ນັກຮົບເກົ່າມາຢ້ຽມຢາມຂົວຫຽນເລືອງຄືນ |
ແຂວງ ກວ໋າງຈິ ມີປູຊະນີຍະສະຖານປະຫວັດປະຕິວັດ ແລະ ວັດທະນະທຳເກືອບ 500 ແຫ່ງ, ໃນນັ້ນມີຫຼາຍແຫ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດເຊັ່ນ ທາງອຸໂມງ ຫວິງມົກ, ແມ່ນ້ຳຫ່ຽນເລືອງ-ເບັນຫາຍ, ກຳແພງເກົ່າກວ໋າງຈິ, ເຂດປ່າຊ້ານັກຮົບເສຍຊີວິດເພື່ອຊາດ ເຈື່ອງເຊີນ ແລະ ປ່າຊ້ານັກຮົບເສຍສະຫຼະຊີວິດແຫ່ງຊາດທາງຫຼວງເລກ 9… ສະເພາະເຂດປູຊະນີຍະສະຖານທາງອຸໂມງໃຕ້ດິນ ຫວິງມົກ ແຕ່ລະປີກໍ່ໄດ້ຮັບແຂກທ່ອງທ່ຽວນັບແສນເທື່ອຄົນມາຢ້ຽມຊົມທັດສະນະສຶກສາ. ນັກທ່ອງທ່ຽວ ຫງວຽນທິເຮືອງ ເວົ້າວ່າ:
“ຂ້າພະເຈົ້າມານີ້ບໍ່ພຽງແຕ່ມາຢ້ຽມຊົມກິດຈະກຳໝູ່ບ້ານໃຕ້ດິນເທົ່ານັ້ນ ຫາກຍັງໄປຢ້ຽມຊົມຊອກຮູ້ການດຳລົງຊີວິດທີ່ລຳບາກຢູ່ໃຕ້ດິນ ຂອງປູ່ຍ່າຕາຍາຍໃນການສູ້ຮົບອັນອົງອາດກ້າແກ່ນ ຂອງຊາດຫວຽດນາມອີກດ້ວຍ. ແຂວງ ກວ໋າງຈິ ມີປູຊະນີຍະສະຖານປະຫວັດສາດທີ່ລືຊື່ຫຼາຍແຫ່ງ ແລະ ຕາມຂ້າພະເຈົ້າແລ້ວນີ້ແມ່ນສະຖານທີ່ແດງ ເພື່ອໃນໂອກາດວັນບຸນ ຫຼື ໃນຕົ້ນປີໃໝ່, ແຂກທ່ອງທ່ຽວກໍ່ມານີ້ເພື່ອຢ້ຽມຊົມ ທັດສະນະສຶກສາຊອກຮູ້ ກ່ຽວກັບວັດທະນະທຳປະຫວັດສາດ”.
ປູຊະນີຍະສະຖານປະຕິວັດລະດັບຊາດພິເສດອີກອັນໜຶ່ງ ແມ່ນສອງຟາກຝັ່ງແມ່ນນ້ຳ ຫ່ຽນເລືອງ- ເບັນຫາຍ ນອນບົນທາງຫຼວງ 1A ແລ່ນຜ່ານເມືອງ ຫວິງລິງ ກໍ່ແມ່ນສະຖານທີ່ແດງໃນແຜນທີ່ທ່ອງທ່ຽວຫວນຄືນອະນຸສອນໃນແຂວງ ກວ໋າງຈິ. ສອງຟາກຝັ່ງແມ່ນ້ຳ ຫຽນເລືອງ-ເບນຫາຍ ກໍ່ເຄີຍເປັນແຫ່ງທີ່ເຈັບປວດ ດ້ວຍການຕັດແຍກສອງພາກເໜືອໃຕ້ ເປັນເວລາກວ່າ 20 ປີໃນປາງສົງຄາມ ແລະ ກໍ່ແມ່ນແຫ່ງຈົດຈຳຈຸດເວລາສອງພາກເໜືອໃຕ້ ໄດ້ໂຮມເຂົ້າກັນເປັນປຶກໜຶ່ງແຜ່ນດຽວ. ນາງ ເລທິໂຕຮວ່າຍ ຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານ ສອງຟາກຝັ່ງແມ່ນ້ຳຫຽ່ນເລືອງ-ເບັນຫາຍ ໃຫ້ຮູ້ວ່າ:
“ຂົວແມ່ນ້ຳຫຽ່ນເລືອງ-ເບັນຫາຍແມ່ນໜຶ່ງໃນບັນດາສະຖານທີ່ໃນລາຍການທ່ອງທ່ຽວ ຫວນຄືນອະນຸສອນຢູ່ສະໜາມຮົບເກົ່າ ແລະ ເພື່ອນຮ່ວມກົມກອງ. ບໍ່ພຽງແຕ່ມີແຂກທ່ອງທ່ຽວຕ່າງເທດ ມາຊອກຮູ້ກ່ຽວກັບຄຸນຄ່າປະຫວັດສາດຂອງປູຊະນີຍະສະຖານເທົ່ານັ້ນ ຫາກຍັງມີນັກຮົບເກົ່າ, ນັກຮຽນຫຼາຍຄົນກໍ່ໄດ້ ມານີ້. ຫຼາຍຄົນກໍ່ມານີ້ ເພື່ອຄົ້ນຫາ, ທັດສະນະສຶກສາກ່ຽວກັບມູນເຊື້ອປະຕິວັດອີກດ້ວຍ”.
ປີ 2010 ແຂວງ ກວ໋າງຈິ ໄດ້ເປີດສະຫຼອງສູນພັດທະນາການທ່ອງທ່ຽວ ຫວນຄືນອະນຸສອນ ຫວຽດນາມ ແລະ ເປີດຕົວກອງທຶນພັດທະນາການທ່ອງທ່ຽວ ຫວນຄືນອະນຸສອນ. ນັບແຕ່ນັ້ນເປັນຕົ້ນມາ, ການທ່ອງທ່ຽວຫວນຄືນອະນຸສອນ ໄດ້ກາຍເປັນເຄື່ອງໝາຍທ່ອງທ່ຽວຂອງແຂວງ ກວ໋າງຈິ. ທ່ານ ຫງວຽນດິ້ງກວາງ ຮອງອຳນວຍການສູນສົ່ງເສີມການທ່ອງທ່ຽວແຂວງ ກວ໋າງຈິ ໃຫ້ຮູ້ວ່າ ທາງແຂວງຈະສົ່ງເສີມການໂຄສະນາ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການທ່ອງທ່ຽວ ເພື່ອໃຫ້ຮູບແບບທ່ອງທ່ຽວນີ້ພັດທະນາເປັນຢ່າງດີ. ທ່ານກວ່າວ່າ:
“ຂະແໜງທ່ອງທ່ຽວແຂວງ ກວ໋າງຈິ ຄວນຍົກສູງຄຸນນະພາບການຮັບໃຊ້, ປ່ຽນແປງໃໝ໋ເຕັກໂນໂລຢີເພື່ອພັດທະນາການທ່ອງທ່ຽວ. ໃນຊຸມປີທີ່ຜ່ານມາ ພວກຂ້າພະເຈົ້າກໍ່ໄດ້ເປີດບັນດາຊຸດອົບຮົມບຳລຸງ, ຍົກສູງລະດັບການຄຸ້ມຄອງ ຂອງຂະແໜງການທ່ອງທ່ຽວ”.
ທ່ານ ຫງວຽນວັດຈ້ຽນ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງຈິ ໃຫ້ຮູ້ວ່າ: ການທ່ອງທ່ຽວ “ຫວນຄືນອະນຸສອນໃນສະໜາມຮົບເກົ່າ ແລະ ເພື່ອນຮ່ວມກົມກອງ” ຖືກກຳນົດວ່າແມ່ນຜະລິດຕະພັນທ່ອງທ່ຽວ ພິເສດສະເພາະ ແລະ ມີຄວາມແຕກຕ່າງໃນແຂວງ ກວ໋າງຈິ. ທ່ານໃຫ້ຮູ້ວ່າ ທາງແຂວງຈະກໍ່ສ້າງ ແລະ ຍົກສູງຄຸນນະພາບບັນດາການເຄື່ອນໄຫວງານບຸນ, ໂຄສະນະບັນດາຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກຂອງດິນແດນກວ໋າງຈິ; ພ້ອມທັງຍູ້ແຮງການຫັນວຽກງານຂອງສັງຄົມໃນການຄຸ້ມຄອງ, ຂຸດຄົ້ນ ແລະ ປົກປັກຮັກສາປູຊະນີຍະສະຖານ. ທ່ານ ຫງວຽນວັນຈ້ຽນ ກວ່າວ່າ:
“ໃນການກຳນົດທິດທີ່ຈະມາເຖິງ, ຍັງຄົງສືບຕໍ່ສ້າງເຄື່ອງໝາຍທ່ອງທ່ຽວກ່ຽວກັບຮູບແບບນີ້ ເພື່ອກາຍເປັນເຄື່ອງໝາຍທ່ອງທ່ຽວແຂວງ ກວ໋າງຈິ. ບົນພື້ນຖານນັ້ນ ກໍ່ສາມາດຮ່ວມມື ຮວມສຳພັນດ້ວຍບັນດາຜະລິດຕະພັນທ່ອງທ່ຽວໃນເຂດ. ຈາກການທ່ອງທ່ຽວຫວນຄືນອະນຸສອນ, ຕ້ອງຄົ້ນຄວ້າເພື່ອກໍ່ສ້າງຍົກລະດັບຮູບແບບການທ່ອງທ່ຽວນີ້ເພື່ອກາຍເປັນເຄື່ອງໝາຍ ກ່ຽວກັບການທ່ອງທ່ຽວຫວນຄືນອະນຸສອນໃນບາງສົງຄາມ ແລະ ຄວາມຄາດຫວັງມີສັນຕິພາບ”.
ປີ 2018 ແຂວງ ກວ໋າງຈິ ໄດ້ຕ້ອນຮັບນັກທ່ອງທ່ຽວ 1,8 ລ້ານເທື່ອຄົນ ມາຢ້ຽມຊົມທັດສະນະສຶກສາ. ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ຫວນຄືນອະນຸສອນໃນແຂວງ ກວ໋າງຈິ ຍັງອຸດົມອຸສົມບູນສົມຄວນ. ເພື່ອໃຫ້ຮູບແບບນີ້ພັດທະນາແບບຍືນຍົງ ທາງແຂວງ ກວ໋າງຈິ ໄດ້ ແລະ ພວມມານະພະຍາຍາມ ສ້າງຈຸດໃໝ່, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມ ທັດສະນະສຶກສາຢູ່ດິນແດນແຫ່ງນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
