ວັນ​ທີ 01 ເມ​ສາ, ຄະ​ນະ​ກຳ​ມະ​ການ ເອີ​ລົບ (ອີ​ຊີ) ແຈ້ງ​ໃຫ້​ຊ​າບ​ວ່າ ໄດ້​ປ່ອຍ​ບ້ວງ​ເງິນໜູນ​ຊ່ວຍ​ທີ່​ມີ​ມູນ​ຄ່າ 2 ລ້ານ​ເອີ​ໂລ (2,32 ລ້ານ USD) ໃຫ້​ແກ່ ກຸຍ​ບາ ຕື່ມ​ອີກ, ເພື່ອ​ແນ​ໃສ່​ຊ່ວຍ​ບັນ​ດາ​ຄູ່​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ສະ​ໜອງ​ບ້ວງ​ເງິນ​ອຸ​ປະ​ຖຳໂດຍ​ດ່ວນ​ໃຫ້​ແກ່​ປະ​ເທດ​ເກາະ​ນີ້.

​ຕາມ​ຖະ​ແຫຼງ​ການ​ຂອງ ອີ​ຊີ, ບ້ວ​ງ​ເງິນດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​ໜູນ​ຊ່ວຍ​ວຽກ​ງານ​ພະ​ລາ​ທິ​ການ​ໃຫ້​ແກ່​ຄູ່​ຮ່ວມ​ມື​ມະ​ນຸດ​ສະ​ທຳ ສະ​ໜອງ​ບ້ວງ​ເງິນ​ອຸ​ປະ​ຖຳ​ໂດຍ​ດ່ວນ​ໃຫ້​ແກ່​ຜູ້​ມີ​ຄວາມ​ສ່ຽງ​ສູງ​ກວ່າ​ເພີ່ນ, ຍ້ອນ​ວິ​ກິດ​ການ​ດ້ານ​ພະ​ລັງ​ງານ​ໃນ​ປະ​ຈຸ​ບັນ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ຂ້ອງ​ເຖິງ​ການ​ຈັດ​ແບ່ງ​ທັນ​ຍາ​ຫານ ແລະ ນ້ຳ​ດຶ່ມ​ຢູ່ ກຸຍ​ບາ. ຈຳ​ນວນ​ເງິນ​ດັ່ງ​ກ່າວ​ແມ່ນ​ເພີ່ມ​ເຕີມ​ໃຫ້​ບ້ວງ​ເງິນ​ອຸ​ປະ​ຖຳ 4 ລ້ານເອີ​ໂລ ທີ່​ໄດ້ອະ​ນຸ​ມັດ​ຜ່ານ​ກ່ອນນັ້ນ​ໃນ​ປີນີ້ ເຊິ່ງ​ເຄີຍ​ສະ​ຫງວນ​ໃຫ້​ພາກ​ພື້ນ ກາ​ຣີ​ເບ.

ໃນ​ຂະ​ນະ​ນັ້ນ, ໃນ​ວັນ​ດຽວ​ກັນ, ທ່ານ Andrey Nikitin, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ລັດ​ເຊຍ ຖະ​ແຫຼງວ່າ ກຸຍ​ບາ ແມ່ນ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ປະ​ເທດນີ້ ແລະ ມົດ​ສະ​ກູ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້ ລາ​ຮາ​ວານ. ເຈົ້າ​ໜ້າ​ທີ່​ທ່ານນີ້​ເນັ້​ນ​ໜັກ​ວ່າ ການ​ເຄື່ອນ​ໄຫ​ວ​ຂອງ​ປະ​ເທດນີ້​ແມ່ນ​ໄດ້​ເຄົາ​ລົບ​ກົດ​ໝາຍ​ວ່າດ​້ວຍ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ສາ​ກົນ.