ກອງປະຊຸມຄະນະກຳມະການຮ່ວມມືລວມ ອາຊຽນ - ຈີນຄັ້ງທີ 27 (ພາບ: VOV)

ກອງປະຊຸມຄັ້ງທີ 27 ຄະນະກຳມະການຮ່ວມມືລວມຂັ້ນເອກອັກະຄະລັດຖະທູດ ອາຊຽນ ແລະ ຈີນ ໄດ້ດຳເນີນໃນວັນທີ 30 ມີນາ, ຢູ່ອິນໂດເນເຊຍ. ທ່ານນາງ ຕົນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕົນທິງອກເຮືອງ ຕີລາຄາສູງຄວາມໝາຍ ແລະ ລະດັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ອາຊຽນ - ຈີນ, ໃນນັ້ນເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງບັນດາປະເທດ, ເປັນຕົ້ນແມ່ນປະເທດໃຫຍ່ຄືຈີນ, ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມສະດວກໃຫ້ແກ່ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.