ໂດຍຕັ້ງຢູ່ຫ່າງຈາກເທດສະບານເມືອງ ກົກປ່າຍ (ເມືອງ ຊີນເມີ່ນ, ແຂວງ ຮ່າຢາງ) ປະມານ 5 ກມ, ໃນຄວາມສູງກວ່າ 1.200 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ເຂດທົ່ງດອກໄມ້ ຊ໋ວຍເທົ່າ ແມ່ນສະຖານທີ່ດູດດື່ມແຂກທ່ອງທ່ຽວເມື່ອມາແຫ່ງນີ້.
ຢູ່ບັນດາເປີ້ນພູ, ທົ່ງດອກບັກວິດຢູ່ເຂດທົ່ງດອກໄມ້ ແລະ ອາກາດເຢັນໆ, ຫຼາຍຄົນໄດ້ປຽບທຽບ ຊ໋ວຍເທົ່າ ຄືດັ່ງ “ສະວິດຂະໜາດນ້ອຍຂອງ ຮ່າຢາງ”.
ແຕ່ລະລະດູ, ຊ໋ວຍເທົ່າ ພັດມີສີສັນທີ່ແຕກຕ່າງກັນ ແລະ ຍາມລະດູໃດກໍ່ສວຍງາມ. ທ້າຍລະດູໃບໄມ້ຫຼົ່ນ ແລະ ຕົ້ນລະດູໜາວແມ່ນຈຸດເວລາດອກໄມ້ບານສະພັ່ງສວຍງາມທີ່ສຸດ.
ດອກບັກວິດແມ່ນດອກໄມ້ທີ່ເປັນເອກະລັກສະເພາະຢູ່ແຂວງ ຮ່າຢາງ ແລະ ຈະບານສະພັ່ງຫຼາຍທີ່ສຸດໃນເວລາທ້າຍເດືອນຕຸລາ ຮອດຕົ້ນເດືອນທັນວາ, ເມື່ອອາກາດເລີ່ມໜາວ.
ໃນຊຸມມື້ກາງເດືອນ ພະຈິກ, ດອກບັກວິດມີສີຂາວແດງອ່ອນ. ເມື່ອອາກາດໜາວ, ດອກບັກວິດຈະປ່ຽນເປັນສີເຂັ້ມກວ່າ.
ບໍ່ພຽງແຕ່ປະດັບປະດາໃຫ້ແກ່ທົ່ງດອກໄມ້ ຮ່າຢາງ ເທົ່ານັ້ນ, ດອກບັກວິດຍັງໄດ້ນຳໃຊ້ຄືດັ່ງທັນຍາຫານ, ເຮັດເປັນເຂົ້າໜົມ ຫຼື ເຍື່ອງອາຫານທ້ອງຖິ່ນຈຳນວນໜຶ່ງອີກດ້ວຍ.
ເຖິງວ່າໄດ້ບານໃນເວລາປະມານ 2 ເດືອນ ເທົ່ານັ້ນ, ແຕ່ເມື່ອດອກບັກວິດບານສະພັ່ງ ກໍ່ໄດ້ສ້າງຄວາມງາມສະເພາະຕື່ມອີກໃຫ້ແກ່ເຂດພູພຽງຫີນຢູ່ ຮ່າຢາງ.
ປະຈຸບັນ, ຄ່າເຂົ້າຢ້ຽມຊົມສວນດອກບັກວິດຢູ່ທີ່ນີ້ແມ່ນ 20.000 ດົ່ງ/ຄົນ.
ດ້ວຍຄວາມງາມແບບຮົກເຮື້ອນັ້ນ, ຊ໋ວຍເທົ່າ ສວຍງາມເໝືອນດັ່ງເຂດໝູ່ບ້ານຢູ່ ເອີລົບ ຄືໃນເລື່ອງນິທານ.