ງຢືນທ່ານໄດ້ເຮັດໃຫ້ອາເມລິກາ ມີພື້ນຖານເສດຖະກິດທີ່ເຂັ້ມແຂງກ່ວາຫຼາຍເມື່ອທຽບໃສ່ກັບເວລາກ່ອນນີ້ 4 ປີ. ລະອຽດແມ່ນ, ໃນໄລຍະ 4 ປີ ກຳອຳນາດຂອງທ່ານ Joe Biden, ປະເທດ ອາເມລິກາ ໄດ້ສ້າງວຽກເຮັດງານໃຫ້ປະຊາຊົນຕື່ມອີກ 16,6 ລ້ານຄົນ, ນຳອັດຕາຜູ້ວາງງານລົງລະດັບຕ່ຳແມ່ນ 4,1%. ອຳນາດການປົກຄອງຂອງທ່ານ Joe Biden ກໍ່ຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ ທີ່ໄດ້ຮັບການຕີລາຄາວ່າມີລັກສະນະບາດລ້ຽວຕໍ່ພື້ນຖານເສດຖະກິດອາເມລິກາ ດ້ວຍຄຳໝັ້ນສັນຍາຈະນຳໃຊ້ຈຳນວນເງິນຂຶ້ນເຖິງນັບພັນຕື້ USD, ຜ່ານນັ້ນຊ່ວຍອາເມລິກາ ຍູ້ແຮງການຜະລິດພາຍໃນປະເທດຄືນໃໝ່, ດຶງດູດບັນດາກຸ່ມບໍລິສັດໃຫຍ່ຕ່າງປະເທດ, ມີການລົງທຶນໃໝ່ໃຫ້ແກ່ພື້ນຖານໂຄງລ່າງ, ພ້ອມທັງປົກປ້ອງບັນດາຂົງເຂດເຕັກໂນໂລຢີປາຍແຫຼມທີ່ມີ ສຳຄັນຢູ່ລະດັບຍຸດທະສາດ.
ບັນດາລະບົບເສດຖະກິດການເງິນສາກົນໃໝ່ເກືອບທັງໝົດລວ້ນແຕ່ຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດ ອາເມລິກາ. ໃນຂໍ້ສັງເກດຫຼ້າສຸດທີ່ໄດ້ຍົກອອກມາໃນວັນທີ 10 ມັງກອນ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ ໄດ້ຕີລາຄາວ່າ ເສດຖະກິດ ອາເມລິກາ ພວມມີຫຼາຍສິ່ງດີກ່ວາເມື່ອທຽບໃສ່ກັບການຄາດຄະເນ, ມີຄວາມເປັນໄປໄດ້ສູງວ່າ ການເຕີບໂຕໃນປີກາຍນີ້ຢູ່ລະດັບ 2,8% ແລະ 2,2% ໃນປີນີ້, ສູງກ່ວາຫຼາຍເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດໃຫຍ່ອື່ນໆໃນໂລກ. ເຖິງຢ່າງໃດກໍຕາມ, ທ່ານ Jeremi Suri, ສາດສະດາຈານ ປະຫວັດສາ ແລະ ການປົກຄອງສາທາລະນະຢູ່ໂຮງຮຽນການປົກຄອງສາທາລະນະ Lyndon.B.Johnson (LBJ), ຂຶ້ນກັບມະຫາວິທະຍາໄລ Texas ຢູ່ Austin (ອາເມລິກາ), ຖືວ່າ ທ່ານປະທານາທິບໍດີ Joe Biden ບໍ່ຮູ້ວິທີການໃຊ້ຜົນສຳເລັດທາງດ້ານເສດຖະກິດທີ່ເປັນໜ້າຊື່ນຊົມນັ້ນເພື່ອສ້າງໄດ້ຖານະດ້ານການເມືອງທີ່ໃຫຍ່ກ່ວາໃຫ້ແກ່ຕົນເອງ ແລະ ພັກປະຊາທິປະໄຕ, ພິເສດແມ່ນໃນໄລຍະຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ ທີ່ຜ່ານມາ.
ທ່ານ Joe Biden ບໍ່ຮູ້ວິທີການເຮັດໃຫ້ບັນດາສິ່ງທີ່ເພິ່ນເຮັດໄດ້ພົ້ນເດັ່ນຂຶ້ນ. ເພິ່ນບໍ່ຮູ້ວິທີການເລົ່າເລື່ອງລາວກ່ຽວກັບເສດຖະກິດ ຫຼືກ່ຽວກັບສຳພັນທະມິດຝ່າຍຕາເວັນຕົກ. ສົມມຸດວ່າ ແມ່ນທ່ານ Ronald Reagan ຫຼື ທ່ານ Bill Clinton ໃນສະພາບການຄ້າຍຄືກັນ ແນ່ນອນວ່າ ເຂົາເຈົ້າຈະຮູ້ວິທີການເຮັດໃຫ້ຜົນງານນີ້ພົ້ນເດັ່ນຂຶ້ນ.
ຜົນງານດ້ານການຕ່າງປະເທດທີ່ມີຄວາມໂຕ້ຖ້ຽງກັນ
ໄປຄຽງຄູ່ກັບເສດຖະກິດ, ການຕ່າງປະເທດແມ່ນຂົງເຂດໃຫຍ່ທີ່ຮັບຮູ້ຫຼາຍຂີດໝາຍຂອງອຳນາດການປົກຄອງທ່ານປະທານາທາບໍດີ Joe Biden. ຕ່າງກັນກັບວິທີການສຳຜັດທີ່ມີລັກສະນະສ່ວນຕົນ ໃນໄລຍະກຳອຳນາດຄັ້ງທຳອິດຂອງທ່ານປະທານາທາບໍດີ Donald Trump (2016-2020),ເມື່ອກຳອຳນາດ 4 ປີກ່ອນ, ທ່ານປະທານາທິບໍດີ Joe Biden ໄດ້ເຊີດຊູການແຊກແຊງຂອງອາເມລິກາເຂົ້າ ໃນບັນດາບັນຫາໃຫຍ່ທີ່ມີລັກສະນະທົ່ວໂລກ, ນັບແຕ່ບັນດາການປະທະກັນດ້ານພູມສາດການເມືອງຕະຫຼອດຮອດບັນດາບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຖືການກໍ່ສ້າງ ແລະ ປັບປຸງການພົວພັນກັບບັນດາປະເທດພັນທະມິດແມ່ນເສົາຄ້ຳສຳຄັນໃນນະໂຍບາຍການຕ່າງປະເທດ. ກ່າວຄຳເຫັນທີ່ກະຊວງການຕ່າງປະເທດອາເມລິກາ ໃນວັນທີ 13 ມັງກອນ, ທ່ານປະທານາທິບໍດີ Joe Biden ຢັ້ງຢືນວ່າ ວິທີການສຳຜັດນີ້ໄດ້ຊ່ວຍອາເມລິກາ ກັບຄືນບົດບາດນຳພາໃນບາງບັນຫາທົ່ວໂລກ, ພ້ອມທັງສ້າງ ຫຼາຍການພົວພັນສຳພັນທະມິດທີ່ສຳຄັນອື່ນໆໃຫ້ແກ່ອາເມລິກາ.
ກ່ອນເວລາຂ້າພະເຈົ້າຂຶ້ນກຳອຳນາດ, ມີພຽງແຕ່ 9 ປະເທດພັນທະມິດ NATO ຈ່າຍ 2% GDP ໃຫ້ແກ່ການປ້ອງກັນຊາດ. ຕົວເລກນີ້ໃນປັດຈຸບັນແມ່ນ 23ປະເທດ. ຢູ່ມະຫາສະໝຸດອິນເດຍປາຊີຟິກ, ພວກເຮົາຊຸກຍູ້ບັນດາການພົວພັນຄູ່ຮ່ວມມືຢ່າງແຮງກ່ວາ ແລະ ສ້າງການພົວພັນກັບບັນດາຄູ່ຮ່ວມມືໃໝ່. ພວກເຮົາເຮັດໄດ້ສິ່ງທີ່ບໍ່ມີຫຼາຍຄົນຄິດວ່າສາມາດເຮັດໄດ້ ນັ້ນແມ່ນສ້າງການພົວພັນຄູ່ຮ່ວມມື ສາມຝ່າຍລະຫວ່າງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
ເຖິງຢ່າງໃດກໍຕາມ, ການໃຫ້ຂໍ້ສັງເກດກ່ຽວກັບຜົນງານດ້ານການຕ່າງປະເທດຂອງອຳນາດການປົກຄອງທ່ານ Joe Biden ບໍ່ແມ່ນເລື່ອງ່າຍດາຍ. ຕາມທ່ານນາງ Nadia Brown , ສາດສະດາຈານກ່ຽວກັບລັດຖະບານ ຢູ່ມະຫາວິທະຍາໄລ Georgetown (ອາເມລິກາ) ແລ້ວ, ໂດຍບໍ່ຫົວຊາຕໍ່ບັນດາບາດກ້າວທີ່ເປັນໜ້າສົນໃຈໃນການປັບປຸງບົດບາດຂອງອາເມລິກາ ຢູ່ພາກພື້ນ ມະຫາສະໝຸດອິນເດຍ ປາຊີຟິກ, ການເກີດການປະທະກັນໃຫຍ່ທີ່ສຸດໃນຫຼາຍທົດສະວັດຜ່ານມາ ຢູ່ຢູແກຼນ ແລະ ເຂດກາ ຍັງກໍ່ຜົນກະທົບຢ່າງແຮງຕໍ່ວິທີການຕີລາຄາຂອງອາເມລິກາ ພາຍໃຕ້ອາຍຸການກຳອຳນາດຂອງທ່ານ Joe Biden. ທ່ານນາງ Nadia Brown ໃຫ້ຂໍ້ສັງເກດວ່າ, ບັນດາຄວາມມານະພະຍາຍາມບັນລຸຄຳສັ່ງຢຸດຍິງຢູ່ເຂດ ກາຊາໃນຊຸມວັນທ້າຍອາຍຸການກຳອຳນາດຍິ່ງສະແດງໃຫ້ເຫັນວ່າອຳນາດການປົກຄອງຂອງທ່ານ Joe Biden ຕົກເຂົ້າສູ່ສະພາບຈົນຕາແຈຄືແນວໃດໃນຕະຫຼອດໄລຍະຍາວ, ເຖິວວ່າການປະທະກັນຢູ່ເຂດກາຊາ ກໍ່ຜົນເສຍຫາຍທີ່ຮ້າຍແຮງໃຫ້ແກ່ສາມັນຊົນປາແລັດສະຕິນກໍ່ຕາມ. ໃນຂະນະນັ້ນ, ສຳລັບການປະທະກັນຢູ່ຢູແກຼນ, ການຢຶດໝັ້ນສະໜັບສະໜູນ ຢູແກຼນ ແລະ ບໍ່ຊຸກຍູ້ບັນດາຄວາມມານະພະຍາຍາມເຈລະຈາກັບ ລັດເຊຍ ໄດ້ເຮັດໃຫ້ອຳນາດການປົກຄອງຂອງທ່ານ Joe Biden ພວມປະໄວ້ບັນຫາທີ່ຫຍຸ້ງຍາກໃຫ້ແກ່ອຳນາດການປົກຄອງຊຸດຕໍ່ໄປ, ດ້ວຍຄວາມສ່ຽງເຮັດໃຫ້ບັນຫາເພີ່ມຂຶ້ນເຖິງລະດັບບໍ່ສາມາດຄວບຄຸມໄດ້.
ສຳລັບຖານະບົດບາດທີ່ຮອບດ້ານຂອງປະເທດ ອາເມລິກາ ໃນການແກ້ງແຍ້ງກັນດ້ານພູມີສາດການເມືອງທົ່ວໂລກ, ທ່ານປະທານາທິບໍດີ Joe Biden ກໍ່ຢັ້ງຢືນວ່າ ທ່ານໄດ້ປະໄວ້ໃຫ້ແກ່ປະທານາທິບໍດີຄົນຕໍ່ໄປ ປະເທດອາເມລິກາ ທີ່ມີຄວາມເຂັ້ມແຂງກ່ວາ. ເຖິງຢ່າງໃດກໍຕາມ, ມີນັກຊ່ຽວຊານຫຼາຍຄົນຖືວ່າ ບັນດາທ່າແຮງນີ້ ອາດຈະຖືກຫຼົງລື່ມຢ່າງວ່ອງໄວ ເມື່ອອຳນາດການປົກຄອງຊຸດໃໝ່ຂອງທ່ານ Donald Trump ໄດ້ສະແດງໃຫ້ເຫັນວິທີການສຳຜັດໃໝ່ທີ່ແຕກຕ່າງກັນ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ການປ້ອງກັນຄວາມໝັ້ນຄົງຂອງປະເທດອາເມລິກາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
