ປະຈຸບັນ, ຫວຽດນາມ ມີຊາວເຜົ່າຂະແມ ປະມານ 1.5 ລ້ານຄົນທີ່ພວມດຳລົງຊີວິດຢູ່ບັນດາແຂວງ, ນະຄອນຄື: ເກິນເທີ, ອານຢາງ, ວີ້ງລອງ, ດົ່ງທາບ... ພຸດທະສາສະໜານິກາຍ ມີບົດບາດ ແລະ ທີ່ຕັ້ງສຳຄັນໃນຊີວິດ, ຈິດວິນຍານຂອງຊາວເຜົ່າຂະແມ.
ເຄົາລົບ ແລະ ຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາ
ວັນທີ 18 ພະຈິກປີ 2016, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍການເຫຼື້ອໃສສາສະໜາ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ ປີ 2018. ຜ່ານນັ້ນ ກໍ່ໄດ້ຮັບປະກັນບັນດາການເຄື່ອນໄຫວຂອງ ປຊຊ ບັນດາສາສະໜາ, ໃນນັ້ນ ມີຊາວເຜົ່າຂະແມ ຊື່ງໄດ້ດຳເນີນໃນຂອງເຂດກົດໝາຍ ແລະ ຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາຂອງ ປຊຊ.
ລັດ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວຽກງານບຳລຸງສ້າງ ແລະ ພັດທະນາຖັນແຖວຜູ້ມີຍົດຖາບັນດາສັກສາພຸດທະສາສະໜານິກາຍຂະແມ. ໄປຄຽງຄູ່ກັນນັ້ນ, ອຳນາດການປົກຄອງທ້ອງຖິ່ນຕ່າງໆທີ່ມີຊາວເຜົ່າຂະແມດຳລົງຊີວິດເປັນສ່ວນຫຼາຍ ຍາມໃດກໍ່ໄດ້ເສີມຂະຫຍາຍບົດບາດຂອງຜູ້ທີ່ມີອິດທິພົນຊື່ສຽງໃນປະຊາຄົມໃຫ້ເປັນຢ່າງດີ. ນັກບວດ, ພຸດທະສາສະນິກກະຊົນ ນິກາຍຂະແມ ຫຼາຍທ່ານໄດ້ເຂົ້າເປັນສະມາຊິກສະພາ ປຊຊ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ. ເອື້ອຍ ແນງຊຳໂບ ຮອງປະທານຄະນະກຳມະການ ປຊຊ ຕາແສງ ໂອເລິມ, ແຂວງ ອານຢາງ ໃຫ້ຮູ້ວ່າ:
ຕາແສງ ໂອເລິມ ມີຊາວເຜົ່າຂະແມດຳລົງຊີວິດຫຼາຍ. ທາງຕາແສງໄດ້ເຄົາລົບ ແລະ ຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາຂອງ ປຊຊ ໃນບໍລິເວນຕາແສງ. ແຕ່ລະປີ, ອຳນາດການປົກຄອງທ້ອງຖິ່ນ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ພໍ່ແມ່ ປຊຊ ຈັດບັນດາງານບຸນ ກໍ່ຄືການເຄື່ອນໄຫວດຳເນີນຊີວິດທາງສາສະໜາ. ຕາແສງກໍ່ເອື້ອອຳນວຍໃຫ້ວັດແຫ່ງຕ່າງໆ ຈັດບັນດາພິທີກຳທາງສາສະໜາໃນແຕ່ລະປີ, ແນະນຳບັນດາຮາກຖານເຫຼື້ອມໃສສາສະໜາເຄື່ອນໄຫວໃນຂອບເຂດກົດໝາຍ.
ເອົາໃຈໃສ່ເບິ່ງແຍງຊີວິດດ້ານຈິດໃຈ, ຊີວິດສັງຄົມ
ຊາວເຜົ່າຂະແມມີພື້ນຖານວັດທະນະທຳຫຼາຍຮູບແບບ ແລະ ອຸດົມສົມບູນ, ໄດ້ຮັບການຮັກສາຜ່ານຫຼາຍລຸ້ນຄົນ ແລະ ງານບຸນຕ່າງໆແມ່ນໜຶ່ງໃນບັນດາຈຸດວັດທະນະທຳພິເສດສະເພາະ, ສ້າງເປັນສີສັນວັດທະນະທຳພິເສດສະເພາະຂອງຊາວເຜົ່າຂະແມພາກໃຕ້.
ໃນຊີວິດດ້ານຈິດໃຈຂອງຊາວເຜົ່າຂະແມ, ຍາມໃດ ວັດກໍ່ມີທີ່ຕັ້ງສຳຄັນທີ່ສຸດ. ແຕ່ລະປີ, ສູນກາງ ແລະ ບັນດາທ້ອງຖິ່ນ ກໍ່ໄດ້ໜູນຊ່ວຍເງິນເພື່ອສ້ອມແປງບັນດາວັດພຸດທະສາສະໜານິກາຍຂະແມ, ໂດຍສະເພາະແມ່ນວັດແຫ່ງຕ່າງໆຢູ່ເຂດພໍ່ແມ່ ປຊຊ ປະສົບກັບຄວາມຫຍຸ້ງຍາກ. ດັ່ງນັ້ນ, ວັດພຸດທະສາສະໜານິກາຍຂະແມສ່ວນຫຼາຍກໍ່ໄດ້ຮັບການສ້ອມແປງບູລະນະຢ່າງໃຫຍ່ໂຕ ແລະ ສວຍງາມ ຊື່ງໄດ້ຕອບສະໜອງຄວາມຕ້ອງການດຳເນີນຊີວິດການເຫຼື້ອມໃສສາສະໜາຂອງ ປຊຊ. ທ່ານ ເຈົາຍໍ ຊາວເຜົ່າຂະແມຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:
ໄປວັດເພື່ອຂໍໃຫ້ຕົນເອງມີສຸຂະພາບແຂງແຮງ, ມີຄວາມສະຫງົບສຸກ, ທຳມາຫາກິນ, ລະດູການເກັບກ່ຽວໄດ້ຮັບຜົນດີ, ມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບຸນພູນສຸກ, ປຊຊ ມີຄວາມສາມັກຄີກັນ. ໄປວັດໄດ້ຊົມຟ້ອນ ຈັ່ນ, ຟັງດົນຕີ… ພໍ່ແມ່ ປຊຊ ມີຄວາມພາກພູມໃຈທີ່ສຸດ.
ລັດກໍ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານສະຫວັດດີການສັງຄົມໃຫ້ແກ່ພໍ່ແມ່ ປຊຊ, ສາສະນິກກະຊົນ. ພະມະຫາອາຈານ ເຈົາເຊີນຮີ ເຈົ້າອາວາດວັດ ຊ່າລົນ ຮອງຫົວໜ້າຄະນະບໍລິຫານງານພຸດທະສາສະໜາ ຫວຽດນາມ ແຂວງ ອານຢາງ ໃຫ້ຮູ້ວ່າ:
ນະໂຍບາຍຂອງລັດແມ່ນເອົາໃຈໃສ່ເບິ່ງແຍງດ້ານຊີວິດສັງຄົມໃຫ້ແກ່ພໍ່ແມ່ ປຊຊ. ປະຈຸບັນ, ໃນການກໍ່ສ້າງຊົນນະບົດໃໝ່, ຊ່ອງວ່າງລະຫວ່າງເຂດຊົນນະບົດ ແລະ ຕົວເມືອງກໍ່ໄດ້ຫລຸດລົງແລ້ວ. ຢູ່ເຂດຊົນນະບົດກໍ່ມີນ້ຳປະປາມາຮອດບ້ານ, ມີໄຟຟ້າໃຊ້, ໂຮງຮຽນ, ໂຮງໝໍໄດ້ກໍ່ສ້າງຢ່າງໃຫຍ່ໂຕ ແລະ ສວຍງາມ. ຊີວິດຂອງ ປຊຊ ຢູ່ເຂດຊົນນະບົດ ແລະ ຕົວເມືອງເກືອບຄືວ່າເທົ່າໆກັນ.
ພຸດທະສາສະໜານິກາຍຂະແມ ແລະ ອົງການພຸດທະສາສະໜາ ນອນໃນຄວາມເປັນເອກະພາບຂອງສະມາຄົມພຸດທະສາສະໜາ ຫວຽດນາມ. ດັ່ງນັ້ນ, ພຸດທະສາສະໜານິກາຍຂະແມ ກໍ່ໄດ້ຮ່ວມເດີນທາງພ້ອມກັບຊາດ, ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດສະຫງົບສຸກ, ວັດທະນາຖາວອນ. ຄວາມເອົາໃຈໃສ່ຂອງລັດ ແມ່ນສິ່ງພິສູດທີ່ມີຊີວິດຊີວາ ກ່ຽວກັບການຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາ, ຊີວິດ, ຈິດໃຈ, ສະຫວັດດີການສັງຄົມໃຫ້ແກ່ຊາວເຜົ່າຂະແມ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ