ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ແລະ ທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ (ພາບ: ກະຊວງການຕ່າງປະເທດ) |
ໃນການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການຮ່ວມມືກັບປະຊາຄົມ ຝລັ່ງ ໂກໂຟນີ ແລະ ສະແດງຄວາມປິຕິຊົມຊື່ນເມື່ອເຫັນສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ - ປະຊາຄົມ ຝລັ່ງ ໂກໂຟນີ ສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີ. ທ່ານລັດຖະມົນຕີເນັ້ນໜັກວ່າ ໂດຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມ ຝລັ່ງ ໂກໂຟນີ, ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມຝລັ່ງ ໂກໂຟນີ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ບັນດາປະເທດສະມາຊິກ ແລະ ໃນໂລກ. ທ່ານລັດຖະມົນຕີກໍສະເໜີໃຫ້ອົງການສາກົນ ຝລັ່ງ ໂກໂຟນີ (OIF) ເພີ່ມທະວີເສົາຄ້ຳຮ່ວມມືທາງດ້ານເສດຖະກິດ, ໃນນັ້ນ ໜູນຊ່ວຍຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາສະມາຊິກຝລັ່ງ ໂກໂຟນີ ກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ວັດທະນະທຳ, ການສຶກສາ, ຮ່ວມມືກັບບັນດາປະເທດ ອາຟະລິກາ ທີ່ເປັນສະມາຊິກຂອງ ຝລັ່ງ ໂກໂຟນີ, ປັບປຸງການສອນພາສາ ຝລັ່ງ ຢູ່ ຫວຽດນາມ.
ທ່ານນາງເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ Louise Mushikiwabo ຢັ້ງຢືນວ່າ ຈະພ້ອມກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນ ເພີ່ມທະວີການຮ່ວມມື, ຄວາມສາມັກຄີເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
