ທ່ານSergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຜັນຂະຫຍາຍຂໍ້ສະເໜີຂອງທ່ານປະທານາທິບໍດີ Vladimir Putin ກ່ຽວກັບການຈັດກອງປະຊຸມສຸດຍອດ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງສະຫະປະຊາດ.

ທ່ານ Anwar Ibrahim, ນາຍົກລັດຖະມົນຕີ ມາເລເຊຍ ຖືວ່າ ບັນດາການເຄື່ອນໄຫວດ້ານການທະຫານຂອງ ອາເມລິກາ ແລະ ອິດສະຣາແອັນ ແນໃສ່ ອີຣານ ແມ່ນ “ລະເມີດກົດໝາຍສາກົນ ກໍຄືບັນດາຫຼັກການນິຕິກຳ ແລະ ຄຸນສົມບັດ”.

ໃນຂະນະນັ້ນ, ທ່ານ Hakan Fidan, ລັດຖະມົນຕີການຕ່າງປະເທດ ຕວັກກີ ກ່າວເຕືອນຄວາມສ່ຽງຂາດສະຖຽນລະພາບຢູ່ ອີຣານ ຈະເພີ່ມຂຶ້ນ. ທ່ານເນັ້ນໜັກວ່າ ຕວັກກີ ຄັດຄ້ານທຸກແຜນການຊວຍໃຊ້ການຈຳແນກເຊື້ອຊາດເຜົ່າພັນເພື່ອແບ່ງແຍກພາຍໃນ ອີຣານ, ຍ້ອນນີ້ແມ່ນ “ແຜນການອັນຕະລາຍທີ່ສຸດ” ຕໍ່ກັບຄວາມສະຖຽນລະພາບຢູ່ພາກພື້ນ.