ຫ້ອງວາງສະແດງຜະລິດຕະພັນ ຣ້າງດົງ. ພາບ: Ngọc Anh |
“ຣ້າງດົງໄດ້ສ້າງຕັ້ງ 4 ສູນວິທະຍາສາດເຕັກໂນໂລຊີ. ຣ້າງດົງມີໄລຍະຫນຶ່ງໄດ້ສະຫງວນ 20% ກຳໄລຫລັງການເສຍພາສີເພື່ອລົງທຶນການພັດທະນາວິທະຍາສາດເຕັກໂນໂລຊີແລະປ່ຽນໃຫມ່ເຕັກໂນໂລຊີ. ນີ້ແມ່ນວຽກງານຫາຍາກບໍ່ແມ່ນວິສາຫະກິດໃດກໍ່ເຮັດໄດ້. ຣ້າງດົງເຊື້ອເຊີນໄດ້ນັກວິທະຍາສາດຫລາຍທ່ານທີ່ມາຈາກບັນດາສະຖາບັນ, ມະຫາວິທະຍາໄລ, ບັນດາສູນວິທະຍາສາດເຕັກໂນໂລຊີໃຫຍ່ຂອງປະເທດຊາດມາຮ່ວມມືກັບຣ້າງດົງ. ມີນັບພັນຂໍ້ລິເລີ່ມດັດປັບເຕັກນິກ, ນັບພັນໝາກຜົນແຫ່ງການຄົ້ນຄ້ວາໄດ້ນຳມາສະແດງຢູ່ບັນດາວັນບຸນປະດິດຄິດສ້າງກໍ່ຄືບັນດາກອງປະຊຸມວິທະຍາສາດ”.
ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນ ຣ້າງດົງ ໄດ້ສົ່ງອອກຜະລິດຕະພັນ LED ແລະເອເລັກໂຕນິກໄປຍັງບັນດາຕະຫລາດຄື: ຕາເວັນອອກກາງ, ຈີນ, ສ. ເກົາຫລີ, ກູບາ, ສີລັງກາ, ອາເມລິກາ... ຕ່ອງໂສ້ການຜະລິດຟິກນ້ຳຮ້ອນທັນສະໄຫມທີ່ສຸດຢູ່ຫວຽດນາມດ້ວຍກຳລັງຄວາມສາມາດການຜະລິດແມ່ນ 18,5 ລ້ານຜະລິດຕະພັນ/ປີທັງຮັບໃຊ້ການຈຳຫນ່າຍຢູ່ຕະຫລາດພາຍໃນທັງສົ່ງອອກໄປຍັງບັນດາປະເທດຄື: ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ບຣາຊິນ,ປາກິດສະຖານ. ບັນດາປັດໄຈນັ້ນໄດ້ຊ່ວຍໃຫ້ບໍລິສັດປະສົບຜົນສຳເລັດນັ້ນແມ່ນໃຫ້ບຸລິມະສິດຜະລິດບັນດາຜະລິດຕະພັນສີຂຽວ, ເປັນມິດກັບສິ່ງແວດລ້ອມແລະຍູ້ແຮງການຫັນເປັນດິຈີຕອນ. ທ່ານຫງວຽນດວານທັງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງໃຫ້ຮູ້ວ່າ:
“ໂດຍປະຕິບັດລາຍການຫັນເປັນດິຈີຕອນຂອງລັດຖະບານ, ພວກຂ້າພະເຈົ້າໄດ້ປະຕິບັດການຫັນເປັນດິຈີຕອນບໍລິສັດແຕ່ປີ 2020. ພວກຂ້າພະເຈົ້າຫັນປ່ຽນຈາກໂຮງງານຜະລິດອຸດສາຫະກຳແບບເກົ່າ, ຜະລິດດອກໄຟ, ຟິກນ້ຳຮ້ອນກາຍເປັນໂຮງງານອຸດສາຫະກຳເອເລັກໂຕນິກຜ່ານບັນດາຕ່ອງໂສ້ທັນສະໄຫມ. ນີ້ແມ່ນການປ່ຽນແປງໂດຍພື້ນຖານ. ພິເສດພວກຂ້າພະເຈົ້າໄດ້ໝູນໃຊ້ປັນຍາປະດິດເຂົ້າໃນການຜະລິດ”.
ເຂດວາງແນະນຳຜະລິດຕະພັນຂອງ ຣ້າງດົງ. ພາບ:Ngọc Anh |
ປະຈຸບັນ ຣ້າງດົງ ແມ່ນຫນຶ່ງໃນບັນດາວິສາຫະກິດທີ່ມີລະດັບການເຕີບໂຕວ່ອງໄວແລະໝັ້ນຄົງ. ຢູ່ຊ່ວງເວລາຫາກໍ່ຫັນເປັນຫຸ້ນສ່ວນໃນປີ 2004, ບໍລິສັດບັນລຸລາຍຮັບເກືອບ 400 ຕື້ດົ່ງ. ຫລັງຈາກນັ້ນ 20 ປີຄືປີ 2023 ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນໂຄວິດ 19 ແຕ່ຣ້າງດົງຍັງຄົງບັນລຸລາຍຮັບປະທັບໃຈແມ່ນກວ່າ 8.300 ຕື້ດົງ, ເພີ່ມຂຶ້ນກວ່າ 20 ເທົ່າເມື່ອທຽບໃສ່ປີ 2004. ທ່ານຫງວຽນດຶກຫຽນຮອງຫົວຫນ້າຄະນະເສດຖະກິດສູນກາງຖືວ່າ:
“ຣ້າງດົງແມ່ນການພິສູດໃຫ້ແກ່ການພັດທະນາຂອງວິສາຫະກິດພາກເອກະຊົນກາຍເປັນກຳລັງຫນູນສຳຄັນຂອງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ. ຣ້າງດົງໄດ້ສ້າງວັດທະນະທຳການດຳເນີນທຸລະກິດ, ເສີມຂະຫຍາຍຈິດໃຈຊົນຊາດ, ຄວາມຄາດຫວັງພັດທະນາ, ສ້າງການພົວພັນແຮງງານຢ່າງກົມກຽວແລະແທດຈິງລະຫວ່າງວິສາຫະກິດແລະຄົນງານ. ຣ້າງດົງໄດ້ນຳຫນ້າໃນຂົງເຂດຫັນເປັນດິຈີຕອນ, ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ 4”.
ເພື່ອຮັກສາເຄື່ອງໝາຍການຄ້າໃຫຍ່, ຣ້າງດົງໄດ້ເລືອກເອົາຍຸດທະສາດພັດທະນາຢ່າງມີແບບມີແຜນ, ຖືອິດທິພົນດ້ານຄຸນນະພາບແມ່ນແຖວຫນ້າ. ທ່ານຫງວຽນດວານທັງຜູ້ອຳນວຍການໃຫຍ່ບໍລິສັດຫຸ່ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງໃຫ້ຮູ້ວ່າ:
“ຣ້າງດົງວາງຄາດໝາຍຮອດປີ 2025 ກາຍເປັນວິສາຫະກິດເຕັກໂນໂລຊີສູງ, ວິສາຫະກິດນຳຫນ້າດ້ວຍລະດັບການເຕີບໂຕແຕ່ລະປີແມ່ນ 20 – 25%. ຮອດປີ 2030 ນຳເຄື່ອງໝາຍການຄ້າຣ້າງດົງຂຶ້ນລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ລາຍຮັບ 1 ຕື້ USD, ລາຍຮັບສະເລ່ຍ 2.000 USD/ຄົນ/ເດືອນ. ຣ້າງດົງຕ້ອງກ້າວໄປເຖິງວິສາຫະກິດຂອງຊາດ, ດ້ວຍເຄື່ອງໝາຍຫວຽດນາມ”.
ປີ 2024 ບໍລິສັດຫຸ້ນສ່ວນດອກໄຟ, ຟິກນ້ຳຮ້ອນຣ້າງດົງສູ້ຊົນບັນລຸລາຍຮັບ11.000ຕື້ດົ່ງ (ກວ່າ 443 ລ້ານ USD) ເພີ່ມຂຶ້ນ 32% ເມື່ອທຽບໃສ່ປີ 2023, ມອບເຂົ້າງົບປະມານແຫ່ງລັດປະມານ 500 ຕື້ດົ່ງ (ກວ່າ 20 ລ້ານ USD). ປະຈຸບັນບໍລິສັດຫຸ້ນສ່ວນ ດອກໄຟ, ຟິກນ້ຳຮ້ອນຣ້າງດົງໄດ້ຈັດເຂົ້າອັນດັບ TOP 500 ວິສາຫະກິດໃຫຍ່ທີ່ສຸດຫວຽດນາມ, TOP 10 ວິສາຫະກິດນຳຫນ້າໃນການຜັນຂະຫຍາຍເຕັກໂນໂລຊີ, TOP 25 ເຄື່ອງໝາຍການຄ້ານຳຫນ້າ. ຜະລິດຕະພັນຂອງຣ້າງດົງໄດ້ພິຊິດຕະຫລາດສາກົນ, ນຳວິສາຫະກິດບືນຕົວຂຶ້ນອອກສູ່ລະດັບພາກພື້ນແລະສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

