ເຂດວາງສະແດງດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ (ພາບ: TTXVN) |
ນີ້ແມ່ນເຫດການວັດທະນະທຳ - ສິລະປະຈຸດສຸມ, ເຊີດຊູຄຸນຄ່າມໍລະດົກແທັງລອງ - ຮ່າໂນ້ຍ ແລະ ແຜ່ກະຈາຍນ້ຳໃຈປະດິດຄິດສ້າງໃນວົງຄະນະຍາດ. ລາຍການໄດ້ດຳເນີນແຕ່ວັນທີ 1 – 16 ພະຈິກ 2025.
ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເລທິແອັງມາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ເນັ້ນໜັກວ່າ ຫົວຂໍ້ “ເຕົ້າໂຮມມໍລະດົກ” ບໍ່ພຽງແຕ່ມີຄວາມໝາຍເຊື່ອມຕໍ່ເມືອງເກົ່າ 3 ແຫ່ງຄື ຮວາລື (ນິງບິ່ງ) - ແທັງລອງ (ຮ່າໂນ້ຍ) ແລະ ຝູຊວັນ (ເຫວ້) ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນການເຕົ້າໂຮມຂອງບັນດາເຂດວັດທະນະທຳໃນທຸກເຂດພາກຂອງປະເທດອີກດ້ວຍ. ລາຍການດັ່ງກ່າວຍັງສະແດງວິໄສທັດ ແລະ ຄວາມຄາດຫວັງຂອງນະຄອນຫຼວງໃນການສ້າງ ຮ່າໂນ້ຍ ກາຍເປັນສູນກາງປະດິດຄິດສ້າງຂອງພາກພື້ນ ແລະ ໂລກ.
ເຂດວາງສະແດງບັນດາຜະລິດຕະພັນຫັດຖະກຳຂອງ ຫວຽດນາມ (ພາບ: TTXVN) |
Festival ແທັງລອງ - ຮ່າໂນ້ຍ ປີ 2025 ໄດ້ດຳເນີນພາຍໃນ 16 ວັນ, ນັບແຕ່ວັນທີ 1 ພະຈິກ ຫາວັນທີ 16 ພະຈິກ, ດ້ວຍຫຼາຍກິດຈະກຳຄື: ງານວາງສະແດງ ແລະ ການສຳຜັດກັບໝູ່ບ້ານອາຊີບຫັດຖະກຳແນະນຳ, ໂຄສະນາຜະລິດຕະພັນທີ່ເປັນເອກະລັກຂອງໝູ່ບ້ານອາຊີບດີເດັ່ນຂອງ ຮ່າໂນ້ຍ, ເຫວ້, ນິງບິ່ງ ແລະ ເຂດ ເຕີຍງວຽນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

