ທິດນຳຂອງກອງປະຊຸມໃຫຍ່ແມ່ນ “ສາມັກຄີ - ປະຊາທິປະໄຕ - ມີລະບຽບວິໄນ - ບຸກທະລຸ - ພັດທະນາ”. ກອງປະຊຸມໃຫຍ່ມີຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຮອດປີ 2030 ຢ່າງມີໄຊ, ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ວາງໃຈ, ກ້າວເຂົ້າສັງກາດບຸກບືນຂອງຊາດຢ່າງແຮງ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.
ບັນຍາກາດຂອງພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: TTXVN) |
ເປີດສາກພິທີໄຂແມ່ນພິທີເຄົາລົບທຸງ ແລະ ຮ້ອງເພງຊາດ. ຫຼັງຈາກນັ້ນ, ຕາງໜ້າໃຫ້ຄະນະປະທານ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ອ່ານສູນທອນພົດໄຂກອງປະຊຸມໃຫຍ່. ທ່ານປະທານປະເທດຢັ້ງຢືນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນບາດລ້ຽວທີ່ມີລັກສະນະປະຫວັດສາດ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 100 ປີ (03/02/1930 – 03/02/2030). ກອງປະຊຸມໃຫຍ່ໄດ້ສຸມເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ, ຄວາມຕັດສິນໃຈສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍຈິດໃຈເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ເພື່ອປະເທດ ຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.
ກອງປະຊຸມໃຫຍ່ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບທີ່ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດເປົ້າໝາຍໜ້າທີ່ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກຢ່າງມີໄຊ, ໂດຍສະເພາະແມ່ນໜ້າທີ່ບຸກທະລຸມີລັກສະນະປະຕິວັດ.
ຕາມທ່ານ ເລືອງເກື່ອງ ປະທານປະເທດ ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນໄດ້ຍາກ, ເມື່ອການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເພີ່ມຂຶ້ນ. ການປະຕິວັດອຸດສາຫະກຳຄັ້ງທີ 4, ພິເສດແມ່ນ ການລະເບີດຂອງປັນຍາປະດິດ, ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີ ກວນເຕີມ (Quantum technology) ແລະ ບັນດາເຕັກໂນໂລຢີໃໝ່ທີ່ພາໃຫ້ຊີວິດເສດຖະກິດສັງຄົມທຸກດ້ານປ່ຽນແປງຢ່າງເລິກເຊິ່ງ. ສິ່ງດັ່ງກ່າວໄດ້ວາງອອກຄຳຮຽກຮ້ອງອັນຮີບດ່ວນກ່ຽວກັບການສ້າງຮູບແບບເຕີບໂຕ, ຮູບແບບພັດທະນາໃໝ່, ຍົກສູງສະມັດຕະພາບແຮງງານ,ຄວາມສາມາດແກ້ງແຍ້ງແຫ່ງຊາດ ແລະ ບັນດາຄຳຮຽກຮ້ອງໃໝ່ໃນການຄຸ້ມຄອງສັງຄົມ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ອ່ານສູນທອນພົດໄຂກອງປະຊຸມ (ພາບ: TTXVN) |
ພາຍຫຼັງ 40 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່, ປະເທດ ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່, ຮອບດ້ານ ມີຄວາມໝາຍປະຫວັດສາດ. ເຖິງຢ່າງໃດກໍຕາມ, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ຫວຽດນາມ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ການເຕີບໂຕຍັງຢູ່ໃນລະດັບຕ່ຳກວ່າກຳລັງບົ່ມຊ້ອນ, ຍັງບໍ່ທັນຍືນຍົງຢ່າງແທ້ຈິງ, ສະມັດຕະພາບແຮງງານບໍ່ສູງ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດຍັງຈຳກັດ. ຊີວິດຂອງປະຊາຊົນພາກສ່ວນໜຶ່ງຍັງປະສົບກັບຄວາມຫຍຸ້ງຍາກ; ການປ່ຽນແປງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ ແລະ ຄວາມປອດໄພທາງໄຊເບີ ຍັງກະທົບຢ່າງສັບສົນຢູ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຊີ້ແຈ້ງວ່າ:
“ກອງປະຊຸມໃຫຍ່ຄັ້ງທີ XIV ມີພາລະກຳປະຫວັດສາດອັນໃຫຍ່ຫຼວງທີສຸດ, ບໍ່ພຽງແຕ່ວາງອອກເປົ້າໝາຍ, ກຳນົດທິດໃຫ້ໄລຍະ 2026 – 2030 ເທົ່ານັ້ນ ຫາກຍັງ ຕັດສິນບັນດາບັນຫາທີ່ມີລັກສະນະຍຸດທະສາດຕໍ່ກັບ ອານາຄົດ ແລະ ຊາຕະກຳຂອງຊາດໃນຫຼາຍທົດສະວັດຈະມາເຖິງອີກດ້ວຍ. ກອງປະຊຸມມີໜ້າທີ່ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຕິດຕັນກັບການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ຢັ້ງຢືນບັນດາຜົນງານສຳຄັນ, ຊີ້ອອກຂໍ້ຈຳກັດ, ຈຸດອ່ອນ ແລະ ສາເຫດ, ຈາກນັ້ນຖອດຖອນບົດຮຽນໃຫຍ່ທີ່ມີຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳໃນຍາວນານ”.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:
“ກອງປະຊຸມໃຫຍ່ຈະປຶກສາຫາລື ແລະ ຮັບຮອງເອົາທິດທາງ, ເປົ້າໝາຍ, ໜ້າທີ່, ຈຸດສຸມບຸກທະລຸຍຸດທະສາດໃຫ້ແກ່ໄລຍະ 2026 – 2030, ວິໄສທັດຮອດປີ 2045, ໃນນັ້ນ ເນັ້ນໜັກເຖິງບັນດາມາດຕະການທີ່ມີລັກສະນະປະຕິວັດບຸກທະລຸເພື່ອພັດທະນາປະເທດຢ່າງວ່ອງໄວ, ຍືນຍົງ ແລະ ປົກປັກຮັກສາປະເທດຊາດ. ເລື່ອງເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIV ຕ້ອງເລືອກເອົາພະນັກງານຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ພູມປັນຍາ, ຈັນຍາບັນ, ຄວາມສາມາດນຳພາຢ່າງແທ້ຈິງ, ສົມເປັນການນຳ ເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນ.”
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດ ສະໄໝທີ XIII ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: TTXVN)(TTXVN) |
ຖັດຈາກນັ້ນ, ເມື່ອອ່ານບົດລາຍງານກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ ດຳເນີນໃນຈຸດເວລາປະຫວັດສາດທີ່ມີຄວາມໝາຍເລິກເຊິ່ງ, ວາງອອກຄວາມຮຽກຮ້ອງ: ຕ້ອງສັງເກດຄວາມຈິງຢ່າງກົງໄປກົງມາ, ຕີລາຄາສະພາບການຢ່າງຖືກຕ້ອງ, ຕັດສິນໃຈປ່ຽນແປງໃໝ່ຈິນຕະນາການ, ປັບປຸງລະບອບລະບຽບການ, ຍົກສູງຄວາມສາມາດບໍລິຫານປະເທດ, ຕ້ອງມີການກະທຳຢ່າງແຂງແຮງ, ຂ້ຽວຂາດ, ບຸກທະລຸກ, ມີປະສິດທິຜົນ ເພື່ອປະເທດຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ມີຄວາມຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.
ຕາມທ່ານເລຂາທິການໃຫຍ່ແລ້ວ, ໃນລະບົບຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່, ຮ່າງບົດລາຍງານການເມືອງ ປະກອບດ້ວຍ 3 ບົດ (ບົດລາຍງານການເມືອງ, ບົດລາຍການເສດຖະກິດ ສັງຄົມ ແລະ ບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ) ສ້າງເປັນບົດລາຍງານດຽວທີ່ເປັນເອກະພາບ, ຮອບດ້ານ, ມີຈຸດສຸມ, ກະທັດລັດ, ເຂົ້າໃຈງ່າຍ, ຈືງ່າຍ, ຜັນຂະຫຍາຍງ່າຍ. ໂຄງການກະທຳ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນ ບຸກທະລຸ ເມື່ອທຽບໃສ່ບັນດາກອງປະຊຸມໃຫຍ່ສະໄໝກ່ອນ, ຊີ້ແຈ້ງ “ອັດຕະພາບ, ຂັ້ນຕອນ, ແຫຼ່ງກຳລັງ, ຈຸດໝາຍ” ເພື່ອຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV. ພິເສດ, ເອກະສານສະບັບນີ້ ໄດ້ວາງອອກຄວາມຮຽກຮ້ອງໃນການກະທຳ: ເວົ້າໄປຄຽງຄູ່ກັບການກະທຳ, ກຳນົດເປົ້າໝາຍ, ໜ້າທີ່, ມາດຕະການຢ່າງຈະແຈ້ງ, ຄວາມຮັບຜິດຊອບຕິດພັນກັບໝາກຜົນ, ບຸກທະລຸຕິດພັນກັບຄວາມຍືນຍົງ, ລະບຽບວິໄນໃນການປະຕິບັດຕິດພັນກັບ ຄວາມເພິ່ງພໍໃຈຂອງປະຊາຊົນ.
ເນັ້ນໜັກວຽກງານສ້າງເອກະສານແມ່ນຈິດໃຈຕັ້ງໜ້າ, ມີວິທະຍາດສາດ, ມີການກະທຳ, ທ່ານເລຂາທິການໃຫຍ່ຍົກອອກ 5 ລັກສະນະຫຼັກ. ທີໜຶ່ງແມ່ນຕ້ອງຈົ່ງຮັກພັກດີຕໍ່ແນວທາງ, ໂຄງການດຳເນີນງານຂອງພັກ, ໝູນໃຊ້ ແລະ ພັດທະນາລັດທິມາກ - ເລນິນ, ແນວຄິດປະທານໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອະລິຍາທຳນັບພັນປີຂອງຊາດ, ຜົນງານ, ພູມປັນຍາຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບບົນເສັ້ນທາງສ້າງສາ, ພັດທະນາປະເທດ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ.
"ເອກະສານຄັ້ງນີ້ໄດ້ສ້າງຕາມທິດນຳຕິດແທດກັບຕົວຈິງ, ເຄົາລົບກົດເກນພາວະວິໄສ, ເຕົ້າໂຮມພູມປັນຍາລວມໝູ່ ແລະສ່ອງແສງຄວາມປາດຖະໜາ, ຄວາມມຸ່ງຫວັງຂອງປະຊາຊົນຢ່າງຖືກຕ້ອງ. ແຕ່ລະຂໍ້ສັງເກດ, ແຕ່ລະເປົ້າໝາຍ, ແຕ່ລະມາດຕະການລ້ວນແຕ່ໄດ້ຮັບການຄົ້ນຄ້ວາຢ່າງລະອຽດ, ຄັດເລືອກ, ເລີ່ມມາຈາກຕົວຈິງ; ຖືປະສິດທິຜົນ ແລະ ຄວາມສາມາດເປັນໄປໄດ້ ແມ່ນມາດຕະຖານສຳຄັນ. ເອກະສານສະແດງໃຫ້ເຫັນ ການປ່ຽນແປງໃໝ່ ຈິນຕະນາການກ່ຽວກັບການພັດທະນາຢ່າງແຮງ, ກຳນົດວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນໃຈກາງ; ລະບອບລະບຽບການທັນສະໄໝ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແມ່ນພື້ນຖານ, ພັດທະນາສີຂຽວ, ຍືນຍົງ, ມີປະສິດທິຜົນ, ເສດຖະກິດ ໝູນວຽນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນຄວາມຮຽກຮ້ອງຕ້ອງການບັງຄັບ; ປະສິດທິຜົນແຫ່ງການນຳໃຊ້ແຫຼ່ງກຳລັງ ແລະ ສະມັດຕະພາບໃນການອອກແຮງງານແມ່ນບັນທັດວັດແທກຄຸນນະພາບການເຕີບໂຕ."
ຕາມທ່ານເລຂາທິການໃຫຍ່ ໂຕເລິມແລ້ວ, ຫວຽດນາມ ວາງເປົ້າໝາຍພັດທະນາສັງລວມໄລຍະ 2026 – 2030 ແມ່ນ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ; ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ; ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງແຮງ.
"ສູ້ຊົນໃຫ້ບັນລຸເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍ ໄລຍະ 2026 - 2030 ແຕ່ 10%ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8.500 USD/ປີ. ຫວຽດນາມ ຈະກຳນົດຮູບແບບເຕີບໂຕໃໝ່ອີງຕາມເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ບົດບາດຂອງບັນດາເຂດເສດຖະກິດໄດ້ຮັບການເສີມຂະຫຍາຍຢ່າງຄົບຖ້ວນ: ເສດຖະກິດຂອງລັດສວມບົດບາດຫຼັກ ໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່, ທິດທາງຍຸດທະສາດ ແລະ ນຳພາ. ເສດຖະກິດເອກະຊົນແມ່ນກຳລັງໜູນໜຶ່ງທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດ; ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ, ຮັບປະກັນສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ; ສົ່ງເສີມວິສາຫະກິດ ພາຍໃນປະເທດພັດທະນາຢ່າງແຮງ, ມີຄວາມສາມາດໃນການແກ້ງແຍ້ງກັນສາກົນ; ນຳພູມປັນຍາ ແລະ ເຕັກໂນໂລຢີເຂົ້າໃນການຜະລິດ, ດຳເນີນທຸລະກິດ."
ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ເພື່ອຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ບົດລາຍງານການເມືອງກຳນົດ 12 ທິດທາງໃຫຍ່; 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ໂຄງການດຳເນີນງານ ໄດ້ຫັນບັນດາໜ້າທີ່ ສາມາດຜັນຂະຫຍາຍປະຕິບັດໃນທັນທີເປັນລະອຽດ. ເນື້ອໃນຈິດໃຈຫຼັກແມ່ນໄດ້ລວບລວມໃນ 8 ເນື້ອໃນສຳຄັນ, ສະແດງຄຳຮຽກຮ້ອງ: ເລືອກເຟັ້ນຖືກຕ້ອງ - ຜັນຂະຫຍາຍຢ່າງວ່ອງໄວ - ເຮັດເຖິງກົກເຖິງປາຍ - ວັກແທກດ້ວຍໝາກຜົນ ຢ່າງຈະແຈ້ງ.
ຕາມທ່ານເລຂາທິການໃຫຍ່ ໂຕເລິມ, ສາມບຸກທະລຸຍຸດທະສາດທີ່ໄດ້ກຳນົດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ແມ່ນມີຄວາມໝາຍໃຫ້ທັງໄລຍະ 2021 – 2030, ແຕ່ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XIV, ຄຳຮຽກຮ້ອງທີ່ວາງອອກແມ່ນຕ້ອງເຮັດຢ່າງແຂງແຮງ, ເຮັດຢ່າງວ່ອງໄວ, ເຮັດເຖິງກົກເຖິງປາຍ, ເພາະວ່ານີ້ແມ່ນບັນດາໄມ້ງັດຕັດສິນເພື່ອໃຫ້ປະເທດບຸກທະລຸ. ນັ້ນແມ່ນບຸກທະລຸກ່ຽວກັບລະບອບລະບຽບການ ແລະ ການປະຕິບັດ; ບຸກທະລຸກ່ຽວກັບຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕິດພັນກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ; ບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ໃຫ້ບຸລິມະສິດແກ່ໂຄງລ່າງຄົມມະນາຄົມຍຸດທະສາດ, ໂຄງລ່າງພະລັງງານ, ໂຄງລ່າງຕົວເມືອງ, ໂຄງລ່າງໂທລະຄົມ, ພິເສດແມ່ນໂຄງລ່າງດີຈີຕອນ, ໂຄງລ່າງຂໍ້ມູນຂ່າວສານ…ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວວ່າ:
“ສາມບຸກທະລຸດັ່ງກ່າວມີສາຍພົວພັນອັນສະໜິດຕິດພັນກັນ. ລະບອບລະບຽບການເປີດທາງ; ບຸກຄະລາກອນຕັດສິນລະດັບຄວາມໄວ ແລະ ຄຸນນະພາບ; ພື້ນຖານໂຄງລ່າງສ້າງບໍລິເວນ ແລະ ກຳລັງກ້າວກະໂດດ. ຖ້າເຮັດຢ່າງຄົບຊຸດ, ພວກເຮົາຈະສ້າງ “ທ່ວງທ່າ” ໃໝ່; ຖ້າເຮັດແບບເຄິ່ງໆກາງໆ, ພວກເຮົາຈະພາດໂອກາດເອງ”.
ເມື່ອກ້າວເຂົ້າສູ່ໄລຍະໃໝ່, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
“ພວກເຮົາມີພື້ນຖານຢ່າງຄົບຖ້ວນເພື່ອເຊື່ອໝັ້ນວ່າ: ເມື່ອເປັນເອກະພາບສູງກ່ຽວກັບແນວຄິດ;ຂ້ຽວຂາດໃນການກະທຳ; ເຂັ້ມງວດໃນການປະຕິບັດລະບຽບວິໄນ; ປະຊາຊົນເປັນໃຈກາງຢ່າງແທ້ຈິງ, ພວກເຮົາຈະຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງໄດ້ຢ່າງແນ່ນອນ; ນຳປະເທດກ້າວເຂົ້າສູ່ສັງກາດບຸກບືນ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ”.
ຕາມທ່ານເລຂາທິການໃຫຍ່ ໂຕເລິມ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກແມ່ນກອງປະຊຸມໃຫຍ່ແຫ່ງຄວາມເຊື່ອໝັ້ນ ແລະ ຄາດຫວັງ, ແຫ່ງບຸກທະລຸ ແລະ ການກະທຳ; ແຫ່ງລະບຽບວິໄນ ແລະ ປະດິດຄິດສ້າງ, ແຫ່ງຄວາມສາມັກຄີ ແລະ ການພັດທະນາ. ກອງປະຊຸມໃຫຍ່ດຳເນີນ ກ່ອນປີ 2030 - ໄລຍະ ແຫ່ງວັນສ້າງຕັ້ງພັກຄົບຮອບ 100 ປີ.
“ບໍ່ມີເວລາໃດທີ່ຄວາມໄຝ່ຝັນກ່ຽວກັບປະເທດ ຫວຽດນາມ ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ ໃກ້ກັບພວກເຮົາຄືໃນວັນນີ້; ແຕ່ກໍບໍ່ມີເວລາໃດທີ່ພວກເຮົາຕ້ອງປະເຊີນໜ້າກັບສິ່ງທ້າທາຍ, ຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດ ແລະ ກຳລັງກົດດັນແກ້ງແຍ້ງຫຼາຍຄືປັດຈຸບັນນີ້. ແຕ່ດ້ວຍການສືບທອດມູນເຊື້ອພາຍໃຕ້ຄັນທຸງອັນສະຫງ່າຂອງພັກ; ດ້ວຍຄວາມຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ແລະ ຄາດຫວັງບືນຕົວຂຶ້ນຂອງຊາດ, ດ້ວຍວິໄສທັດຍຸດທະສາດ ແລະ ບັນດານະໂຍບາຍຊີ້ຂາດບຸກທະລຸທີ່ລະບຸໃນບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ນັ້ນ, ພວກເຮົາຈະສ້າງບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ, ນຳປະເທດພັດທະນາຢ່າງບຸກທະລຸໄດ້ຢ່າງແນ່ນອນ”.
ໂດຍສືບຕໍ່ລາຍການເຮັດວຽກໃນຕອນເຊົາວັນທີ 20 ມັງກອນ ທີ່ກອງປະຊຸມ, ທ່ານ ເຈິ່ນເກີມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ນຳສະເໜີບົດລາຍງານສຳຫຼວດກວດຄືນການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII.
ຕອນບ່າຍວັນທີ 20 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ. ບັນດາຜູ້ແທນເຮັດວຽກຢູ່ຕາມກຸ່ມ, ປຶກສາຫາລືກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


