ເທດສະບານ ຊາປາ ຕັ້ງຢູ່ເຂດພູສູງ. ຍ້ອນເຫດນັ້ນ, ເມື່ອຮອດລະດູໜາວ, ອຸ່ນຫະພູມຄິດສະເລ່ຍແມ່ນແຕ່ 3 ຫາ 10 ອົງສາ C.
ເຖິງວ່າອາກາດຢູ່ ຊາປາ ໃນຍາມລະດູໜາວແມ່ນໜາວຈັດກໍ່ຕາມ, ແຕ່ນີ້ກໍ່ແມ່ນລະດູທ່ອງທ່ຽວຈຸດສູງຂອງ ຊາປາ.
ຖ້າຫາກວ່າເພື່ອນໄປຢ້ຽມຢາມ ຊາປາ ໃນຍາມລະດູໜາວ, ສະຖານທີ່ເພື່ອນຄວນໄປຢ້ຽມຢາມແມ່ນພູ ຫ່າມຣົ່ງ. ຍາມລະດູໜາວ, ເພື່ອນຈະມີໂອກາດຊົມທິວທັດທຳມະຊາດທີ່ມະຫັດສະຈັນ.
ເມື່ອມີແສງແດດ ເພື່ອນຈະເຫັນນາຂັ້ນໄດຢູ່ເຂດຕີນພູ
ນ້ຳຕົກຕາດຢູ່ ຊາປາ
ຊາວທ້ອງຖິ່ນຢູ່ທີ່ນີ້ຮັກແພງແຂກຄົນຫຼາຍ.
ແນ່ນອນວ່າ, ເມື່ອໄປຢ້ຽມຢາມ ຊາປາ ໃນຍາມລະດູໜາວ, ພວກເພື່ອນບໍ່ສາມາດລືມໄດ້.