ນາຂັ້ນໄດຢູ່ເມື່ອງລໍ່ |
ເມື່ອເວົ້າເຖິງເມື່ອງລໍ່ ແມ່ນເວົ້າເຖິງ 6 ວາດຟ້ອນແຊບູຮານ, ເຊິ່ງແມ່ນຕົ້ນກຳເນີດໃຫ້ແກ່ 36 ວາດຟ້ອນແຊ ເຂດທາງທິດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ. ໄປຮອດເມື່ອງລໍ່, ແຂກທ່ອງທ່ຽວຈະໄດ້ຮັບຊົມການສະແດງວາດຟ້ອນ ເຊິ່ງເປັນຄວາມມ່ວນຊື່ນ ຂອງແຂກທ່ອງທ່ຽວແຕ່ລະຄົນ.ແຂກທ່ອງທ່ຽວເມື່ອມາຢ້ຽມຢາມເມື່ອງລໍ່ ກໍ່ລ້ວນແຕ່ຕົກສະເງິ ເມື່ອໄດ້ຮັບຊົມລາຍການສະແດງຟ້ອນແຊບູຮານໃຫ່ຍ ອັນດັບສະຖິີຕິຂອງ ຫວຽດນາມ ເຊິ່ງໄດ້ຖືກຈັດຂຶ້ນໃນຕອນຄ່ຳວັນທີ 29 ກັນຍາ ປີ 2013. ນີ້ແມ່ນລາຍການສະແດງຟ້ອນແຊ ດ້ວຍຂອບຂະໜາດໃຫ່ຍທີ່ສຸດ ນັບແຕ່ກ່ອນເປັນຕົ້ນມາ ເຊິ່ງໄດ້ສະແດງ 6 ວາດຟ້ອນແຊ ເຊິ່ງມີການເຂົ້າຮ່ວມຂອງນັກສິລະປະການ ນັກສະແດງ 2013 ຄົນ ໃນຮອບເວລາ 45 ນາທີ. ຖັນແຖວນັກຟ້ອນຈະຟ້ອນເປັນຮູບດອກບານ, ບັນດານັກສິລະປະການ ນັກສະແດງຈະຟ້ອນເປັນລຳດັບກ່ຽວກັບວາດຟ້ອນແຊບູຮານ. ນັກສິລະປະການ ລໍ່ວັນບ໋ຽນ ນັກຄົ້ນຄວ້າ ແລະ ຟື້ນຟູວາດຟ້ອນແຊບູຮານ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເອງມີຄວາມພາກພູມໃຈທີ່ສຸດ, ພິເສດພໍ່ແມ່ພີ່ນ້ອງ ແລະ ນັກສິລະປະການນັບພັນຄົນ, ເຂົາເຈົ້າຊົມຊອບທີ່ສຸດ ເພາະວ່ານີ້ແມ່ນວາດຟ້ອນຂອງຊົນເຜົ່າເຂົາເຈົ້າເອງ ເຊິ່ງແມ່ນວາດຟ້ອນທີ່ເປັນໜ້າເຄົາລົບນັບຖືກ”
ປີ 2008, ພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທ ຢູ່ເທດສະບານ ເຫ້ງຍໂລະ ກໍ່ມີຜະລິດຕະພັນໜຶ່ງ ໄດ້ຮັບການຮັບຮອງເປັນສະຖີຕິ ຢູແນັດ ຫວຽດນາມ ນັ້ນແມ່ນພາເຂົ້າໜຽວ 5 ສີໃຫ່ຍກວ່າໝູ່ ດ້ວຍນ້ຳໜັກ 1,3 ໂຕນ, ກວ້າງ 2,8 ແມັດ, ໜາ 30 ຊັງຕີແມັດ. ເພື່ອຈະມີພາເຂົ້າໜຽວນີ້ ມີກວ່າ 200 ຄອບຄົວ ຊາວເຜົ່າຜູ້ໄທໄດ້ນຳໃຊ້ໝໍ້ຕົ້ມ 300 ໜ່ວຍ ຢາສະໝູນໄພ 200 ກິໂລກາມ ເພື່ອຕົ້ມເອົານ້ຳສີ. ຕາມຄວາມສຳນຶກຂອງຊາວເຜົ່າຜູ້ໄທ ເມື່ອງລໍ່, ພາເຂົ້າໜຽວ 5 ສີຖືກປັ້ນເປັນຮູບດອກບານ ເພາະວ່ານີ້ແມ່ນດອກໄມ້ຊະນິດທີ່ເປັນສັນຍາລັກ ຂອງເຂດທາງທິດຕາເວັນຕົກສ່ຽງເໜືອ. 5 ກີບດອກໄມ້ດ້ວຍ 5 ສີກໍ່ເປັນສັນຍາລັັກໃຫ້ແກ່ 5 ປັດໄຈໃນໂລກຈັກກະວານ. ຜ່ານອາຫານເຂົ້າໜຽວພິເສດນີ້, ຊາວທ່ອງຖິ່ນຢູ່ແຫ່ງນີ້ ຢາກສະແດງໃຫ້ເຫັນຄວາມຫວັງຮັກແພງ ສັດຊື່ຕໍ່ກັນ ແລະ ຄວາມເຄົາລົບນັບຖືພໍ່ແມ່. ປ້າ ດຽວທິຊຽງ ຢູ່ບ້ານ ດຽວສອງ, ຕາແສງ ເຫງ້ອານ ເທດສະບານ ເຫງ້ຍໂລະ ໃຫ້ຮູ້ວ່າ:
“ພາເຂົ້າໜຽວມີ 5 ສີເຊັ່ນ ສີແດງ ສີມ່ວງ ສີເຫຼືອງ ສີຂຽວ ແລະ ສີຂາວ. ດ້ວຍເຍື່ອງອາຫານພາເຂົ້າໜຽວ 5 ສີນີ້ ຊາວເຜົ່າຜູ້ໄທມີຄວາມຫວັງຢາກມີຄວາມອີ່ມໜຳສຳລານ ສົມບູນພູມສຸກໃນຊີວິດ”.
ສຳລັບຊາວເຜົ່າຜູ້ໄທຢູ່ເມື່ອງລໍ່, ແຄນແມ່ນເຄື່ອງດົນຕີທີ່ເຊື່ອມຕໍ່ຄວາມຮັກ ແມ່ນວິນຍານຂອງສິລະປະຟ້ອນລຳທຳເພງ; ແມ່ນສັນຍາລັກທາງດ້ານວັດທະນະທຳຈິດໃຈ ທີ່ເປັນເອກະລັກສະເພາະ. ສຽງແຄນກໍ່ແມ່ນສຽງຈິດໃຈ, ແມ່ນອາລົມຈິດຄວາມໃນໃຈ ຂອງພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້. ແຄນຖືກຜະລິດດ້ວຍບັ້ງໄມ້ເຮ້ຍ 14 ບັ້ງຖືກແບ່ງເປັນສອງສ່ວນແຕ່ລະສ່ວນມີ 7 ບັ້ງ. ສ່ວນຮ່າງຂອງແຄນຖືກເຮັດດ້ວຍໄມ້, ເບື້ອງໜຶ່ງຖືກເຈາະເພື່ອເປົ່າ, ສ່ວນອີກເບື້ອງໜຶ່ງຖືກປິດດ້ວຍຂີ້ເຜິ້ງ.
ເພື່ອເປັນການເຊີດຊູສຽງແຄນ, ໃນສັບປະດາວັດທະນະທຳ-ທ່ອງທ່ຽວເມື່ອງລໍ່ ປີ 2017, ເທດສະບານ ເຫງຍໂລະ ກໍ່ໄດ້ຕັ້ງແຄນໃຫ່ຍທີ່ສຸດຢູ່ ຫວຽດນາມ ດ້ວຍຄວາມສູງ 2 ແມັດ ທາງກວ້າງ 5 ແມັດເພື່ອນຳມາສະແດງໃຫ້ແຂກທ່ອງທ່ຽວ. ສິ່ງທີ່ພິເສດທີ່ສຸດແມ່ນແຄນ ບໍ່ແມ່ນຮູບຈຳລອງສັນຍາລັກ, ຫາກຍັງແມ່ນແຄນທີ່ເປົ່າໄດ້ຢ່າງມ່ວນຫູ ເຊິ່ງໄດ້ຖືກນັກສິລະປະການ 5 ຄົນສະແດງໃນພາບດຽວ ເພື່ອປະສານສຽງຟ້ອນກັບວາດຟ້ອນແຊ ຂອງນັກສິລະປະການນັບພັນຄົນ.
ຕາມທ່ານ ນາງ ຮວ່າງທິຮົ່ງແຮ້ງ ຮອງປະທານຄະນະກຳມະການປະຊາຊົນ ເທດສະບານ ເຫງຍໂລະແລ້ວ ການສ້າງບັນດາສະຖີຕິ ທີ່ເປັນເອກະລັກໃນໄລຍະຜ່ານມາ ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວເທົ່ານັ້ນ ຫາກຍັງເປັນການປະກອບສ່ວນ ອະນຸລັກຮັກສາ ບັນດາຄຸນຄ່າວັດທະນະທຳພື້ນເມືອງ ຂອງທ້ອງຖິ່ນອີກດ້ວຍ. ນາງ ແຮ້ງ ເວົ້າວ່າ:
“ພວກເຮົາຢາກຍູ້ແຮງການໂຄສະນາ ບັນດາຄຸນຄ່າວັດທະນະທຳຂອງທ້ອງຖິ່ນ, ບັນດາທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວ ເພື່ອດຶງດູດຄວາມສົນໃຈລົງທຶນ ເພື່ອປະຕິບັດເປົ້າໝາຍນຳເມື່ອງລໍ່ ກ່າຍເປັນເຂດທ່ອງທ່ຽວຈຸດສຸມຂອງແຂວງ”.
ການຈັດຕັ້ງງານບຸນເມື່ອງລໍ່ ແລະ ກຳນົດບັນດາສະຖີຕິ ຍັງແມ່ນໂອກາດເພື່ອເຊີດຊູບັນດາເຈົ້າກຳ ເຊິ່ງແມ່ນເຈົ້າຂອງບັນດາຄຸນຄ່າວັດທະນະທຳພື້ນເມືອງ ເພື່ອໃຫ້ທຸກໆຄົນມີຄວາມເອກອ້າງທະນົງໃຈ ຮັກບ້ານເກີດເມືອງນອນ, ຮ່ວມແຮງຮ່ວມໃຈສ້າງສາເທດສະບານ ເຫ້ງຍໂລະ ໃຫ້ນັບມື້ນັບຮັ່ງມີສວຍງາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
