ງານບຸນແຂ່ງຂັນດັງໄຟຫຸງເຂົ້າ ແມ່ນງານບຸນປະເພນີ ມີມາແຕ່ດົນນານຢູ່ບ້ານ ທິເກິມ.
ບັນດາຖົງເຟືອງແຫ້ງໂດຍຄະນະຈັດຕັ້ງກະກຽມໄດ້ເອົາມາວາງໄວ້ຢູ່ບ່ອນທີ່ແຕ່ລະທິມກຽມຈະແຂ່ງຂັນ.
ບັນດາທິມກະກຽມໄມ້ເຮ້ຍ.
ໃນເວລາກະກຽມ, ບັນດາທິມຈະເລີ່ມມັດເຟືອງວາງໄວ້ລຸ່ມ ແລະ ເທິງຄົກຫີນຕຳເຂົ້າ.
ເກືອບ 11 ໂມງ, ຢູ່ເດີ່ນສາລາບ້ານມີຜູ້ມາເບິ່ງເປັນຈຳນວນຫຼາຍ. ງານບຸນແຂ່ງຂັນຫຸງເຂົ້າໄດ້ແບ່ງປັນ 3 ພາກ: ດັງໄຟ, ແຂ່ງຂັນໄປເອົານ້ຳ ແລະ ຫຸງເຂົ້າ.
ເວລາ 11 ໂມງ, ການແຂ່ງຂັນໄປເອົານ້ຳ ແລະ ດັງໄຟໄດ້ເລີ່ມຂຶ້ນ.
ຢູ່ເດີ່ນສາລາບ້ານ, ບັນດາທິມເຂົ້າຮ່ວມການແຂ່ງຂັນເລີ່ມດັງໄຟ.
ເຂົ້າເປືອກໃຊ້ຄົກຫີນຕຳເປັນເຂົ້າ.
ຜູ້ເຂົ້າຮ່ວມການແຂ່ງຂັນໄປເອົານ້ຳ ເວລານີ້ກໍ່ກັບມາແລ້ວ.
ໃນເວລາໜ້ອຍດຽວ, ຢູ່ສາລາບ້ານກໍ່ເຕັມໄປດ້ວຍສຽງຮ້ອງໂຮ່ຂອງຜູ້ເຊຍ.
ການແຂ່ງຂັນຫຸງເຂົ້າໃສ່ໝໍ້ນ້ອຍຮຽກຮ້ອງຕ້ອງມີປະສົບການຫຼາຍຢ່າງ.
ບັນດາຜູ້ມີອາຍຸສູງຍັງຮູ້ວ່າ, ຫຸງເຂົ້າດ້ວຍເຂົ້າທີ່ຕຳດ້ວຍມືຈະນານສຸກກວ່າເຂົ້າທຳມະດາ.
ບັນດາທິມແຂ່ງຂັນຈູດເຟືອງເອົາຂີ້ເທົ່າໂອບໃສ່ໝໍ້ຫຸງເຂົ້າເພື່ອໃຫ້ມັນສຸກ.
ພາຍຫຼັງໝົດເວລາ, ໝໍ້ເຂົ້ານັ້ນຈະໄດ້ເອົາມາກວດໃຫ້ຄະແນນ.