ຊຸດສະແຕມລວມມີ 2 ແບບ, ດ້ວຍຂະໜາດ 37x37ມມ, ໂດຍນັກຈິດຕະກອນຟ້າມຮ່າຫາຍ ອອກແບບຕາມຮູບແບບ ກຣາບຟິກ. ກ່ອນນັ້ນ, ຊຸດສະແຕມດັ່ງກ່າວໄດ້ຮັບລາງວັນທີ 1 ໃນການປະກວດ “ຈຸດວັດທະນະທຳພື້ນເມືອງໃນສະແຕມບຸນເຕັດ” ຈາກຄະນະກຳມະການໃຫ້ຄະແນນການອອກແບບສະແຕມບຸນເຕັດ. ແບບທີໜຶ່ງ ມີລາຄາ 3.000 ດົ່ງ, ມີຮູບໝາຜູ້ໃນພື້ນສີຂຽວ, ແບບທີສອງ ມີລາຄາ 10.500 ດົ່ງ, ມີຮູບໝາແມ່ອຸ້ມລູກໃນພື້ນສີແດງ - ບົວ.

(ພາບ: ຈິດຕະກອນ, ປະລິຍາໂທວິຈິດສິນ ຟ້າມຮ່າຫາຍ)

ເກັບຮັກສາຊຸດສະແຕມບຸນເຕັດແມ່ນຄວາມນິຍົມທີ່ຂາດບໍ່ໄດ້ຂອງວົງການຜູ້ເກັບຮັກສາສະແຕມ

ຍ້ອນມັນມີຄຳອວຍພອນປີໃໝ່ເບີກບານມ່ວນຊື່ນ, ມີຄວາມຜາສຸກ, ຄວາມອີ່ມໜຳສຳລານ.