ພິທີມອບໃບຢັ້ງຢືນອະນຸຍາດການລົງທຶນໃຫ້ບໍລິສັດ LG Innotek VietNam. ພາບ. VOV |
ໃນກາງເດືອນມິຖຸນາ ຜ່ານມາ, ນະຄອນໄດ້ຈັດບັນດາກິດຈະກຳສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ ແລະ ຍີ່ປຸ່ນ. ໃນໄລຍະດຳເນີນການເຄື່ອນໄຫວຄັ້ງນີ້, ຜູ້ຕາງໜ້າການນຳ ນະຄອນ ຫາຍຟ່ອງ ໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນໃຫ້ແກ່ບັນດາໂຄງການໃໝ່ ແລະ ດັດປັບການເພີ່ມທຶນຂອງບັນດານັກລົງທຶນ ສ.ເກົາຫຼີ ດ້ວຍຍອດຈຳນວນເງິນລົງທຶນ 230 ລ້ານ USD. ພິເສດ, ນະຄອນ ຫາຍຟ່ອງ ແລະ ບັນດານັກລົງທຶນ ແລະ ວິສາຫະກິດ ສ.ເກົາຫຼີ ກໍ່ໄດ້ລົງນາມໃນສັນຍາຮ່ວມມື ດ້ວຍຍອດຈຳນວນເງິນລົງທຶນເຖິງ 1,5 ຕື້ USD; ໃນນັ້ນມີບົດບັນທຶກຄວາມເຂົ້າໃຈກັບກຸ່ມບໍລິສັດ LG Innotek ສ.ເກົາຫລີ.
ພາຍຫຼັງການໄປປະຕິບັດງານດັ່ງກ່າວ, ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ໄດ້ສຳເລັດການອອກໃບຢັ້ງຢືນຈົດທະບຽນການລົງທຶນ ດັດປັບການເພີ່ມທຶນໃຫ້ບໍລິສັດ LG Innotek ຫວຽດນາມ ຈຳກັດ ຢູ່ນະຄອນ ຫາຍຟ່ອງ ດ້ວຍຍອດຈຳນວນເງິນລົງທຶນ 1 ຕື້ USD, ພຽງ 3 ວັນພາຍຫຼັງໄດ້ຮັບຄຳສະເຫນີຈາກເຈົ້າຂອງລົງທຶນ. ໂຄງການເພີ່ມທຶນຂອງ LG Innotek ໄດ້ເຮັດໃຫ້ຍອດຈຳນວນທຶນ FDI ຂອງນະຄອນ ຫາຍຟ່ອງ ໃນ 6 ເດືອນຕົ້ນປີນີ້ຂຶ້ນເຖິງເກືອບ 2 ຕື້ USD (ບັນລຸ 99% ຂອງແຜນການປີ). ທ່ານ Cho Ji Tea, ຮອງປະທານກຸ່ມ LG Innotek ສ.ເກົາຫຼີ ກ່າວວ່າ:
“ຂ້າພະເຈົ້າເປັນຜູ້ອໍານວຍການໃຫຍ່ຜູ້ທຳອິດຂອງ LG Innotek ຫວຽດນາມ ໄລຍະ 2017-2020, ໃນໄລຍະເຮັດວຽກຢູ່ທີ່ນີ້, ພວກຂ້າພະເຈົ້າຍາມໃດກໍ່ໄດ້ຮັບການໜູນຊ່ວຍຈາກບັນດາການນຳ, ພະແນກ, ຂະແຫນງການຂອງນະຄອນ ຫາຍຟ່ອງ. ໃນໄລຍະຜ່ານມາ, LG Innotek ໄດ້ພັດທະນາຢ່າງໝັ້ນຄົງ ແລະ ບັນລຸໄດ້ບັນດາໝາກຜົນຫຼາຍຢ່າງຢູ່ ນະຄອນ ຫາຍຟ່ອງ ດ້ວຍ 2 ໂຮງງານເຄື່ອນໄຫວຢ່າງມີປະສິດທິຜົນ. ພວກຂ້າພະເຈົ້າຫວັງວ່າຈະສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ອໍານວຍຄວາມສະດວກຈາກນະຄອນຫາຍຟ່ອງ ເພື່ອໃຫ້ໂຮງງານແຫ່ງທີ 3 ຂອງພວກຂ້າພະເຈົ້າຈະສໍາເລັດໃນໄວໆນີ້ ແລະ ສືບຕໍ່ພັດທະນາຢູ່ ນະຄອນ”.
ທ່ານ Chen Chi Liang, ຜູ້ອຳນວຍການໃຫຍ່ ບໍລິສັດ Pegatron Viet Nam ຈຳກັດ (ໄຕ້ຫວັນ, ຈີນ) ໃຫ້ຮູ້ວ່າ: ພາຍຫລັງໄປສຳຫລວດຫລາຍແຫ່ງແລ້ວ, ວິສາຫະກິດ ໄດ້ຕົກລົງເລືອກເຟັ້ນເຂດອຸດສາຫະກຳ DEEP C ຫາຍຟ່ອງ ເພື່ອລົງທຶນກໍ່ສ້າງໂຮງງານທີ 14 ໃນທົ່ວໂລກ.
“ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກ ຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ. ໃນເວລາສັ້ນໆ, ພວກຂ້າພະເຈົ້າໄດ້ກໍ່ສ້າງໂຮງງານສຳເລັດ ແລະ ນຳເຂົ້າໃຊ້ການ. ປະຈຸບັນ, ພວກຂ້າພະເຈົ້າພວມວາງແຜນການສືບຕໍ່ເປີດກວ້າງການລົງທຶນຢູ່ແຂວງ ຫາຍຟ່ອງ. ບາງລູກຄ້າຢູ່ ເອີຣົບ ແລະ ອາເມລິກາ ໄດ້ມາປຶກສາຫາລືການຮ່ວມມືກັບພວກຂ້າພະເຈົ້າ; ເຂົາເຈົ້າມີຄວາມສົນໃຈຫຼາຍຕໍ່ລະບົບການສະຫນອງເອເລັກໂຕຣນິກ ແລະ ຮ່ວມມືເພື່ອພ້ອມກັນພັດທະນາ”.
ນັບແຕ່ນີ້ຮອດປີ 2025, ຫາຍຟ່ອງ ຈະກໍ່ສ້າງ ແລະ ສ້າງສຳເລັດເຂດອຸດສາຫະກຳອີກ 15 ແຫ່ງ, ກຽມພ້ອມທີ່ຈະຕ້ອນຮັບນັກລົງທຶນ. ພ້ອມກັນນັ້ນ, ນະຄອນກໍ່ພວມມີການປ່ຽນໃຫມ່ ແລະ ພັດທະນາກຳລັງແຮງພາຍໃນຢ່າງບໍ່ຢຸດຢັ້ງ ດ້ວຍການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດເພື່ອດຶງດູດແຫຼ່ງກຳລັງແຮງງານ, ພິເສດແມ່ນຄົນງານທີ່ມີຄຸນນະພາບສູງ. ຕາມທ່ານ ເລຈູງກຽນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດ ຫາຍຟ່ອງ ແລ້ວ, ການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນບັນດາບຸລິມະສິດຂອງນະຄອນເພື່ອດຶງດູດນັກລົງທຶນ:
"ຫາຍຟ່ອງ ພວມສ້າງຫຼາຍກົນໄກ ແລະ ນະໂຍບາຍເພື່ອດຶງດູດ ແລະ ຮັກສາຄົນງານ. ໄລຍະຈະມາເຖິງ, ນະຄອນຈະມີນະໂຍບາຍໜູນຊ່ວຍຜູ້ອອກແຮງງານຊື້ເຮືອນຢູ່ສັງຄົມ. ຫາຍຟ່ອງ ຍັງມີນະໂຍບາຍຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນທີ່ເປັນລູກຫຼານຂອງຄົນງານຈາກແຂວງຕ່າງໆທີ່ມາເຮັດວຽກຢູ່ທີ່ນີ້ ແລະ ສ້າງຄອບຄົວ. ມີຫຼາຍກົນໄກ ແລະ ນະໂຍບາຍໂຮມເຂົ້າກັນເພື່ອສ້າງລະບົບນິເວດໃຫ້ແກ່ຜູ້ອອກແຮງງານ”.
ການນຳຫາຍຟ່ອງ ຢັ້ງຢືນ: ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ພາບ:VOV |
ການນຳນະຄອນ ຫາຍຟ່ອງ ກຳນົດວ່າ: ໜຶ່ງໃນບັນດາໜ້າທີ່ຕົ້ນຕໍ ແລະ ວິທີແກ້ໄຂເພື່ອພັດທະນາເສດຖະກິດແມ່ນເປັນເຈົ້າການໃນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໂດຍມີການຄັດເລືອກ, ສອດຄ່ອງກັບການກຳນົດທິດໂຄງປະກອບເສດຖະກິດ ແລະ ຄວາມຕ້ອງການພັດທະນາແບບຍືນຍົງ. ທ່ານ ເລຕຽນເຈົາ, ເລຂາຄະນະພັກນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:
“ນະຄອນຫາຍຟ່ອງ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ; ສຸມໃສ່ການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນບັນດາກິດຈະກຳພື້ນຖານໂຄງລ່າງທີ່ມີລັກສະນະເຊື່ອມຕໍ່ເຂດ. ນະຄອນຍາມໃດກໍ່ຍິນດີຕ້ອນຮັບນັກລົງທຶນ ແລະ ໃຫ້ຄຳຫມັ້ນສັນຍາຈະເປັນຈຸດນັດພົບທີ່ດີສໍາລັບນັກລົງທຶນ. ນະຄອນກໍ່ເອົາໃຈໃສ່ເປັນພິເສດ ແລະ ຖືເປັນສຳຄັນການລົງທຶນຢູ່ກັບທີ່, ຍາມໃດກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນປະຈຸບັນ, ເພື່ອໃຫ້ບັນດານັກລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນທີ່ສຸດ ແລະ ມີເງື່ອນໄຂເປີດກວ້າງຂອບຂະໜາດລົງທຶນ”.
ໃນໄລຍະດຽວກັນຂອງປີກາຍ, ການດຶງດູດທຶນ FDI ຂອງ ຫາຍຟ່ອງ ບັນລຸພຽງເກືອບ 1,1 ຕື້ USD. ດ້ວຍທິດນຳ “ຜົນສຳເລັດຂອງວິສາຫະກິດ ກໍ່ແມ່ນຜົນສຳເລັດຂອງນະຄອນ”, ຫາຍຟ່ອງ ພວມມານະພະຍາຍາມປ່ຽນໃຫມ່ເພື່ອກາຍເປັນ “ຈຸດນັດພົບຜົນສຳເລັດ” ຂອງບັນດາວິສາຫະກິດ ແລະ ນັກລົງທຶນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

