ຂ້າພະເຈົ້າເປັນຊາວເຜົ່າສ່ວນໜ້ອຍ ຂະແມ ດຳລົງຊີວິດຢູ່ເຂດຊາຍແດນ, ເມື່ອກ່ອນຄອບຄົວຂ້າພະເຈົ້າທຸກຍາກທີ່ສຸດ, ເຮືອນຮົ່ວເພຫຼາຍ, ປະຈຸບັນລັດໄດ້ໜູນຊ່ວຍກໍ່ສ້າງເຮືອນໃໝ່ໃຫ້, ມີຊີວິດການເປັນຢູ່ເປັນປົກກະຕິ. ລັດໄດ້ໜູນຊ່ວຍ 110 ລ້ານດົ່ງ, ຄອບຄົວປະກອບຕື່ມ 30 ລ້ານດົ່ງ. ອຳນາດການປົກຄອງໄດ້ຊ່ວຍແຮງງານກໍ່ສ້າງໝົດ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນໂຄງການທີ່ມີຄວາມໝາຍວັດທະນະທຳມະນຸດທີ່ສຸດ. ນີ້ແມ່ນຄວາມເອົາໃຈໃສ່ທີ່ໃຫ່ຍຫຼວງຂອງພັກ, ລັດ ແລະ ອຳນາດການປົກຄອງທ້ອງຖິ່ນທີ່ໄດ້ຊ່ວຍໃຫ້ຄອບຄົວຂ້າພະເຈົ້າມີຊີວິດການເປັນຢູ່ທີ່ເປັນປົກກະຕິ, ອຸ່ນອ່ຽນໃຈທຳການຜະລິດ.
ນີ້ແມ່ນການແບ່ງປັນຂອງອ້າຍ ເຈົາລຽດ ປຊຊ ຜູ້ໄດ້ຮັບເຮືອນຫຼັງໃໝ່ຢູ່ຕາແສງ ຮ່າຕຽນ, ແຂວງ ອານຢາງ, ເຮືອນຂອງອ້າຍແມ່ນ ໜຶ່ງໃນຈຳນວນ 30 ຫຼັງໂດຍຕາແສງ ຮ່າຕຽນ ໄດ້ກໍ່ສ້າງໃໝ່, ສ້ອມແປງໃນໄລຍະຜ່ານມາ.
ພ້ອມກັບແຫຼ່ງງົບປະມານ, ຕາແສງ ຮ່າຕຽນ ໄດ້ຈັດພິທີປຸກລະດົມແຫຼ່ງກຳລັງອື່ນໆ ແລະ ລະດົມການໜູນຊ່ວຍຂອງຜູ້ອາສາສະໝັກ, ຕຳຫຼວດ, ທະຫານ… ເມື່ອຜັນຂະຫຍາຍຂະບວນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ຕາແສງ ຮ່າຕຽນ ໄດ້ເອົາໃຈໃສ່ເປັນພິເສດຕໍ່ເຂດຊາວເຜົ່າສ່ວນໜ້ອຍ, ເຂດຊາຍແດນ. ທ່ານ ຟ້າມຄັກຟາຣາ ຮອງປະທານຄະນະກຳມະການ ປຊຊ ຕາແສງ ຮ່າຕຽນ ໃຫ້ຮູ້ວ່າ:
ໂດຍໄດ້ປະຕິບັດຂະບວນການຮ່ວມແຮງຮ່ວມໃຈ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ, ຕາແສງ ຮ່າຕຽນ ກຳນົດວ່າ ນີ້ແມ່ນໜ້າທີ່ການເມືອງສຳຄັນ. ຄະນະກຳມະການ ປຊຊ ຕາແສງ ໄດ້ສຳຫຼວດກວດຄືນ, ປະກາດບັນຊີລາຍຊື່ບັນດາຄອບຄົວທີ່ໄດ້ຮັບການໜູນຊ່ວຍຢ່າງເປີດເຜີຍ, ຈະແຈ້ງ. ໃນວິວັດການກໍ່ສ້າງ, ສາມາດຂົນຂວາຍບັນດາກຳລັງໜູນຊ່ວຍດ້ານແຮງງານ ໄດ້ທັງໝົດລວມເປັນກວ່າ 400 ວັນເຮັດວຽກ.
ໃນທົ່ວແຂວງ ອານຢາງ, ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຄວາມມານະພະຍາຍາມຂອງບັນດາຂັ້ນ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ, ພິເສດແມ່ນຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງ ປຊຊ ທຸກຊັ້ນຄົນ, ຜູ້ມີໃຈບຸນໃຈກຸສົນ, ປະຊາຄົມນັກທຸລະກິດ, ທົ່ວແຂວງໄດ້ປະຕິບັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນແຂວງສຳເລັດກ່ອນວັນທີ 15 ມິຖຸນາ ປີ 2025, ໄວກວ່າ 3 ເດືອນເມື່ອທຽບກັບແຜນການຂອງແຂວງທີ່ໄດ້ວາງອອກ ແລະ ກ່ອນ 4 ເດືອນເມື່ອທຽບກັບແຜນການລວມຂອງທົ່ວປະເທດ. ມີເຮືອນຢູ່ຖາວອນ, ເຮືອນໃຫຍ່ໂຕສວຍງາມທັງໝົດ 3.135 ຫຼັງໄດ້ມອບໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວມີຄຸນງວາມຄວາມດີຕໍ່ປະເທດຊາດ, ຕໍ່ການປະຕິວັດ, ຊາວຊົນເຜົ່າສ່ວນໜ້ອຍ ເພື່ອຊ່ວຍໃຫ້ບັນດາຄອບຄົວໄດ້ສ້າງຊີວິດການເປັນຢູ່ທີ່ເປັນປົກກະຕິເທື່ອລະກ້າວ. ທ່ານ ເລຮົ່ງກວາງ ເລຂາຄະນະພັກແຂວງ ອານຢາງ ເນັ້ນໜັກວ່າ:
ແຂວງໄດ້ຮຽກຮ້ອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ, ຜູ້ມີໃຈບຸນໃຈກຸສົນ, ປຊຊ ທຸກຊັ້ນຄົນ ສືບຕໍ່ຮ່ວມເດີນທາງພ້ອມກັບອຳນາດການປົກຄອງທ້ອງຖິ່ນ. ຫວັງວ່າ ບັນດາຄອບຄົວທີ່ໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຢູ່ໂຄງການນິ້ ຈະພ້ອມກັນສາມັກຄີ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຊີວິດໃຫ້ເປັນປົກກະຕິ, ປະກອບສ່ວນປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນຢ່າງມີໄຊ.
ຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພບໍ່ພຽງແຕ່ແມ່ນໜ້າທີ່ຂອງອຳນາດການປົກຄອງ ເວົ້າສະເພາະ ເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ຂອງທົ່ວສັງຄົມອີກດ້ວຍ. ຕາແສງ ຮ່າຕຽນ ເວົ້າສະເພາະ ແລະ ແຂວງ ອານຢາງ ກຳນົດບໍ່ພຽງແຕ່ຢຸດຢູ່ການປະຕິບັດລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພກ່ອນກຳນົດເວລາເທົ່ານັ້ນ ຫາກຍັງໄດ້ຖືວຽກງານນີ້ແມ່ນວິວັດການຍາວນານອີກດ້ວຍ, ເພື່ອຮັບປະກັນໃຫ້ ປຊຊ ທຸກຄົນຈະມີບ່ອນຢູ່ທີ່ເປັນປົກກະຕິ, ປອດໄພ, ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ