ໃນການຖະແຫຼງຂ່າວປະຈຳໄລຍະທີ່ດຳເນີນໃນຕອນເຊົ້າວັນທີ 01 ເມສາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ໃນເດືອນ ເມສາ 2026 ຄາດວ່າບັນລຸ 6,02 ຕື້ USD (ເພີ່ມຂຶ້ນຢ່າງແຮງ ເຖິງ 47,8% ເມື່ອທຽບໃສ່ເດືອນກ່ອນ). ໄລ່ສະເລ່ຍ 3 ເດືອນຕົ້ນປີ 2026, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸ 16,69 ຕື້ USD (ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025).
ໃນນັ້ນ, ການສົ່ງອອກຜະລິດຕະພັນກະເສດບັນລຸ 8,93 ຕື້ USD; ສິນໃນນ້ຳບັນລຸ 2,62 ຕື້ USD, ນັ້ນລ້ວນແຕ່ໄດ້ຮັບຮູ້ລະດັບການເຕີບໂຕຢ່າງຕັ້ງໜ້າ. ພິເສດ, ການສົ່ງອອກຜະລິດຕະພັນສັດລ້ຽງເພີ່ມຂຶ້ນ 54,3%, ບັນລຸເກືອບ 198 ລ້ານ USD.
ກົງກັນຂ້າມ, ການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງຫຼຸດລົງເລັກນ້ອຍ 2,4%, ສິ່ງດັ່ງກ່າວສ່ອງແສງໃຫ້ເຫັນບັນດາຄວາມຫຍຸ້ງຍາກກ່ຽວກັບຕະຫຼາດ ແລະ ຄວາມຕ້ອງການບໍລິໂພກ.
ຖ້າຄິດໄລ່ຕາມຕະຫຼາດແລ້ວ, ອາຊີ ສືບຕໍ່ແມ່ນພາກພື້ນບໍລິໂພກບັນດາປະເພດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຫຼາຍທີ່ສຸດ, ກວມເອົາກວ່າ 45% ອັດຕາສ່ວນກວມຕະຫຼາດ. ຖັດຈາກນັ້ນແມ່ນທະວີບ ອາເມລິກາ ແລະ ເອີຣົບ, ໃນຂະນະທີ່ ອາຟະລິກາ ແລະ ທະວີບໂອເຊອານີ ກວມເອົາອັດຕາສ່ວນໜ້ອຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ