ທ່ານ ຫວູດ້າຍທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ
(ພາບ: VOV1)

ຕອນເຊົ້າວັນທີ 31 ມີນາ, ນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມປະກາດໝາກຜົນ ດັດຊະນີກປະຕິຮູບການບໍລິຫານປີ 2025, ດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນກ່ຽວກັບການຮັບໃຊ້ການບໍລິຫານຂອງບັນດາພະແນກ, ອົງການທຽບເທົ່າພະແນກ ແບະ ຄະນະກຳມະການປະຊາຊົນ ບັນດາຕາແສງ.

ຕາມການຕີລາຄາຂອງສະພາຕີລາຄາດັດຊະນີການປະຕິຮູບການບໍລິຫານ ນະຄອນ ຮ່າໂນ້ຍ, ປີ 2025, ດັດຊະນີປະຕິຮູບບໍລິຫານຂອງທັງສອງກຸ່ມ (ພະແນກຂະແໜງການ ແລະ ຕາແສງ) ລ້ວນແຕ່ມີການປັບປຸງດີຂຶ້ນຢ່າງຈະແຈ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫວູດ້າຍທັ້ງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ ວຽກງານປະຕິຮູບການບໍລິຫານຂອງບັນດາພະແນກ, ອົງການທຽບເທົ່າພະແນກ, ບັນດາຕາແສງ ມີການຜັນປ່ຽນຢ່າງຕັ້ງໜ້າ ໂດຍປະຊາຊົນ, ອົງການຈັດຕັ້ງ ແລະ ວິສາຫະກິດຮັບຮູ້ເທົ່າລະກ້າວ, ປະກອບສ່ວນສຳຄັນເຂົ້າໃຈການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງນະຄອນ. ທ່ານໃຫ້ຮູ້ວ່າ:

ບັນດາອົງການ, ຫົວໜ່ວຍຕ້ອງສຸມໃສ່ປະຕິຮູບຢ່າງແທ້ຈິງບົນເສົາຄ້ຳຫຼັກ. ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການປະຕິຮູບລະບອບລະບຽບການ, ການປະຕິບັດລະບຽບການບໍລິຫານ… ສືບຕໍ່ເຮັດໃຫ້ອົງການ, ກົນຈັກບໍລິຫານກະທັດລັດລົງ, ຍົກສູງລະດັບຄວາມຮູ້ຂອງພະນັກງານ, ລັດຖະກອນ, ປ່ຽນແປງໃໝ່ລະບົບວຽກງານພາກລັດ ຕາມທິດຕີລາຄາຕາມໝາກຜົນ, ຍູ້ແຮງການຫັນເປັນດີຈີຕອນ, ສ້າງອຳນາດການປົກຄອງດີຈີຕອນ ແລະ ທຸກໜ້າທີ່ກຳນົດຜະລິດຕະພັນສົ້ນອອກມີດັດຊະນີ, ເວລາປະຕິບັດສຳເລັດຢ່າງຈະແຈ້ງ.