ໝູ່ບ້ານບູຮານ ເຍິນລີຂຶ້ນກັບນະຄອນກີເຍິນ ມີເນື້ອທີ່ ປະມານ 1,4 ແຮກຕາ.
ໝູ່ບ້ານເຍິນລີຫຼືເອີ້ນວ່າ ຕາແສງເຍິນລີ ເຊິ່ງແມ່ນຕາແສງຂຶ້ນກັບແຫຼມເຝືອງມາຍ ຫ່າງຈາກໃຈກາງນະຄອນກີເຍິນປະມານ 20 ກ່ວາກີໂລແມັດ
ຮູບຝາຜະໜັງ ໃນບ້ານ ຊາວປະມົງຖືກແຕ້ມທີ່ສວຍງາມ,ຫຼາກຫຼາຍສີສັນເຊິ່ງໄດ້ວາດພາບເຖິງການດຳລົງຊີວິດຂອງປະຊາຊົນເຂດແຄມທະເລ
ຮູບຝາຜະໜັງຖືກແຕ້ມຢູ່ຕາມຖະໜົນຫົນທາງສາຍຕ່າງໆ.
ພາບ: Vietnamnet
ດ້ວຍສີມືອັນຄ່ອງແຄ້ວຂອງບັນດາຈິດຕະກອນຢູ່ທ້ອງຖິ່ນ ພ້ອມທັງໄດ້ຮັບການໜູຊ່ວຍຈາກວິສາຫະກິດ, ເຮືອນເກົ່າຫຼາຍກ່ວາ 100 ຫຼັງໄດ້ຖືກປະດັບປະດາໃຫ້ສວຍງາມເພີ່ມຄວາມດູດດື່ມຫຼາຍຂຶ້ນ
ບັນດາຮູບຝາຜະໜັງທີ່ມີຊີວິດຊີວາໄດ້ເຮັດໃຫ້ທັດສະນີຍະພາບຢູ່ໝູ່ບ້ານ ຊາວປະມົງປ່ຽນແປງໄປ, ບໍ່ຖືກ ຊຸມປຽບ ແລະ ເປື້ອນເປີ້ຄືເມື່ອກ່ອນນີ້.
ພາບ: baogiaothong.vn
ພາບ: baogiaothong.vn
ບັນດາຮູບຝາຜະໜັງຍັງສະແດງໃຫ້ເຫັນສານປົກປັກຮັກສາສິ່ງແວດລ້ອມ ແນໃສ່ຍົກສູງສະຕິຂອງຊາວທ້ອງຖິ່ນກໍ່ຄືແຂກທ່ອງທ່ຽວ
ສີລະປະຂັບປາຍຈອຍພື້ນເມືອງຖືກສະແດງອອກຜ່ານ ຮູບຝາຜະໜັງ
ເສັ້ນທາງດ້ວຍຮູບຝາຜະໜັງໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ,ຖ່າຍຮູບເປັນຈຳນວນຫຼວງຫຼາຍ
ບັນດາຮູບຝາຜະໜັງທີ່ຫຼາກຫຼາຍສີສັນຈະດຶງດູດແຂກທ່ອງທ່ຽວມາທ່ຽວຢູ່ໝູ່ບ້ານຊາວປະມົງນີ້ ນັບມື້ນັບຫຼາຍຂຶ້ນ
ໃນໄລຍະທີ່ຈະມາເຖິງຕາແສງເຍິນລີ ຈະສືບຕໍ່ສ້າງເສັ້ນທາງດ້ວຍຮູບຝາຜະໜັງອື່ນໆອີກຫຼາຍສາຍ.