ຕອນ​ເຊົ້າ​ວັນ​ທີ 01 ເມ​ສາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ທີ່ ຮ່າ​ໂນ້ຍ, ໄດ້​ຈັດ​ກອງ​ປະ​ຊຸມ​ປະ​ກາດ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ ແລະ ພະ​ນັກ​ງານ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຟ້າມ​ມິນ​ຈິງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ; ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູ​ນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ.

ທີ່ກອງ​ປ​ະ​ຊຸມ, ທ່ານ ຮ​​ວ່າງ​ຈູງ​ຢຸງ, ຮອງ​ຫົວ​ໜ້າ​​ປະ​ຈຳ​ການຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ຂຶ້ນ​ຜ່ານ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ (ວັນ​ທີ 30 ມີ​ນາ 2026) ກຳ​ນົດ​ກ່ຽວ​ກັບ​ພາ​ລະ​ບົດ​ບາດ, ໜ້າ​ທີ່, ກົງ​ຈັກ​ການ​ຈັດ​ຕັ້ງຂອງ​ສະ​ຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ, ສະ​ຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ, ໂທ​ລະ​ພາບ ຫວຽດ​ນາມ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ. ບັນ​ດາ​ຂໍ້​ຕ​ົກ​ລົງ​ຊີ້​ແຈ້ງວ່າ ນີ້​ແມ່ນ​ບັນ​ດາ​ຫົວ​ໜ່ວຍ​ພາກ​ລັດ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ​ຢູ່ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ໂດຍ​ກົງ ແລະ ເປັນ​ປະ​ຈຳ​ຂອງ​ກົມ​ການ​ເມືອງ, ຂອງ​​ຄະ​ນະ​ເລ​ຂາ​​ທິ​ການສູນ​ກາງ​ພັກ.

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່ ຮ່າ​ໂນ້ຍ ໄດ້​ຈັດ​ກອງ​ປະ​ຊຸມ​ທາງ​ໄກ​ມອບ - ສົ່ງ​ໜ່ວຍ​ຈັດ​ຕັ້ງ​ພັກ ແລະ ສະ​ມາ​ຊິກ​ພັກ​ລະ​ຫວ່າງ​​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ​ຄະ​ນະ​ພັກ​ບັນ​ດາ​ອົງ​ການ​ພັກ​ສູນ​ກາງ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິນ​ຈິງ ເນັ້ນ​ໜັກ​ວ່າ:

“ພວກ​ຂ້າ​ພະ​ເຈົ້າປາດ​ຖະ​ໜາ​ວ່າ ບັນ​ດາ​ສະ​ຫາຍ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ​ບັນ​ດາ​ຜົນ​ງານ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້, ສືບ​ຕໍ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​​ໝາຍໃຫ້. ນີ້​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຫຼາຍ​ທີ່​ສຸດ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ນັ້ນ​ແມ່ນ ຍາມ​ໃດ​ກໍ່​ຮັກ​ສາ​ນ້ຳ​ໃຈ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ, ເຖິງວ່າ​ຢູ່​ໃສ​ຈະນອນ​ຢູ່​ຊາຍ​ຄາ​ລວມ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຢູ່​ໃສ​ກໍ່​ຮັບ​ໃຊ້​ປະ​ຊາ​ຊົນ ດ້ວຍ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ສູງ​ສຸດ ແລະ ມີ​ປະ​ສິດ​ທິ​ຜົນ​ດີ​ທີ່​ສຸດ”.

ເລື່ອງ​ຈັດ​ຍ້າຍ 5 ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ ໄປເປັນ​ຫົວ​ໜ່ວຍ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແມ່ນມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ພັກ ໃນ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ຊີ້​ນຳນຳ​ພາ, ຍົກ​ສູງ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​​ຜົນການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຫຼັກ​ແຫຼ່ງ​ຂອງ​ຊາດ.