Mobile Money ແມ່ນມາດຕະການດ້ານການເງິນ ເອື້ອອຳນວຍຄວາມສະດວກໃຫ້ປະຊາຊົນສາມາດໂອນ - ຮັບເງິນ, ໃຊ້ຈ່າຍ, ຊື້ເຄື່ອງຂອງ, ຊຳລະຄ່າບໍລິການຕ່າງໆ... ຜ່ານໂທລະສັບມືຖື (ພາບ: Linh Anh) |
“ເມື່ອຍັງບໍ່ທັນມີການບໍລິການ Mobile Money ນີ້, ລູກຄ້າມາຊື້ເຄື່ອງແລ້ວ ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍໃນການໂອນເງິນຊຳລະ. ແຕ່ວ່າ, ປັດຈຸບັນນີ້, ລູກຄ້າພຽງແຕ່ກະທຳການດຽວເທົ່ານັ້ນ ຂ້າພະເຈົ້າກໍໄດ້ຮັບເງິນແລ້ວ ດ້ວຍໂທລະສັບຂາວດຳແຕ່ໜ່ວຍດຽວ. ສະດວກທີ່ສຸດ”.
ທ່ານ ຟ້າມຕ໊ຽນຢຸງ, ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (ພາບ: Vietnam+) |
ຕາມຜູ້ຕາງໜ້າທະນາຄານແຫ່ງລັດແລ້ວ, ເລື່ອງ Mobile Money ສາມາດເຄື່ອນໄຫວໂດຍບໍ່ຈຳເປັນຕ້ອງມີບັນຊີທະນາຄານໄດ້ຊ່ວຍໃຫ້ການບໍລິການນີ້ ມີຜູ້ຊົມໃຊ້ເປັນຈຳນວນຫຼາຍຢູ່ ຫວຽດນາມ. ພິເສດ, ຜູ້ອາຍຸສູງ ຫຼື ຜູ້ທີ່ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເວລາໄປເປີດບັນຊີທະນາຄານ ແມ່ນຫຍຸ້ງຍາກທີ່ສຸດ. ຍິ່ງໄປກວ່ານັ້ນ, Mobile Money ສາມາດນຳໃຊ້ໄດ້ຢ່າງງ່າຍດາຍ ສຳລັບການຊື້-ຂາຍສິນຄ້າທົ່ວໄປໃນຊີວິດປະຈຳວັນ, ເປັນຕົ້ນແມ່ນການຊື້ເຄື່ອງຢູ່ຮ້ານສັບພະສິນຄ້າ, ຂອງກິນແຄມທາງ, ຊື້ປຶ້ມ, ໜັງສືພິມ... ຊ່ວຍຈຳກັດການໃຊ້ເງິນສົດ ແລະ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນບໍ່ໃຊ້ເງິນສົດໃນອະນາຄົດ. ທ່ານ ຟ້າມຕ໊ຽນຢຸງ, ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ເຊື່ອໝັ້ນວ່າ:
“ສຳລັບເປົ້າໝາຍລູກຄ້າຈຳນວນຫຼາຍ ກໍຄື ແບບວິທີເຊິ່ງພວກເຮົາໄດ້ຜັນຂະຫຍາຍການຊຳລະໂດຍບໍ່ໃຊ້ເງິນສົດໃນໄລຍະຜ່ານມາ, ຂ້າພະເຈົ້າຫວັງວ່າ ລະບົບຊີວະພາບດີຈີຕອນ ຈະຂະຫຍາຍກວ້າງອອກ ແລະ ປະຊາຊົນທີ່ໃຊ້ Mobile Money ສາມາດຊື້ເຄື່ອງຂອງ, ຊຳລະການຊື້ສິນຄ້າ, ການບໍລິການໄດ້ຫຼາຍປະເພດ...”
ບໍ່ພຽງແຕ່ນຳໃຊ້ໄດ້ຢ່າງງ່າຍດາຍເທົ່ານັ້ນ, Mobile Money ກໍໄດ້ຮັບການປ້ອງກັນຢ່າງປອດໄພດ້ວຍການຮັກສາຊື່ ແລະ ນາມສະກຸນຂອງຜູ້ໃຊ້ຈາກກໍລະນີຫຼອກລວງ ຫຼື ຍາດຊີງເອົາແບບຜິດກົດໝາຍ. ຜູ້ຕາງໜ້າບັນດາບໍລິສັດໂທລະຄົມມະນາຄົມ ຜັນຂະຫຍາຍບໍລິການນີ້ ໄດ້ຢັ້ງຢືນດ້ວຍຄວາມໝັ້ນໃຈວ່າ ລະດັບຄວາມປອດໄພຂອງ Mobile Money ແມ່ນສູງທີ່ສຸດ. ທ່ານ ເງິນຢຽນຮີ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ VNPT ຢັ້ງຢືນວ່າ ການບໍການ Mobile Money ໂດຍ VNPT ຜັນຂະຫຍາຍ ໄດ້ປະມວນເອົາບັນດາເຕັກໂນໂລຢີທີ່ທັນສະໄໝໃນຂະແໜງທະນາຄານ ແລະ ໂທລະຄົມມະນາຄົມ ເປັນຕົ້ນແມ່ນ ການກຳນົດຊື່ ແລະ ນາມສະກຸນທາງເອເລັກໂຕນິກ eKYC, AI/Bigdata, Machine Learning, QR code; ບັນດາມາດຕະການຊຳລະ ທີ່ໄດ້ສຳຜັດຄື NFC, ຄື້ນສຽງບັນຊີ Mobile Money ໄດ້ຮັບການຄຸ້ມຄອງຢູ່ໃນລະບົບພື້ນຖານໂຄງລ່າງເຕັກນິກທີ່ປອດໄພ, ບັນລຸມາດຕະຖານຮັກສາຄວາມລັບສາກົນຄື PCI - DSS. ພ້ອມດຽວກັນນັ້ນ, ເງິນໃນບັນຊີ Mobile Money ທະນາຄານແຫ່ງລັດ ຫວຽດນາມ ກໍໄດ້ຮັບປະກັນ ດ້ວຍຂໍ້ກຳນົດຕ່າງໆ ໂດຍບໍ່ຕ່າງຫຍັງກັບບັນຊີທະນາຄານ. ທ່ານ ເງິນຢຽນຮີ ເນັ້ນໜັກວ່າ:
“ກ່ຽວກັບດ້ານບໍລິຫານຄວາມສ່ຽງ, VNPT ໄດ້ໝູນໃຊ້ບັນດາຂັ້ນຕອນ ແລະ ເຄື່ອງມືຄວບຄຸມບໍລິຫານຄວາມສ່ຽງຢ່າງເຄັ່ງຄັດ ເພື່ອຮັບປະກັນໃຫ້ລູກຄ້ານຳໃຊ້ບໍລິການ Mobile Money ຂອງ VNPT ດ້ວຍຄວາມປອດໄພທີ່ສຸດ”.
ການຄາດຄະເນຂອງບັນດາອົງການຈັດຕັ້ງການເງິນສາກົນ ໃຫ້ຮູ້ວ່າ ຂອບຂະໜາດຂອງການບໍລິການ Mobile Money ທົ່ວໂລກ ອາດຈະບັນລຸ 12 ຕື້ USD ໃນປີ 2024, ປະກອບສ່ວນ 0,5% ເຂົ້າໃນການເຕີບໂຕເສດຖະກິດ. ຢູ່ ຫວຽດນາມ, ຮອດທ້າຍປີ 2021 ມີ ເບີໂທລະສັບມືຖືປະມານ 130 ລ້ານເບີ ໄດ້ນຳໃຊ້ ແລະ ລະດັບການປົກຄຸມຄື້ນໂທລະສັບມືຖືຈະກວມເອົາເຖິງ 99,8% ຈຳນວນປະຊາກອນ. ໃນຂະນະນັ້ນ, ປະຊາຊົນປະມານ 60 ລ້ານຄົນ, ເທົ່າກັບ 69% ປະຊາກອນ, ຍັງບໍ່ທັນມີບັນຊີທະນາຄານ. ນີ້ໄດ້ຮັບຖືວ່າ ແມ່ນພື້ນຖານ ແລະ ເງື່ອນໄຂສະດວກເພື່ອຜັນຂະຫຍາຍການປະຕິບັດທົດລອງການບໍລິການ Mobile Money ແນ່ນອນວ່າ ຈະປະສົບຜົນສຳເລັດ, ມຸ່ງໄປເຖິງການຜັນຂະຫຍາຍບໍລິການທີ່ມີຄວາມສາມາດບົ່ມຊ້ອນນີ້ຢ່າງເປັນທາງການ ແລະ ນຳໃຊ້ເປັນປົກກະຕິ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

