ກ່ອນນີ້ 48 ປີ, ການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນໃນລະດູໃບໄມ້ຫຼົ່ນປີ 1975 ເຊິ່ງຈຸດສູງສຸດແມ່ນບັ້ນຮົບ ໂຮ່ຈີມິນ ຍາດເອົາໄຊຊະນະຢ່າງສົມບູນ. ວັນທີ 30 ເມສາ 1975 ໄດ້ເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ຄືດັ່ງຂີດໝາຍທີ່ສະຫງ່າລາສີ, ນຳປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ.

ເວລາ 11 ໂມງ 30 ນາທີ ຂອງວັນທີ 30 ເມສາ 1975, ລົດຖັງຂອງທະຫານປົດປ່ອຍໄດ້ແລ່ນຜ່ານປະຕູເຫຼັກ, ບຸກເຂົ້າທຳນຽບເອກະລາດ, ຕີເອົາທຳນຽບປະທານາທິບໍດີຫຸ່ນ ໄຊງ່ອນ, ສິ້ນສຸດສົງຄາມທີ່ແກ່ຍາວເປັນເວລາ 30 ປີໃນການຕ້ານສັດຕູຕ່າງດ້າວຂອງຊາດ.
(ພາບ: TTXVN)
ກອງພົນ 304, ກອງພົນໃຫຍ່ 2 ບຸກເຂົ້າປັກທຸງຢູ່ຫຼັງຄາທຳນຽບປະທານາທິບໍດີຫຸ່ນໄຊງ່ອນ, ໃນຕອນທ່ຽງວັນທີ 30 ເມສາ 1975.
(ພາບ: TTXVN)
ຕອນເຊົ້າວັນທີ 15 ພຶດສະພາ 1975, ປະຊາຊົນນະຄອນ ໄຊງ່ອນ - ຢາດິ້ງ ນັບລ້ານໆຄົນ ໄດ້ຫຼັ່ງໄຫຼເຂົ້າມາຢູ່ສະໜາມຫຼວງຕໍ່ໜ້າສຳນັກງານຄະນະກຳມະການປະຊາຊົນນະຄອນ ເພື່ອເຂົ້າຮ່ວມພິທີຊົມເຊີຍໄຊຊະນະ
(ພາບ: TTXVN)
ສົງຄາມໄດ້ຜ່ານພົ້ນໄປແລ້ວ, ປະຈຸບັນ ທຳນຽບເອກະລາດແມ່ນໜຶ່ງໃນບັນດາເຂດປູຊະນີຍະສະຖານປະຫວັດສາດສຳຄັນຂອງນະຄອນ ໂຮ່ຈີມິນ ກໍຄືໃນທົ່ວປະເທດ.
(ພາບ: truyenhinhdulich.vn)
ຢູ່ຕໍ່ໜ້າທຳນຽບເອກະລາດ
ສຳນັກງານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ.
(ພາບ: dantri)
48 ປີພາຍຫຼັງວັນປົດປ່ອຍພາກໃຕ້ ມາຮອດປະຈຸບັນ, ນະຄອນ ໂຮ່ຈີມິນ ໄດ້ກາຍເປັນສູນກາງໃຫຍ່ຂອງທົ່ວປະເທດ.
ທ່າກ່ຳປັ່ນ ເຕີນກາງ - ກາດລາຍ ຕັ້ງຢູ່ນະຄອນ ໂຮ່ຈີມິນ - ເຊິ່ງແມ່ນທ່າກ່ຳປັ່ນໃຫຍ່ ແລະ ທັນສະໄໝທີ່ສຸດຂອງ ຫວຽດນາມ.
(ພາບ: saigonnewport.com.vn)
ປີ 2021, ສະໜາມບິນສາກົນ ເຕິນເຊີເຍິດ (ນະຄອນ ໂຮ່ຈີມິນ) ນອນໃນ top ສະໜາມບິນ 10 ແຫ່ງດີີທີ່ສຸດໃນໂລກ.
(ພາບ: Vietnam+)
ຕາມເວັບໄຊ The Travel (ເວັບໄຊສະເພາະການທ່ອງທ່ຽວມີຊື່ສຽງຂອງ ການາດາ) ແລ້ວ, ປີ 2023 ນີ້, ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນສະຖານດີທີ່ສຸດ 10 ແຫ່ງຢູ່ ອາຊີ.
ຄະນະແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ໂຮ່ຈີມິນ ໃນໂອກາດບຸນເຕັດປີແມວ 2023.
(ພາບ: TTXVN)
ໃນທຸກວັນນີ້, ນະຄອນ ໂຮ່ຈີມິນ ໄດ້ພັດທະນາເທື່ອລະກ້າວ ກາຍເປັນເຂດຕົວເມືອງ, ສູນການຄ້າທັນສະໄໝທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.