ສວນດອກໄມ້ທີ່ສວຍງາມຢູ່ຕີນຂົວລອງບຽນ ພວມກາຍເປັນສະຖານທີ່ຖ່າຍຮູບໃໝ່ທີ່ໄດ້ຮັບຄວາມນິຍົມຂອງຊາວນະຄອນຫຼວງ.
ຢູ່ຕີນຂົວລອງບຽນ, ມີສວນດອກໄມ້ທີ່ສວຍງາມໄດ້ພາກັນອວດເອ້ຄວາມງາມ ສີສັນ ເຊິ່ງດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຖ່າຍຮູບເປັນຈຳນວນຫຼາຍໃນແຕ່ລະວັນ.
ມີດອກໄມ້ຕົ້ນຕໍສອງຊະນິດໄດ້ຮັບການປູກຢູ່ທີ່ນີ້ຄື ດອກດາວເຮືອງ ແລະ ດອກດາວກະຈາຍ ສ້າງເປັນສີສັນເຫຼືອງເອີ່ເຮີ່ທີ່ປົກຄຸມທົ່ວເຂດ.
ປັດຈຸບັນ, ສວນດອກໄມ້ໂດຍບັນດາພະນັກງານ ແລະ ສະມາຊິກ ສະຫະພັນແມ່ຍິງເມືອງ ບາດິ່ງ ບົວລະບັດຮັກສາໃນທຸກໆມື້.
ພາຍຫຼັງເປີດຕົວ ສວນດອກໄມ້ໄດ້ກາຍເປັນ “ສະຖານທີ່ໄດ້ຮັບຄວາມສົນໃຈ” ສຳລັບບັນດານັກຖ່າຍຮູບ ເມື່ອມາລ່າບັນດາພາບຖ່າຍທີ່ສວຍງາມ.
ສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ຖ່າຍຮູບໃໝ່ຢູ່ນະຄອນຫຼວງ ຮ່າໂນ້ຍ ຢ່າງວ່ອງໄວ.
ຈຸດເວລາດີທີ່ສຸດເພື່ອຖ່າຍຮູບແມ່ນຍາມຮຸ່ງເຊົ້າ ຫຼື ເມື່ອສາຍັນ.
ປັດຈຸບັນ, “ສວນດອກໄມ້ ຝຸກສາ” - ກິດຈະກຳກ່ຽວກັບຄວາມມຸ່ງຫວັງການດຳລົງຊີວິດສີຂຽວ, ມີຄວາມຜາສຸກ ຂອງແມ່ຍິງເມືອງ ບາດິ່ງ - ໄດ້ເປີດປະຕູໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຊົມໂດຍບໍ່ເສຍຄ່າ .