ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ປີ 2025 ແມ່ນເຫດການເສດຖະກິດ - ວັດທະນະທຳ ທີ່ປະຊາຊົນ ແລະ ແຂກທ່ອງທ່ຽວມີຄວາມສົນໃຈຢ່າງຫຼວງຫຼາຍ (ພາບ: VTC News) |
ໂດຍມີໜ້າຢູ່ງານຕະຫຼາດນັດນັບແຕ່ເຊົ້າ, ເອື້ອຍ ຫງວຽນທິຮັ່ງ (ອາຍຸ 63 ປີ) ຢູ່ແຂວງ ບັກນິງ ແລະ ເອື້ອຍ ຫງວຽນທິຮວຽນ (ແທັງຮວ໊າ), ມີຄວາມພູມໃຈລໍຖ້າຮອດໂມງເປີດປະຕູເພື່ອໄປຢ້ຽມຊົມພ້ອມກັບໝູ່ເພື່ອນ.
“ພະແນກວັດທະນະທຳ, ກິລາໄດ້ອອກແຈ້ງການກ່ຽວກັບເຫດການນີ້ ແລະ ຂ້າພະເຈົ້າໄດ້ຈົດທະບຽນເຂົ້າຮ່ວມ. ຕອນເຊົ້າມື້ນີ້, ພວກຂ້າພະເຈົ້າຈະຢ້ຽມຊົມງານຕະຫຼາດນັດ. ທັງຂະບວນຂອງຂ້າພະເຈົ້າມີລົດ 5 ຄັນ ລວມທັງໝົດມີ 200 ຄົນໄປນຳກັນ. ຂ້າພະເຈົ້າເຫັນວ່າງານຕະຫຼາດນັດອາລັງການຫຼາຍ”.
“ໂດຍຜ່ານສື່ມວນຊົນຕ່າງໆ ແລະ ເຄີຍໄປຢ້ຽມຊົມງານວາງສະແດງເມື່ອເດືອນກັນຍາແລ້ວ, ສະນັ້ນ ມື້ນີ້, ຂ້າພະເຈົ້າໄດ້ມາແຕ່ເຊົ້າ ເພື່ອຢ້ຽມຊົມຮ້ານວາງສະແດງ 3.000 ຮ້ານຂອງທັງປະເທດ. ມາຮອດນີ້, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ແລະ ມີຄວາມເອກອ້າງທະນົງໃຈຕໍ່ກັບປະເທດ ຫວຽດນາມ ທີ່ອົງອາດກ້າຫານ, ດ້ວຍຮີດຄອງປະເພດນີທີ່ຫຼາກຫຼາຍ ແລະ ປະເພດສິນຄ້າທີ່ອຸດົມສົມບູນ.”
ຮ້ານວາງສະແດງສິນຄ້າຂອງແຂວງ ເຊີນລາ ດຶງດູດຜູ້ມາຢ້ຽມຊົມ ແລະ ຖ່າຍຮູບເປັນຈຳນວນຫຼາຍ (ພາບ: VTC News) |
ຮ້ານວາງສະແດງກ່ຽວກັບອາຊີບພື້ນເມືອງ ກໍດຶງດູດຜູ້ມາຊົມເປັນຈຳນວນຫຼາຍເຊັ່ນດຽວກັນ (ພາບ: VTC News) |
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


