ກວ໋າງນີງ ແມ່ນແຂວງຫນຶ່ງທີ່ປະສົບຜົນສຳເລັດໃນການປະຕິຮູບດ້ານບໍລິຫານ, ເຄີຍນຳຫນ້າປະເທດກ່ຽວກັບບັນດາດັດຊະນີຄື: PCI (ກຳລັງແກ້ງແຍ່ງຂັ້ນແຂວງ), SIPAS (ຄວາມເພິ່ງພໍໃຈຕໍ່ການຮັບໃຊ້ລະບຽບການບໍລິຫານ), PAPI (ປະສິດທິຜົນການຄຸ້ມຄອງບໍລິຫານສາທາລະນະ), ICT (ລະດັບໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ).. ແຕ່ວ່າ ເພື່ອດຶງດູດການລົງທຶນ, ກ່ອນນີ້ຫລາຍປີ ແຂວງ ກວ໋າງນີງ ໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງການວາງແຜນກຳນົດ. ນີ້ແມ່ນຈຸດແຕກຕ່າງຂອງທ້ອງຖິ່ນນີ້ໃນການດຶງດູດການລົງທຶນ.
ໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ BOT ງີເຊີນ 2. ພາບ: VOV |
ເດືອນກັນຍາ ປີ 2014, ພາຍຫລັງຜັນຂະຫຍາຍການວາງແຜນກຳນົດມາເປັນເວລາຫລາຍໆເດືອນ, ແຂວງ ກວ໋າງນີງ ໄດ້ປະກາດ ການວາງແຜນກຳນົດຍຸດທະສາດສຳຄັນ 7 ກິດຈະກຳ, ສ້າງພື້ນຖານໝັ້ນແກ່ນເພື່ອໃຫ້ແຂວງຫັນບັນດາເປົ້າໝາຍພັດທະນາເປັນລະອຽດ. ທ່ານ ບູ່ຍວັນຄັງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງນີງ ໃຫ້ຮູ້ວ່າ: ຫນຶ່ງໃນບັນດາບັນຫາຊື່ງແຂວງ ກວ໋າງນີງ ວາງອອກໃນຕໍ່ຫນ້າ ແລະ ຍາວນານ, ນັ້ນແມ່ນຕ້ອງມີການວາງແຜນກຳນົດຍຸດທະສາດເພື່ອຮັບໃຊ້ວຽກງານຊີ້ນຳ ນຳພາ, ເປັນພື້ນຖານເພື່ອຜັນຂະຫຍາຍບັນດາໂຄງການລົງທຶນຢ່າງມີແບບມີແຜນ, ມີວິທະຍາສາດ, ຈຸດສຸມ, ສ້າງກຳລັງແຜ່ກະຈາຍເພື່ອດຶງດູດບັນດານັກລົງທຶນ.
“ປີ 2011 ແຂວງ ກວ໋າງນີງ ໄດ້ເຊື້ອເຊີນຜູ້ໃຫ້ຄຳປຶກສາຈາກຕ່າງປະເທດເຂົ້າມາເພື່ອປະຕິບັດການວາງແຜນກຳນົດຍຸດທະສາດ 7 ກິດຈະກຳ. ມາຮອດປະຈຸບັນ ຍັງສືບຕໍ່ສືບທອດເສີມຂະຫຍາຍ 7 ກິດຈະກຳນັ້ນ ແລະ ພວມສ້າງການວາງແຜນກຳນົດໃຫ້ແຂວງໃນໄລຍະຕໍ່ໄປ. ພວກຂ້າພະເຈົ້າໄດ້ວາງແຜນກຳນົດໃຫ້ແກ່ການກໍ່ສ້າງ, ທີ່ດິນ ແລະ ຂະແຫນງການ. ນີ້ແມ່ນບົດຮຽນປະສົບການ ຖ້າບໍ່ວາງແຜນກຳນົດໃຫ້ 3 ຂົງເຂດດັ່ງກ່າວ, ບັນດາໂຄງການຢູ່ພາຍໃນປະເທດ ແລະ ຕ່າງປະເທດເມື່ອເຂົ້າມາລົງທຶນຢູ່ແຂວງອາດຈະປະສົບກັບຄວາມຫຍຸ້ງຍາກ”
ຢູ່ ບໍລິເວນບັນດາແຂວງ ພາກກາງ ປະຈຸບັນ ມີ 2.151 ໂຄງການ FDI ຍັງມີຜົນສັກສິດ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນແມ່ນ 60,77 ຕື້ USD. ໃນນັ້ນ ແຂວງ ແທງຮວາ ແມ່ນທ້ອງຖິ່ນນຳຫນ້າ ດ້ວຍ 164 ໂຄງການ, ຍອດທຶນຈົດທະບຽນແມ່ນຂຶ້ນເຖິງ 14,57 ຕື້ USD, ກວມເອົາ 21% ຍອດທຶນຈົດທະບຽນໃນທົ່ວພາກພື້ນ. ແຂວງ ແທງຮວາ ວາງເປົ້າໝາຍແມ່ນນອນໃນກຸ່ມບັນດາແຂວງ, ນະຄອນ ນຳຫນ້າທົ່ວປະເທດ, ເປັນເສົາຄ້ຳການເຕີບໂຕທາງພາກເຫນືອຂອງທົ່ວປະເທດ ພ້ອມກັບ ຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນີງ. ຫລາຍປີມານີ້ ແຂວງ ແທງຮວາ ໃຫ້ບຸລິມະສິດເປັນພິເສດການພັດທະນາພື້ນຖານໂຄງລ່າງ, ມານະພະຍາຍາມສ້າງ ແລະ ນຳອຳນາດການປົກຄອງແບບສ້າງສັນເຂົ້າເຄື່ອນໄຫວ, ຮັບໃຊ້ປະຊາຊົນ, ວິສາຫະກິດເປັນຢ່າງດີ. ທ່ານ ຫງວຽນວັນທີ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນ ແຂວງ ແທງຮວາ ຢັ້ງຢືນວ່າ:
“ທຸກວິສາຫະກິດ ມາລົງທຶນຢູ່ແຂວງ ແທງຮວາ ລ້ວນແຕ່ໄດ້ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມ, ຊັບສິນ, ຊີວິດອິນຊີໃຫ້ນັກລົງທຶນ. ພວກຂ້າພະເຈົ້າກໍ່ສືບຕໍ່ສ້າງທຸກເງື່ອນໄຂສະດວກ ໃນໄລຍະກ່ອນ, ພາຍໃນ ແລະ ຫລັງການລົງທຶນ, ເຮັດໃຫ້ນັກລົງທຶນມີຄວາມເພິ່ງພໍໃຈ ດ້ວຍທິດນຳທີ່ວ່າ ຜົນສຳເລັດຂອງວິສາຫະກິດ ແມ່ນປະກອບສ່ວນເຂົ້າໃນຜົນສຳເລັດຂອງແຂວງ”
ປະຈຸບັນ ບັນດາທ້ອງຖິ່ນໃນທົ່ວປະເທດພວມຍາດແຍ່ງຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອຟື້ນຟູເສດຖະກິດໂດຍໄວ. ເຖິງຢ່າງໃດກໍຕາມ, ການຟື້ນຟູເສດຖະກິດແຕ່ຍັງຕ້ອງຮັບປະກັນບັນດາມາດຖານ ນັ້ນແມ່ນ ພັດທະນາແບບຍືນຍົງ. ທ່ານ ເລງອກຮວາ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເງ້ອານ ໃຫ້ຮູ້ວ່າ: ເພື່ອບັນລຸໄດ້ເປົ້າໝາຍນີ້ແມ່ນສິ່ງທີ່ບໍ່ແມ່ນງ່າຍ. ເງ້ອານແມ່ນແຂວງ ມີເງື່ອນໄຂພິເສດສະເພາະ, ຖ້າຫາກບໍ່ມີຍຸດທະສາດລະອຽດ ຈະສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງຊີວິດ, ສັງຄົມ ແລະ ປະຊາຊົນໃນປະຈຸບັນ ແລະ ອະນາຄົດ. ແຕ່ປີ 2018 ແຂວງ ເງ້ອານ ໄດ້ມີການປ່ຽນແປງນະໂຍບາຍດຶງດູດການລົງທຶນ.
“ປີ 2021 ແຂວງ ເງ້ອານ ໄດ້ປະກາດໃຊ້ມະຕິເລກທີ 05 ຂອງສະພາປະຊາຊົນແຂວງກ່ຽວກັບກົນໄກນະໂຍບາຍດຶງດູດການລົງທຶນ, ກ່ຽວກັບພື້ນຖານໂຄງລ່າງ ພວກເຮົາຮູ້ນຳກັນແລ້ວວ່າ ປີຫນ້າ ເສັ້ນທາງຄວາມໄວສູງຈາກພາກເຫນືອຮອດພາກໃຕ້ຈະໄດ້ເຊື່ອມຕໍ່ ແລະ ຜ່ານແຂວງ ເງ້ອານ ແລະ ແທງຮວາ, ນີ້ແມ່ນກຳລັງຫນູນໃຫຍ່ເພື່ອພັດທະນາເສດຖະກິດສັງຄົມ. ພວກຂ້າພະເຈົ້າຖືນີ້ແມ່ນເງື່ອນໄຂສະດວກ ແລະ ພວກຂ້າພະເຈົ້າຈະກະກຽມໃຫ້ພື້ນຖານໂຄງລ່າງຢ່າງຄົບຊຸດຢູ່ບັນດາເຂດອຸດສາຫະກຳ, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ”
ໂດຍກຳນົດວ່າ ດຶງດູດການລົງທຶນແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນ, ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງພາຍໃນຢ່າງສຸດຂີດ, ດຶງດູດແຫລ່ງກຳລັງແຮງພາຍນອກເຂົ້າມາລົງທຶນພື້ນຖານໂຄງລ່າງ, ສ້າງກຳລັງຫນູນໃຫ້ແກ່ການພັດທະນາວ່ອງໄວ ແລະ ຍືນຍົງ. ໝາກຜົນການດຶງດູດການລົງທຶນປະຈຸບັນ ແມ່ນຍຸດທະສາດຢ່າງມີແບບມີແຜນ, ມີວິທະຍາສາດ ຄື ການວາງແຜນການຳນົດຢູ່ ກວ໋າງນີງ, ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຢູ່ ແທງຮວາ ຫລື ຈິດໃຈມີໄຫວພິບ, ລັດຫນ້າຢູ່ ເງ້ອານ ເປັນການສະແດງໃຫ້ເຫັນບາດກ້າວເດີນຢ່າງມີແບບມີແຜນ ແລະ ມີປະສິດທິດຜົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
