ວັນ​ທີ 01 ເມ​ສາ, ເປັນ​ມື້​ທີ 33 ຂອງ​ການ​ປະ​ທະ​ກັນ, ອີ​ຣານ ໄດ້​ເປີດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຢ່າງ​ດຸ​ເດືອດ​ເຂົ້າ ອິດ​ສະ​ຣາ​ແອັນ ພ້ອມ​ກັບ​ບັນ​ດາ​ຖານ​ທີ່​ໝັ້ນ​ດ້ານ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ​ຢູ່​ຕາ​ເວັນ​ອອກ​ກາງຄືນ​​ອີກ. ເຕ​ເຮ​ຣານ​ ກໍ່​ປະ​ຕິ​ເສດ​ຄຳ​ຖະ​ແຫຼງ​ຂ​ອງ​ທ່ານ Donald Trump, ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ ອີ​ຣານ ສະ​ເໜີ​ຢຸ​ດ​ຍິງ.

ຕາມ​ຖະ​ແຫຼງ​ການ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ຕອນ​ຄ​່ຳ​ວັນ​ທີ 01 ເມ​ສາ, ບັນ​ດາກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ໃຫ້​ຮູ້​ວ່າ ໃນ​ວັນ​ດຽວ​ກັນ, ກຳ​ລັງ​ນີ້​ໄດ້​ຍິງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ Lucas ຂອງ​ທະ​ຫານ​ປະ​ສົມ ອາ​ເມ​ລິ​ກາ - ອິດ​ສະ​ຣາ​ແອັນ ຕົກ​ຢູ່​ເຂດ​ນ່ານ​ຟ້າ​ຂອງ ອີ​ຣານ. ກ່ອນ​ໜ້ານັ້ນ, IRGC ກໍ່​ແຈ​້ງວ່າ ໄດ້​ບຸກ​ລະ​ດົມ​ບັນ​ດາ​ການປ​ຸກ​ໂຈມ​ຕີ​ໃໝ່​ແນ​ໃສ່ ອິດ​ສະ​ຣາ​ແອັນ ແລະ ບັນ​ດາ​ຖານ​ທີ່​ໝັ້ນ ອາ​ເມ​ລິ​ກາ ຢູ່ພາກ​ພື້ນ. ຢູ່​ເຂດ​ອ່າວ, 4 ປະ​ເທດ ກາ​ຕາ, ​ບາ​ເຣັນ, UAE ແລະ ​ກູ​ເວດ, ແຈ້ງ​ໃຫ້​ຊາບ​ວ່າ ຖືກ ອີ​ຣານ ບຸກ​ໂຈມ​ຕີ, ດ້ວຍ​ລູກ​ສອນ​ໄຟ ຫຼື ເຮືອ​ບິນບໍ່​ມີ​ຄົນ​ຂັບ.

ທາງ​ດ້ານ​ການ​ທູດ​, ອີ​ຣານ ກໍ່​ປະ​ຕິ​ເສດ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ກ່ຽວ​ກັບ​ບັນ​ຫາ​ຢຸດ​ຍິງ. ໃນ​ແຈ້ງ​ການ​ປະ​ກາດ​ເມື່ອ​ຕອນ​ບ່າຍ​ວັນ​ທີ 01 ເມ​ສາ, ທ່ານ Esmail Baqaei, ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ຢືນ​ຢັນ​ວ່າ ຄຳຖະ​ແຫຼງໃນ​ວັນ​ດຽວ​ກັນ​ຂອງ​ທ່ານ Donald Trump ຕໍ່​ເລື່ອງ ອີ​ຣານ ​ທີ່ໄດ້​ສະ​ເໜີ​ຢຸດ​ຍິງນັ້ນ​ບໍ່​ແມ່ນ​ຄວາມ​ຈິງ ແລະ ບໍ່​ມີ​ຫຼັກ​ຖ​ານ.