ທີ່ງານມະໂຫລານສິລະປະຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງທີ VI ຈັດຕັ້ງຢູ່ແຂວງ ຮ່າຢາງໃນເດືອນພຶດສະພາຜ່ານມາ, ລາຍການສະແດງຂັບແທນພື້ນເມືອງຂອງນັກສິລະປະການ ຫງວຽນທ໋າຍຮັອກ ພ້ອມກັບບັນດານັກສະແດງຂອງຕາແສງ ເຟືອງໂດ໋, ນະຄອນ ຮ່າຢາງ ໄດ້ສະແດງໃຫ້ເຫັນການປະກອບສ່ວນຍາດໄດ້ 4 ລາງວັນ A ມາໃຫ້ແກ່ຄະນະນັກສິລະປະການ, ນັກສະແດງແຂວງ ຮ່າຢາງ. ໃນຄວາມສຳເລັດລວມຂອງສິລະປະຂັບແທນແຂວງ ຮ່າຢາງ ກໍໄດ້ມີການປະກອບສ່ວນຂອງ ນັກສິລະປະການ ຫງວຽນທ໋າຍຮັອກ ຢ່າງສຸດຈິດສຸດໃຈ.
ສຽງປະກອບ
ບັນດາສຽງດົນຕີສຽງຂັບຮ້ອງດັ່ງກ່າວນັ້ນ ແມ່ນຄັດມາຈາກຕອນໜຶ່ງຂອງການສະແດງ ຂັບແທນ “ພາວະນາຂໍຄວາມຢູ່ເຢັນເປັນສຸກໃນມື້ບຸນເຕັດ” ໂດຍນັກສິລະປະການ ຫງວຽນທ໋າຍຫອກ ສະແດງທີ່ງານມະໂຫລານສິລະປະຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງທີ VI. ລາຍການສະແດງນີ້ ໄດ້ຮັບການຕີລາຄາສູງຈາກຄະນະກຳມະການກ່ຽວກັບສິລະປະຂັບແທນແບບດັ້ງເດີມປະສານກັບບັນດາລາຍການສະແດງຂັບລຳພື້ນເມືອງທີ່ໄດ້ຮັບການກະກຽມຢ່າງພິຖີພິຖັນ.
|
(ພາບ:zing.vn) |
ປີນີ້ ນັກສິລະປະການ ຫງວຽນທ໋າຍຮັອກ ມີອາຍຸ 65 ປີແລ້ວ, ທ່ານກຳເນີດໃນຄອບຄົວທີ່ມີມູນເຊື້ອຕິດພັນກັບສິລະປະຂັບແທນ ພິນຕິ໋ງ ຫລາຍເຊັ່ນຄົນ, ແຕ່ເມື່ອເຕີບໃຫຍ່ ຊີວິດທ່ານກໍມີຫລາຍທາງເດີນ. ໂດຍບໍ່ໄດ້ເດີນຕາມສິລະປະຂັບແທນທີ່ເປັນມູນເຊື້ອຂອງຄອບຄົວຢ່າງຕໍ່ເນື່ອງ, ທ່ານເຄີຍໄດ້ໄປຮັບໃຊ້ວຽກງານການທະຫານ 10 ກວ່າປີ. ພາຍຫລັງສິ້ນສຸດຫນ້າທີ່ຮັບໃຊ້ການເປັນທະຫານ ທ່ານພັດຖືກສົ່ງໄປເປັນພະນັກງານຢູ່ ອົງການກວດກາຄະນະພັກແຂວງ. ເກືອບ 40 ປີທີ່ເຮັດວຽກຢູ່ຫລາຍບ່ອນດ້ວຍຫລາຍທີ່ຕັ້ງແຕກຕ່ງກັນ, ແຕ່ໃນແນວຄິດຈິດໃຈຂອງທ່ານ ຍາມໃດກໍສະຫງວນໃຫ້ສິລະປະຂັບແທນ ພິນຕິ໋ງ. ນັບແຕ່ມື້ທ່ານອອກກິນເບ້ຍບຳນານ ແລ້ວກັບຄືນເມືອບ້ານເກີດເມືອງນອນ ເຊິ່ງຫ່າງຈາກນີ້ 6 ປີ, ທ່ານມີຄວາມສຸດຈິດສຸດໃຈຕໍ່ສິລະປະຂັບແທນ ຢ່າງຈິງໃຈ. ນັກສິລະປະການ ຫງວຽນທ໋າຍຮັອກ ແບ່ງປັນວ່າ:
“ດ້ວຍບັນດາຈັງຫວະທຳນອງຂັບແທນ ພິນຕິ໋ງ ຂ້າພະເຈົ້າມີຄວາມເຂົ້າໃຈເລິກເຊິ່ງທີ່ສຸດ. ກ່ອນໜ້ານີ້ ຂ້າພະເຈົ້າໄດ້ຮຽນນຳປູ່ຂອງຂ້າພະເຈົ້າ. ປູ່ຂອງຂ້າພະເຈົ້າກໍແມ່ນນັກສິລະປະການສອນຢູ່ບັນດາຫ້ອງຮຽນຂັບແທນ ພິນຕິ໋ງ, ສະນັ້ນ ມາຮອດຈຸດເວລານີ້ ຂ້າພະເຈົ້າກໍຮຽນໄດ້ສ່ວນໃດໜຶ່ງຈາກບັນດາຜູ້ເຖົ້າຜູ້ແກ່ສອນໃຫ້, ເຖິງວ່າຍັງບໍ່ທັນເຕັມ 100% ກໍຕາມແຕ່ບາງເທື່ອກໍອາດຈະໄດ້ປະມານ 70 – 80%. ແຕ່ນັ້ນພຽງແຕ່ແມ່ນຈັງຫວະທຳນອງເທົ່ານັ້ນ, ສ່ວນເນື້ອໃນຂອງບັນດາບົດຂັບແທນເຊິ່ງຜູ້ເຖົ້າຜູ້ແກ່ປະໄວ້ໃຫ້ ແມ່ນອຸດົມສົມບູນຫລາຍ, ຍັງຕ້ອງໄດ້ລົງເລິກໃນການຄົ້ນຄວ້າຮ່ຳຮຽນຫລາຍ, ຂ້າພະເຈົ້າຍັງຕ້ອງຄ່ອຍໆຮຽນຕື່ມອີກ”.
ຕາມ ນັກສິລະປະການ ຫງວຽນທ໋າຍຮັອກ ແລ້ວ, ເຂດ ຂັບແທນແບບດັ້ງເດີມ ຮ່າຢາງ ຢູ່ບ້ານເກີດເມືອງນອນຂອງທ່ານມີ 3 ບ່ອນແມ່ນບັນດາຕາແສງ: ເຟືອງໂດະ, ເຟືອງຕ໋ຽນ ແລະ ເຟືອງທ້ຽນ, ເຊິ່ງຢູ່ໝູ່ບ້ານ ເຟືອງໂດະ ແມ່ນຍັງຄົງຮັກສາຕາມແບບດັ້ງເດີມໄວ້ໄດ້. ແທນ ໃນພາສາໄຕ່ ມີຄວາມໝາຍວ່າ ຟ້າແຖນ, ຂັບແທນ ແມ່ນຈັງຫວະການຂັບທີ່ສວຍງາມປຽບເຫມືອນແດນສະຫວັນ, ເຊິ່ງແມ່ນຮູບແບບການສະແດງຂັບລຳພື້ນເມືອງແບບສັງລວມປະເພດໜຶ່ງທີ່ມີລັກສະນະສີສັນແຫ່ງການເຫລື້ອມໃສທີ່ມີມາແຕ່ດົນນານແລ້ວ. ການຂັບແທນແບບດັ້ງເດີມໄດ້ເລົ່າຂານປາກຕໍ່ປາກຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ, ຍ້ອນແນວນັ້ນ ຈຶ່ງຮຽກຮ້ອງໃຫ້ນັກສິລະປະການຕ້ອງເຂົ້າໃຈເຖິງຄວາມຮູ້ແບບດັ້ງເດີມ, ທັງຂັບ ທັງເສບພິນຕິ໋ງ, ໃຊ້ພວງເຫລັກເຄາະ, ປະສົມປະສານກັບບັນດາການຟ້ອນຮ້ອງລຳທຳເພງ.
|
(ພາບ: hagiangtv.vn) |
ແຕ່ລະປີ ເມື່ອຮອດທ້າຍເດືອນ 2 ຕົ້ນເດືອນ 3 ໄລ່ຕາມຈັນທະປະຕິທິນ ຫວຽດນາມ ແລ້ວ, ຊາວເຜົ່າໄຕ່ ຢູ່ຕາແສງ ເຟືອງໂດ໋ ເຄີຍໄດ້ຈັດຕັ້ງງານບຸນຂັບແທນ. ນີ້ແມ່ນພິທີກຳທີ່ສຳຄັນ ເຊິ່ງກ່ອນໜ້ານີ້ເຄີຍຈັດຕັ້ງເພື່ອບູຊາຢູ່ໃນແຕ່ລະຄອບຄົວ, ແຕ່ໃນຊຸມປີມໍ່ໆມານີ້ ໄດ້ຈັດຕັ້ງຕາມຂອບຂະໜາດຕາແສງ ເພື່ອພາວະນາຂໍໃຫ້ປີໃໝ່ລະດູການເກັບກ່ຽວໄດ້ຮັບຜົນດີ ປະຊາຊົນໃນຕາແສງມີຄວາມຢູ່ເຢັນເປັນສຸກ. ພິທີຂັບແທນ ແມ່ນການຖະຫວາຍເຫລົ້າ ແລະ ບັນດາປະເພດດອກໄມ້ຫອມ ໝາກໄມ້ຫວານໃຫ້ເທວະດາແທນ ຢູ່ເທິງເມືອງຟ້າ, ສະແດງເຖິງຈິດໃຈອັນບໍລິສຸດ ແລະ ເຄົາລົບນັບຖືຂອງບັນດາໝໍແທນຜູ້ຢູ່ໂລກມະນຸດເຊື້ອເຊີນ ເທວະດາແທນ ລົງມາໂລກມະນຸດ ເພື່ອຮັບເອົາເຄື່ອງບູຊາ ດົນບັນດານໂຊກລາບໃຫ້ທຸກຄົນ ແລະ ພ້ອມກັນມ່ວນຊື່ນກັບບັນດາໝໍແທນ ແລະ ປະຊາຊົນໃນໝູ່ບ້ານ. ນອກຈາກເຄື່ອງຂອງຖະຫວາຍບູຊາແລ້ວ, ສິ່ງທີ່ຂາດບໍ່ໄດ້ໃນພິທີກຳນີ້ ແມ່ນບັນດາການສະແດງຂັບແທນ ພິນຕິ໋ງ ພື້ນເມືອງ ທີ່ພັນລະນາເຖິງບັນດາຜູ້ຄົນທີ່ນຳເອົາເຄື່ອງບູຊາມາຖະຫວາຍໃຫ້ເທວະດາແທນ, ເຊິ່ງເປັນເທບນິຍາຍແຕ່ປາງກ່ອນ ສະແດງໃຫ້ເຫັນມະໂນພາບຂອງຊາວເຜົ່າ ໄຕ່ ໃນເມື່ອກ່ອນ. ລາຍການສະແດງ ຂັບແທນພື້ນເມືອງ “ພາວະນາຂໍຄວາມຢູ່ເຢັນເປັນສຸກໃນມື້ບຸນເຕັດ” ໂດຍນັກສິລະປະການ ຫງວຽນທ໋າຍຮັອກ ສະແດງທີ່ການປະກວດຂັບແທນ ພິນຕິ໋ງ ທົ່ວປະເທດຄັ້ງນີ້ ກໍແມ່ນຄັດມາຈາກສ່ວນໜຶ່ງໃນພິທີຂັບແທນຢູ່ໝູ່ບ້ານ ເຟືອງໂດະ.
ພ້ອມກັບການເຂົ້າຮ່ວມບັນດາງານບຸນຂັບແທນໃນວົງຄະນະຍາດຂອງຊາວເຜົ່າຕົນແລ້ວ, ນັກສິລະປະການ ຫງວຽນທ໋າຍຮັອກ ກໍຍັງເຂົ້າຮ່ວມສະໂມສອນຂັບແທນ ພິນຕິ໋ງ ຢູ່ຕາແສງ ເຟືອງໂດະ ແລະ ຈັດຕັ້ງບັນດາຫ້ອງສອນຖ່າຍທອດການຂັບແທນ ພິນຕິ໋ງ ໃຫ້ລຸ້ນໜຸ່ມ. ນັກສິລະປະການ ຫງວຽນທ໋າຍຮັອກ ໃຫ້ຮູ້ວ່າ:
“ປັດຈຸບັນ ຂ້າພະເຈົ້າເປັນຫົວໜ້າສະໂມສອນຂັບແທນ ພິນຕິ໋ງ ຂອງຕາແສງ ເຟືອງໂດະ. ສະໂມສອນໄດ້ສ້າງຕັ້ງຂຶ້ນມາເປັນເວລາ 4 ປີປາຍແລ້ວ. ມາຮອດປັດຈຸບັນ ສະໂມສອນໄດ້ເຕົ້າໂຮມຜູ້ສູງອາຍຸ16 ຄົນ ເຊິ່ງເປັນພະນັກງານ, ສະມາຊິກສະມາຄົມຜູ້ສູງອາຍຸ ເຂົ້າຮ່ວມ. ແຕ່ລະເດືອນສະໂມສອນໄດ້ເຄື່ອນໄຫວ 2 ຕອນຄ່ຳຂອງວັນທີ 14 – 15 ໄລ່ຕາມຈັນທະປະຕິທິນໃນມື້ເດືອນເພັງ, ບັນດາຜູ້ສູງອາຍຸຈະມາຮຽນນຳກັນ, ສ່ວນໃນ 1 ເດືອນ ຈະເປີດຫ້ອງຮຽນປະມານ 2 ອາທິດ, ອີງຕາມລະດູ, ຫລັງຈາກລະດູເກັບກ່ຽວແລ້ວ ແມ່ນແຕ່ລະຄົນຮຽນຕາມໃຈ”.
ດ້ວຍຄວາມສາມາດໃນການຮຽນຄ່ອງແຄ້ວ, ຄວາມເມົາມົວ ແລະ ຄວາມເອກອ້າງທະນົງໃຈຕໍ່ຊົນເຜົ່າ, ບວກກັບຄວາມສາມາດມີຝີມືດີ, ນັກສິລະປະການ ຫງວຽນທ໋າຍຮັອກ ທັງເປັນຄູສອນຖ່າຍທອດຈຸດຍອດຍິ່ງຂອງສິລະປະຂັບແທນ ພິນຕິ໋ງ, ທັງສະສົມ ແລະ ແປບົດເພງເດີມ, ທັງເປັນນັກດົນຕີ, ຜູ້ຈັດງານບຸນພົບປະແລກປ່ຽນສະແດງສິລະປະຢູ່ທ້ອງຖິ່ນ. ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ມອບໃບຍ້ອງຍໍໃຫ້ທ່ານຫລາຍໃບ ແລະ ທ່ານກໍໄດ້ຮັບການຮັບຮອງໃຫ້ເປັນນັກສິລະປະການພື້ນເມືອງ ແຕ່ປີ 2013.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

