ໂດຍເປັນທີ່ຮູ້ຈັກຄືດັ່ງດອກໄມ້ສັນຍາລັກຂອງເຂດອາກາດຮ້ອນ ອາຊີໃຕ້, ໃນເບື້ອງຕົ້ນ ດອກອິນທະນິນ ໄດ້ປູກເພື່ອປະດັບຄວາມງາມໃຫ້ແກ່ທັດສະນີຍະພາບຂອງຕົວເມືອງ ແລະ ເຮັດເປັນຮົມ ແຕ່ມັນໄດ້ຄ່ອຍໆກາຍເປັນຈຸດພົ້ນເດັ່ນທີ່ລຶ້ງເຄີຍສຳລັບ ຮ່າໂນ້ຍ ເມື່ອອາກາດຮ້ອນເລີ່ມວຽນມາ.
ດອກອິນທະນິນມີສີມ້ວງ ຫຼື ສີມ້ວງອ່ອນ, ໄດ້ອອກເປັນພົ້ວທີ່ມີຄວາມຍາວແຕ່ 20 – 40 cm. ແຕ່ລະດອກມີ 6 ກີບ, ແຕ່ລະກີບມີຄວາມຍາວປະມານ 2 – 3,5 cm.
ດອກອິນທະນິນພວມບານສະພັ່ງຢູ່ເດີ່ນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
ປີນີ້, ຍ້ອນອາກາດເອື້ອອຳນວຍ ສະນັ້ນ, ນັບແຕ່ຕົ້ນເດືອນພຶດສະພາ, ດອກອິນທະນິນກໍໄດ້ພາກັນເບັ່ງບານຢູ່ຖະໜົນສາຍຕ່າງໆແລ້ວ ແລະ ດຶງດູດປະຊາຊົນ, ນັກທ່ອງທ່ຽວມາຖ່າຍຮູບເປັນຈຳນວນຫຼວງຫຼາຍ.
ບັນດາເພື່ອນໜຸ່ມຍາດເວລາມາຖ່າຍຮູບຢູ່ກ້ອງຮົ່ມຕົ້ນດອກອິນທະນິນ
ດອກອິນທະນິນຕົກເຕັມຕາມແຄມທາງ
ດອກອິນທະນິນສີມ້ວງ ເບິ່ງຄືວ່າເຮັດໃຫ້ບັນດາຖະໜົນມີຄວາມໂຣແມນຕິກຂຶ້ນຕື່ມ ແລະ ບັນເທົາຄວາມອຶກກະທຶກຂອງຕົວເມືອງ./.