(vovworld)- ເລື່ອງສ້າງຕັ້ງ ແລະ ພັດທະນາບັນດາເຂດປົກຄອງເສດຖະກິດພິເສດ ຫລື ເອີ້ນວ່າ ບັນດາເຂດເສດຖະກິດເສລີ ແມ່ນຮູບແບບທີ່ຫລາຍປະເທດໄດ້ຮູ້ຈັກເຖິງມາແຕ່ດົນນານ ແລ້ວ. ເຖິງຢ່າງໃດກໍຕາມ, ນີ້ແມ່ນຮູບແບບໃຫມ່ອ່ຽມຢູ່ຫວຽດນາມ. ເລື່ອງສ້າງຕັ້ງ ແລະ ພັດທະນາບັນດາເຂດປົກຄອງເສດຖະກິດພິເສດຢູ່ຫວຽດນາມ ຈະສ້າງບັນດາເຂດເສດຖະກິດທີ່ຂະຫຍັນຂັນເຄື່ອນ, ເສລີ ດ້ວຍການໃຫ້ບຸລິມະສິດພົ້ນເດັ່ນຫລາຍຢ່າງ, ຈາກນັ້ນ ແຜ່ຂະຫຍາຍເຖິງບັນດາເຂດເສດຖະກິດອື່ນ.
ແນວຄວາມຄິດກໍ່ສ້າງ ແລະ ພັດທະນາເຂດປົກຄອງເສດຖະກິດພິເສດຢູ່ ຫວຽດນາມ ຖືກຍົກອອກມາໃນກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ຊຸດທີ 8 ປີ 1997. ຜ່ານກວ່າ 16 ປີແຫ່ງການຄົ້ນຄ້ວາ, ກໍ່ສ້າງທົດລອງ ແລະ ພັດທະນາບັນດາເຂດເສດຖະກິດເປີດ, ເຂດເສດຖະກິດແຄມທະເລ, ລັດຫວຽດນາມ ໄດ້ມີແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍກ່ຽວກັບການກໍ່ສ້າງເຂດປົກຄອງເສດຖະກິດພິເສດ, ເພື່ອສ້າງຮູບແບບການເຕີບໂຕ ແລະ ປະຕິບັດລະບອບໃຫມ່. ບັນດາເຂດທີ່ໄດ້ຮັບການເລືອກເຟັ້ນເພື່ອກໍ່ສ້າງ ເຂດປົກຄອງເສດຖະກິດພິເສດ ລວມມີ: ເມືອງເກາະ ເວີນດົນ ຢູ່ ແຂວງ ກວ໋າງນີງ, ເມືອງເກາະ ຟູກວກ ຢູ່ແຂວງ ກຽນຢາງ ແລະ ອ່າວ ເວີນຟອງ ຢູ່ແຂວງ ແຄງຮ່ວາ. ເລື່ອງເລືອກເຟັ້ນສະຖານທີ່ກໍ່ສ້າງບັນດາ ເຂດປົກຄອງເສດຖະກິດພິເສດສ່ວນຫລາຍແມ່ນອີງໃສ່ທ່າໄດ້ປຽບດ້ານພູມສາດ-ເສດຖະກິດຂອງບັນດາເຂດນີ້. ຕາມນັ້ນແລ້ວ, ເວີນດົນ, ຟູກວກ ແລະ ອ່າວ ເວີນຟອງ ລ້ວນແຕ່ແມ່ນສະຖານທີ່ມີທິວທັດທຳມະຊາດສວຍງາມພິເສດ, ມີຄວາມສາມາດບົ່ມຊ້ອນກ່ຽວກັບການທ່ອງທ່ຽວ. ນອກນັ້ນ, 3 ເຂດດັ່ງກ່າວ ລ້ວນແຕ່ນອນໃນເສັ້ນທາງຄົມມະນາຄົມແຄມທະເລ, ຫລືນອນໃນເສັ້ນທາງເຊື່ອມຕໍ່ພາກພື້ນ ແລະ ໂລກ. ທ່ານ ເວືອງດີງເຫ້ວ, ຫົວຫນ້າຄະນະເສດຖະກິດສູນກາງໃຫ້ຮູ້ວ່າ:
“ແຜນນະໂຍບາຍຂອງພັກ ແລະ ລັດ ບົນພື້ນຖານທ່າໄດ້ປຽບຂອງຫວຽດນາມ ກ່ຽວກັບເສດຖະກິດທະເລ, ໝູ່ເກາະ, ພວກເຮົາຈະສ້າງຕັ້ງ ແລະ ພັດທະນາເຂດເສດຖະກິດພິເສດຈຳນວນຫນຶ່ງ ຫລື ເຂດເສດຖະກິດພິເສດ ແລະ ປົກຄອງ ດ້ວຍຈຸດປະສົງສຳຄັນແມ່ນສ້າງການຈະເລີນເຕີບໂຕເພື່ອກະຕຸກຊຸກຍູ້ພັດທະນາເສດຖະກິດເຂດຕ່າງໆ ແລະ ແຜ່ຂະຫຍາຍໄປທົ່ວປະເທດ. ຈຸດໝາຍທີສອງຂອງການພັດທະນາ ເຂດປົກຄອງເສດຖະກິດພິເສດ ແມ່ນການປະຕິບັດທົດລອງບັນດານະໂຍບາຍ ແລະ ລະບອບທີ່ມີລັກສະນະບຸກທະລຸ ຫລັງຈາກນັ້ນ ສາມາດນຳໃຊ້ໃຫ້ແກ່ທົ່ວປະເທດໄດ້.”
![]() ເຂດເສດຖະກິດ ເວີນດົນ
ພາບ:internet |
ຕາມແຜນນະໂຍບາຍນີ້, ໃນຫລາຍປີມານີ້, ເວີນດົນ, ຟູກວກ ແລະ ເວີນຟອງໄດ້ພັດທະນາຕາມທິດ ຈະກາຍເປັນເຂດປົກຄອງເສດຖະກິດພິເສດ. ປະຈຸບັນ, ເຂດເສດຖະກິດເວີນຟອງ ມີ 79 ໂຄງການລົງທຶນ ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 9.400 ຕື້ດົ່ງ. ມາຮອດປະຈຸບັນ, ເຂດລະຫລິ້ນບັນເທິງປະສົມທີ່ມີລາງວັນ ແມ່ນສ່ວນຫນຶ່ງໃນການວາງແຜນກຳນົດສັງລວມຢູ່ເຂດເສດຖະກິດ ເວີນດົນ ໂດຍທ່ານນາຍົກລັດຖະມົນຕີ ອະນຸຍາດໃຫ້ກໍ່ສ້າງ. ແຂວງ ກວ໋າງນີງ ກໍໄດ້ດຶງດູດທຶນໃຫ້ແກ່ໂຄງການກໍ່ສ້າງສະຫນາມບິນ ສາກົນ ເວີນດົນ ດ້ວຍມູນຄ່າປະມານ 1 ຕື້ USD. ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຫລາຍທ່ານ ມີຄວາມສົນໃຈເຖິງການລົງທຶນເຂົ້າເຂດເສດຖະກິດນີ້. ທ່ານ ຫງວຽນຫືວຖູຍ, ປະທານ ສະມາຄົມນັກທຸລະກິດຫນຸ່ມ ແຂວງ ກວ໋າງນີງ ໃຫ້ຮູ້ວ່າ:
“ການລົງທຶນຢູ່ ເວີນດົນ ແມ່ນຄວາມປາດຖະຫນາຂອງບັນດານັກທຸລະກິດ ແລະ ພິເສດ ແມ່ນນັກທຸລະກິດຫນຸ່ມ. ໃນສະມາຄົມນັກທຸລະກິດຫນຸ່ມ, ມີບາງຄົນໄດ້ລົງທຶນດ້ວຍຂອບຂະຫນາດໃຫຍ່ ແລະ ໃນເວລາຍາວຢູ່ ເວີນດົນ. ໂດຍແມ່ນຜູ້ທຳອິດລົງທຶນເຂົ້າເວີນດົນ, ສະນັ້ນ ຂ້າພະເຈົ້າມີຄວາມປາດຖະຫນາ ແລະ ສົນໃຈທີ່ສຸດເຖິງບັນດາລາຍການສົ່ງເສີມການລົງທຶນເພື່ອໃຫ້ເວີນດົນ ພັດທະນາ.”
ໃນຂະນະນັ້ນ, ແຂວງ ແຄງຮ່ວາ ພວມຊຸກຍູ້ບັນດາບາດກ້າວເພື່ອສ້າງ ເຂດປົກຄອງເສດຖະກິດພິເສດ ເວີນຟອງ. ໄລ່ມາຮອດຈຸດເວລານີ້, ເຂດເສດຖະກິດເວີນຟອງ ໄດ້ດຶງດູດ 126 ໂຄງການຕົ້ນຕໍ ໃນຂົງເຂດອຸດສາຫະກຳຫນັກ, ອຸດສາຫະກຳສຳຮອງ. ສຳລັບ ເຂດປົກຄອງເສດຖະກິດພິເສດ ຟູກວກ, ຄາດວ່າ ໃນປີ 2020, ຟູກວກ ຈະກາຍເປັນສູນການເງິນ ທີ່ດຶງດູດການລົງທຶນຈາກບັນດາກຸ່ມເສດຖະກິດນາໆຊາດເປັນຈຳນວນຫລວງຫລາຍ.
ເປັນອັນວ່າ, ບັນດາ ເຂດປົກຄອງເສດຖະກິດພິເສດຢູ່ຫວຽດນາມ ພວມໃນໄລຍະເລີ່ມຕົ້ນສ້າງຕັ້ງ. ທ່ານ ເວືອງດີງເຫ້ວ ໃຫ້ຮູ້ຕື່ມອີກວ່າ:
“ເພື່ອສ້າງຕັ້ງບັນດາເຂດປົກຄອງເສດຖະກິດພິເສດນີ້, ຕາມພວກຂ້າພະເຈົ້າແລ້ວ ຕ້ອງມີບັນດາມາດຕະການ, ກ່ອນອື່ນໝົດຕ້ອງກໍ່ສ້າງ ແລະ ຮັບຮອງເອົາກົດໝາຍກ່ຽວກັບ ເຂດປົກຄອງເສດຖະກິດພິເສດ ກົດໝາຍສະບັບນີ້ຖືກສ້າງຂຶ້ນໃນໂຄງການສ້າງກົດໝາຍຂອງສະພາແຫ່ງຊາດ ພາຍຫລັງທີ່ຫວຽດນາມ ໄດ້ຮັບຮອງເອົາລັດຖະທຳມະນູນປີ 2013. ທີສອງ ພວກເຮົາຕ້ອງສ້າງບັນດາລະບອບນະໂຍບາຍ ກ່ຽວກັບດ້ານບໍລິຫານ ແລະ ເສດຖະກິດ ຢ່າງກ້າວກະໂທດ ແລະ ມີລັກສະນະແກ້ງແຍ້ງໃນພາກພື້ນ ແລະ ພາຍໃນປະເທດ ໃຫ້ແກ່ບັນດາເຂດເສດຖະກິດພິເສດຂອງຫວຽດນາມ. ທີ 3 ພວກເຮົາຕ້ອງຊອກຫາ ແລະ ແນະນຳ ໃຫ້ບັນດານັກລົງທຶນສະຖານທີ່ມີທ່າໄດ້ປຽບກ່ຽວກັບພູມສາດດ້ານເສດຖະກິດ ແລະ ສຳຫລວດຢ່າງລະອຽດ, ພ້ອມທັງ ໂຄສະນາໃຫ້ແກ່ຕ່າງປະເທດ. ຫນຶ່ງໃນບັນດາປັດໄຈສຳຄັນສຳລັບການສ້າງຕັ້ງ ແລະ ພັດທະນາບັນດາ ເຂດ ເສດຖະກິດພິເສດ ນັ້ນແມ່ນຊອກຫາບັນດານັກລົງທຶນຍຸດທະສາດ.”
ຜົນສະທ້ອນ ກໍ່ຄືຄວາມສຳຄັນກ່ຽວກັບທ່າແຮງຂອງບັນດາ ເຂດປົກຄອງເສດຖະກິດພິເສດ ຢູ່ ຫວຽດນາມ ຈະໄດ້ຮັບການຢັ້ງຢືນໃນພຶດຕິກຳຕົວຈິງ. ເລື່ອງສ້າງຕັ້ງບັນດາ ເຂດປົກຄອງເສດຖະກິດພິເສດໃນໄລຍະຈະມາເຖິງ ຈະແຜ່ຂະຫຍາຍເຖິງບັນດາທ້ອງຖິ່ນອື່ນ, ປະກອບສ່ວນເຮັດໃຫ້ພື້ນຖານເສດຖະກິດຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄ່ື່ອນ ແລະ ມີປະສິດທິຜົນກວ່າ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
