(vovworld)- ໃນ 9 ເດືອນຕົ້ນປີ 2014, ເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ເຂົ້າຫວຽດນາມ ບັນລຸກວ່າ 11 ຕື້ USD. ເປັນຫນ້າສົນໃຈ ກະແສທຶນ FDI ລົງທຶນເຂົ້າຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດນັບມື້ນັບເພີ່ມຂຶ້ນ, ໃນນັ້ນສະເພາະ ກຸ່ມບໍລິສັດ Samsung ໄດ້ລົງທຶນຈຳນວນເງິນນັບຕື້ USD ເຂົ້າບັນດາໂຄງການໂຮງງານຜະລິດໂທລະສັບມືຖື ແລະ ເຄື່ອງອາໄຫລ່, ກາຍເປັນນັກລົງທຶນອັນດັບຫນຶ່ງຢູ່ຫວຽດນາມ. ບົດຂຽນຂອງນັກຂ່າວ ຕວນຟອງ ທີ່ພາດຫົວເລື່ອງວ່າ: “ກຸ່ມບໍລິສັດ Samsung ລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ”
![]() |
ເລີ່ມເຄື່ອນໄຫວຢ່າງເປັນທາງການເມື່ອເດືອນ 4/2009, ພ້ອມກັບວິວັດການເພີ່ມເງິນລົງທຶນ, ໂຮງງານ Samsung Electronics ຫວຽດນາມ (SEV) ຢູ່ ແຂວງ ບັກນີງ ໄດ້ປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການພັດທະນາຂອງຂະແຫນງອຸດສາຫະກຳເອເລັກໂຕນິກຂອງຫວຽດນາມ. ປີ 2013, ໂຮງງານ SEV ໄດ້ສົ່ງອອກບັນດາຜະລິດຕະພັນໂທລະສັບ ແລະ ເຄື່ອງອາໄລ່ ປະກອບສ່ວນປະມານ 18% ຍອດວົງເງິນສົ່ງອອກຂອງທັງປະເທດ. ຄາດວ່າ ເມື່ອໂຮງງານ Samsung Electronics ຫວຽດນາມ ຢູ່ແຂວງ ທາຍງວຽນ ນຳເຂົ້າເຄື່ອນໄຫວຢ່າງເປັນທາງການນັ້ນ ຍອດວົງເງິນສົ່ງອອກຂອງ Samsung ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ ເພີ່ມຂຶ້ນຫລາຍກວ່າ. ສະເພາະປີນີ້, ຈຳນວນສິນຄ້າສົ່ງອອກຄາດວ່າບັນລຸມູນຄ່າປະມານ 30 ຕື້ USD. ຫວ່າງແລ້ວນີ້, ໃນການຢ້ຽມຢາມທາງລັດຖະກິດເຖິງ ສ ເກົາຫລີ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ໄປຢ້ຽມຢາມກຸ່ມບໍລິສັດ Samsung ແລະ ເປັນສັກຂິພິຍານພິມີມອບຫນັງສືອະນຸຍາດໃຫ້ລົງທຶນ ສ້າງຕັ້ງບໍລິສັດເອເລັກໂຕນິກ Samsung CE COMPLEX ຈຳກັດ ຢູ່ເຂດເຕັກໂນໂລຊີສູງ ນະຄອນໂຮ່ຈິມີນ. ນີ້ແມ່ນໂຄງການມີຍອດຈຳນວນເງິນລົງທຶນ 1,4 ຕື້ USD ເພື່ອລົງທຶນກໍ່ສ້າງໂຮງງານປະກອບ ຜະລິດເຄື່ອງອາໄລ່, ດຳເນີນທຸລະກິດບັນດາຜະລິດຕະພັນເອເລັກໂຕນິກເຕັກໂນໂລຊີສູງດ້ວຍຍີ່ຫໍ້ Samsung, ຄາດວ່າຈະນຳເຂົ້າໃຊ້ການໃນຕົ້ນປີ 2016. ປະຈຸບັນ Samsung ກໍພວມຜັນຂະຫຍາຍໂຄງການຈຳນວນຫນຶ່ງໃນບັນດາຂົງເຂດພື້ນຖານໂຄງລ່າງ, ພະລັງງານ, ຕໍ່ກຳປັ່ນຢູ່ບັນດາແຂວງ ດົງນາຍ, ຮ່າຕີ້ງ ແລະ ແຄງຮ່ວາ. ໃນຍຸດທະສາດພັດທະນາຂອງຕົນ, Samsung ຢາກພ້ອມກັບຫວຽດນາມ ກໍ່ສ້າງຮາກຖານຜະລິດ ຕອບສະຫນອງຄວາມຕ້ອງການນຳໃຊ້ຜະລິດຕະພັນຂອງຕົນໃນທົ່ວໂລກ. ທ່ານ Ha Chan Ho, ຜູ້ໃຫ້ຄຳປຶກສາຍຸດທະສາດຂອງກຸ່ມບໍລິສັດ Samsung, ອະດີດເອກອັກຄະລັດຖະທູດ ສເກົາຫລີ ປະຈຳຫວຽດນາມ ໃຫ້ຮູ້ວ່າ:
“ປະຈຸບັນ, ການລົງທຶນຂອງ Samsung ຢູ່ຫວຽດນາມ ບັນລຸເຖິງ 5,5 ຕື້ USD. ເມື່ອໂຄງການໂຮງງານເອເລັກໂຕນິກ, ເຄື່ອງໄຟຟ້າໃຊ້ໃນເຮືອນຢູ່ນະຄອນ ໂຮ່ຈິມີນ ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ ຈະຍົກຕົວເລກດັ່ງກ່າວເພີ່ມຂຶ້ນເຖິງ 7 ຕື້ USD. ນອກນັ້ນ, ບັນດາບໍລິສັດລູກອື່ນຂອງ Samsung ໄດ້ ແລະ ພວມເລືອກເຟັ້ນຫວຽດນາມ ແມ່ນຈຸດນັດພົບໃຫ້ແກ່ບັນດານັກລົງທຶນຂອງຕົນ. ສະນັ້ນ, ຂ້າພະເຈົ້າຄິດວ່າ ຂອບຂະຫນາດການລົງທຶນຂອງ Samsung ຢູ່ ຫວຽດນາມ ໃນອະນາຄົດ ຈະເພີ່ມຂຶ້ນກວ່າອີກ.”
ເລື່ອງ Samsung ເພີ່ມທະວີການລົງທຶນເຂົ້າຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດຢູ່ຫວຽດນາມ ແມ່ນເລີ່ມມາຈາກຫລາຍສາຍເຫດ, ໃນນັ້ນ ຕ້ອງເວົ້າເຖິງເລື່ອງລັດຖະບານຫວຽດນາມ ໄດ້ ແລະ ພວມປະກາດໃຊ້ຫລາຍນະໂຍບາຍຫນູນຊ່ວຍ ແລະ ໃຫ້ບຸລິມະສິດພັດທະນາ 2 ຂະແຫນງອຸດສາຫະກຳປາຍແຫລມ ນັ້ນແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ອຸດສາຫະກຳຫນູນຊ່ວຍ; ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ. ແຫລ່ງຊັບພະຍາກອນມະນຸດອຸດົມສົມບູນ, ມີລະດັບຄວາມຮູ້ພ້ອມກັບເລື່ອງ ລັດຖະບານຫວຽດນາມ ສະຫນັບສະຫນູນໃຫ້ແກ່ບັນດານັກລົງທຶນກ່ຽວກັບລະບອບນະໂຍບາຍເປັນຢ່າງດີ, ສ້າງເງື່ອນໄຂແຫ່ງການລົງທຶນພື້ນຖານໂຄງລ່າງສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນ ສືບຕໍ່ເພີ່ມແຫລ່ງທຶນເຂົ້າຫວຽດນາມ. ຜູ້ຕາງຫນ້າຂອງ Samsung ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ພາຍຫລັງ 5 ປີເຄື່ອນໄຫວລົງທຶນຢູ່ຫວຽດນາມ, Samsung ໄດ້ຮັບມືກັບບັນດາເງື່ອນໄຂຢູ່ຫວຽດນາມ ເປັນຢ່າງດີ, ສະນັ້ນ ການເຄື່ອນໄຫວຜະລິດກໍໄດ້ຮັບຜົນງານດີພໍສົມຄວນ. ເລື່ອງກຳໄດ້ກາລະໂອກາດການລົງທຶນ ກໍ່ສ້າງຕື່ມອີກບັນດາໂຮງງານຢູ່ຫວຽດນາມ ໄດ້ຊ່ວຍໃຫ້ Samsung ຕອບສະຫນອງຄວາມຕ້ອງການນຳໃຊ້ໂທລະສັບມືຖືນັບມື້ນັບສູງຢູ່ຕະຫລາດໂລກ. ກຸ່ມບໍລິສັດ Samsung ເຄື່ອນໄຫວຢ່າງມີປະສິດທິຜົນ ໄດ້ ແລະ ພວມສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງການພັດທະນາບັນດາຂະແຫນງອຸດສາຫະກຳສຳຮອງພາຍໃນປະເທດ. ທ່ານ ຫງວຽນໂນ້ຍ, ຮອງຫົວຫນ້າກົມລົງທຶນຕ່າງປະເທດ ສັງກັດກະຊວງແຜນການ ແລະ ການລົງທຶນຖືວ່າ:
“ບັນດາໂຄງການຂອງບັນດາກຸ່ມບໍລິສັດຂ້າມຊາດ(TNC) ສວມບົດບາດອັນໃຫຍ່ຫລວງໃນການກະທົບທີ່ແຜ່ລາມອອກ. ບັນດາໂຄງການຂອງກຸ່ມບໍລິສັດຂ້າມຊາດເຂົ້າຫວຽດນາມ ຈະດຶງດູດບັນດາບໍລິສັດຜະລິດເຄື່ອງອາໄລ່, ຕົວຢ່າງຄື Samsung ດຶງດູດປະມານ 100 ບໍລິສັດຜະລິດເຄື່ອງອາໄລ່. ປະຈຸບັນ ກະຊວງແຜນການ ແລະ ການລົງທຶນ ກໍໄດ້ສ້າງຫົວຫນ່ວຍຫນູນຊ່ວຍບັນດາໂຄງການຂອງ Samsung”
ກຸ່ມບໍລິສັດ Samsung ພ້ອມດ້ວຍບັນດາວິສາຫະກິດ FDI ອື່ນ ໄດ້ປະກອບສ່ວນນຳຫວຽດນາມ ກາຍເປັນຫນຶ່ງໃນບັນດາສູນຜະລິດອຸປະກອນເອເລັກໂຕນິກຊັ້ນນຳຂອງໂລກ 10 ແຫ່ງ ຊຶ່ງບໍ່ທັນຮອດ 1 ທົດສະວັດ ດ້ວຍມູນຄ່າການຜະລິດໃນປີ 2013 ບັນລຸ 40 ຕື້ USD ແລະ ຄາດວ່າເພີ່ມຂຶ້ນຢ່າງແຮງໃນໄລຍະຈະມາເຖິງ. ຜູ້ຕາງຫນ້າຂອງກຸ່ມບໍລິສັດ Samsung ຖືວ່າ: ທ່າອ່ຽງການລົງທຶນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນບັນດາໂຄງການເຕັກໂນໂລຊີສູງ ຍັງຈະສືບຕໍ່ເພີ່ມຂຶ້ນຫລາຍກວ່າອີກ, ເພາະ ວ່າ ປະຈຸບັນ ເງື່ອນໄຂລົງທຶນຢູ່ຫວຽດນາມ ແມ່ນສະດວກພໍສົມຄວນ, Samsung ກໍຄືບັນດາວິສາຫະກິດ FDI ອື່ນພວມຮັບກາລະໂອກາດການພັດທະນາລົງທຶນ ເມື່ອສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດຂ້າມປາຊີຟີກ (TPP), ສັນຍາການຄ້າເສລີ FTA ຕາມວິວັດການໄດ້ລົງນາມ. ແລະ ຄຽງຄູ່ກັບການສ້າງຕັ້ງຂອງປະຊາຄົມເສດຖະກິດ ອາຊຽນ (AEC) ໃນປີ 2015, ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ ຍັງຈະສືບຕໍ່ໄດ້ຮັບປັບປຸງ ແລະ ດູດດື່ມກ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
