ຊາວເຜົ່າຢ້າວ ແທງອີ

ນັ້ນແມ່ນເນື້ອຮ້ອງທຳນອງເພງທີ່ເຊື້ອເຊີນຢ່າງຈິງໃຈຂອງອ້າຍບ່າວຊາວເຜົ່າຢ້າວແທງອີ ເມື່ອຊວນຍິງສາວເປັນເພື່ອນຮ່ວມທາງໄປງານບຸນລະດູບານໃໝ່ ຢູ່ບ້ານ ບັ່ງກ໋າ, ເມືອງ ຮວ່າງໂບ່, ແຂວງ ກວ໋າງນິງ. ງານບຸນໃນບ້ານຖືກຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນຕົ້ນລະດູບານໃໝ່ ເມື່ອອາກາດອົບອຸ່ນ ແລະ ກໍແມ່ນເວລາທີ່ວຽກໄຮ່ການນາໄດ້ສຳເລັດເປັນທີ່ຮຽບຮ້ອຍ, ສະນັ້ນ ບ່າວສາວໃນບ້ານ ກໍມີເວລາໄປງານບຸນຫຼາຍກວ່າ. ບຸນບ້ານ ບັ່ງກ໋າ ໄດ້ດຶງດູດແຂກທ່ອງທ່ຽວນັບພັນໆຄົນທີ່ມາຈາກທຸກສາລະທິດມາຊີມເຂົ້າໜົມກູ່, ເຂົ້າໜຽວຫ້າສີ, ຈິບຈອກເຫຼົ້າ, ພິເສດແມ່ນ ຊົມບ່າວສາວ ບັ່ງກ໋າ ແກວ່ງໝາກຄອນ ແລະ ຂັບກ້ຽວກັນ.

ບັນດາທຳນອງຂັບກ້ຽວກັນ ແຕ່ດົນນານມາແລ້ວ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກພິເສດສະເພາະຂອງຊາວເຜົ່າ ຢ້າວແທງອີ . ນີ້ແມ່ນທຳນອງການຂັບກ້ຽວຖາມຕອບລະຫວ່າງຍິງຊາຍທີ່ເຂັ້ມຂຸ້ນໄປດ້ວຍລັກສະນະພື້ນເມືອງ ເຊິ່ງຊາວເຜົ່າ ຢ້າວແທງອີ ໄດ້ນຳໃຊ້ເຂົ້າໃນຫຼາຍໂອກາດເຊັ່ນ: ພິທີສູ່ຂໍ, ງານແຕ່ງດອງ, ພິທີອວຍພອນ ຜູ້ຊາຍໄດ້ເຕີບໃຫຍ່ເຖິງກະສຽນແລ້ວ, ບຸນບ້ານຖືກຈັດຂຶ້ນ ເພື່ອພາວະນາຂໍໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ໃນບັນດາເຫດການທີ່ສຳຄັນນັ້ນ, ການຂັບກ້ຽວກັນປຽບເໝືອນດັ່ງຄຳໝາກໃບພູເປີດສາກເລື່ອງລາວ ແລະ ຕາມປົກກະຕິແລ້ວ ຈະມີຄຳສະເພາະຕາມບັນດາຫຼັກການທີ່ກຳນົດ ເຊິ່ງບໍ່ສາມາດປ່ຽນແປງໄດ້:

ຄຳແປ: ມີຊາຍຜູ້ໜຶ່ງຢູ່ຝັ່ງນັ້ນຂອງແມ່ນ້ຳ / ອ້າຍແນມເຫັນມັງກອນຢູ່ໃຕ້ນ້ຳ / ກຳລັງລອຍໄປມາເພື່ອເອົນ້ຳ / ມາພົ່ນ້ຳໃຫ້ປະຊາຊົນ / ທັໂລມະນຸດ ແລະ ພອນສະຫວັນ/ລ້ວນແຕ່ໄດຮັບ / ໄດ້ຊົມໃຊ້ ລ້ວນແຕ່່ມີຄວາມອີ່ສຳານ / ມັງກອນໄດ້ພົ່ນ້ຳຢ່າງລົ້ນເຫຼືອ / ປະຊາຊົນພວກເຮົຊົມຊື່ນດີໃຈເປັນຢ່າງຍິ່ງ.

ບໍ່ວ່າເວລາໃດ ຊາວເຜົ່າ ຢ້າວແທງອີ ກໍສາມາດຂັບກ້ຽວກັນຄື: ເມື່ອໄປໄຮ່ໄປສວນ, ໄປງານບຸນ ຫຼື ບັນດາຄຳທັກທາຍສະບາຍດີກັນໃນແຕ່ລະມື້ ໂດຍຊາວເຜົ່າ ຢ້າວແທງອີ ໄດ້ປະດິດແຕ່ງເປັນບັນດາບົດຂັບກ້ຽວທີ່ເປັນຫນ້າທີ່ດຶງດູດໃຈທີ່ສຸດ. ປົກກະຕິແລ້ວ ເນື້ອຮ້ອງທຳນອງບົດຂັບກ້ຽວກັນຂອງຊາວເຜົ່າ ຢ້າວແທງອີ ແມ່ນຈິງໃຈ, ລຽບງ່າຍແຕ່ເຕັມໄປດ້ວຍຄວາມໝາຍຫຼາຍຢ່າງ, ພິເສດແມ່ນຍາມບ່າວສາວຂັບກ້ຽວກັນເພື່ອຊອກຄູ່. ບັນດາຄຳຂັບກ້ຽວທີ່ອ່ອນຊ້ອຍນັ້ນ ໄດ້ເຮັດໃຫ້ບ່າວສາວຊາວເຜົ່າ ຢ້າວແທງອີ ມີອາລົມຈິດຄວາມຮັກນຳກັນ. ແລະຈາກສິ່ງດັ່ງກ່າວ ກໍມີຫຼາຍເລື່ອງຄວາມຮັກໄດ້ແຕກໜໍ່ຈໍ່ດອກ, ມີບ່າວສາວຫລາຍຄູ່ເປັນຜົວເມຍ ແລະ ຢູ່ນຳກັນຢ່າງມີຄວາມຜາສຸກ. ນັກສິລະປະການ ເຈືອງ ທິ ກູຍ ເລົ່າຄືນວ່າ:

ກ່ອນີ້ ມີຫຼາຍຄົນຂັບກ້ຽວກັນ, ແລ້ວກາຍເປັນຜົວເມຍກັນ. ເຫັນພວກອ້າຍບ່າວຂັບຖາມກັນ, ເຮົມັກເຮົາກໍຕອບ. ບໍ່ວ່າເຮັດຫຍັງກໍຄິດເຖິງຂັບກ້ຽວກັນ, ສະນັ້ນ ມັນຈຶ່ງຝັງເລິກໃນໃຈເຮົາ ທີ່ບໍ່ອາດລືມໄດ້. ຍາມໃດກໍຄິດວ່າ ຈະເຮັດແນວໃດເພື່ອໃຫ້ເຮົຮູ້ຂັບກ້ຽວຫຼາຍແບບ ເພື່ອໄປຂັບຖາມຕອບກັບຊາວໜຸ່ມ, ຖ້າເຮົຊະນະ ເຮົມີຄວາມມ່ວນຊື່ນທີ່ສຸດ.

ຊາວເຜົ່າ ຢ້າວແທງອີ ຍັງຄົງຮັກສາສີສັນວັດທະນະທຳສະເພາະຂອງເຜົ່າຕົນ

ກ່ອນຈະຂັບກ້ຽວກັນຕາມ ປົກກະຕິແລ້ວ ຊາວເຜົ່າ ຢ້າວແທງອີ ຈະຂັບຮ້ອງດັງກ້ອງກັງວານ, ສຽງຂຶ້ນລົງຕາມຈັງຫວະ, ຟັງແລ້ວເປັນຕາອອນຊອນ. ຫຼັງຈາກນັ້ນ ແມ່ນຂັບຄວາມໃນໃຈ, ກະຊິບບອກກັນເບົາໆ. ນັກສິລະປະການ ດັ້ງແທງເລືອງ, ອາຍຸ 75 ປີ, ຍັງຈື່ ທຳນອງ ຂັບກ້ຽວຫຼາຍແບບ. ນັກສິລະປະການ ດັ້ງແທງເລືອງ ໃຫ້ຮູ້ວ່າ: ປະຊາຊົນເກືອບທັງໝົດຢູ່ ຕາແສງ ບັ່ງກ໋າ ແມ່ນຊາວຊົນເຜົ່າ ຢ້າວແທງອີ , ແຕ່ປັດຈຸບັນ ບໍ່ມີເທົ່າໃດຄົນທີ່ສາມາດຂັບກ້ຽວແບບດັ້ງເດີມໄດ້.

ດຽວນີ້ ໄວໜຸ່ມບໍ່ຮູ້ຂັບກ້ຽວ. ກ່ອນນີ້ ແມ່ນຕ່າງກັນຫຼາຍ. ໃຜທີ່ຍັງບໍ່ທັນໄດ້ຜົວໄດ້ເມຍ, ໃນຕົ້ນລະດູບານໃໝ່ ຈຸດປະສົງແມ່ນໄປເພື່ອຊອກຮູ້ເຊິ່ງກັນ ແລະ ກັນ. ມີແຕ່ໄປຂັບເທົ່ານັ້ນ, ແຕ່ວັນ 1 ເຖິງວັນເພັງ (ໄລ່ຕາມຈັນທະປະຕິທິນ). ໃຜມີເວລາຫວ່າງແມ່ນໄປເຫຼິ້ນ ແລະ ຂັບ້ອງ. ຍ້ອນຊາວເຜົ່າພວກຂ້າພະເຈົ້າມັກລະອາຍ. ເມື່ອເຫັນຜູ້ສາວງາມ ຂ້າພະເຈົ້າຮູ້ສຶກຮັກແທ້, ແຕ່ບໍ່້າເວົ້າ, ແຕ່ຖ້າພາກເຊື່ອມສານເຂົ້າປະໂຫຍກຂັບກ້ຽວແລ້ວ ພັດກ້າເວົ້າໄດ້. ຈຸດພິເສດແມ່ນຄືແນວນັ້ນ. ເມື່ອຂ້າພະເຈົ້າມີອຍຸ 16 17 ປີ ກໄດ້ໄປຂັບກ້ຽວແລ້ວ.

ໃນຊຸມປີມໍ່ໆມານີ້, ການຂັບກ້ຽວຂອງຊາວເຜົ່າ ຢ້າວແທງອີ ຢູ່ ບັ່ງກ໋າ ໄດ້ນຳເຂົ້າຮັບໃຊ້ໃຫ້ແຂກທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອຮັກສາ ແລະ ໂຄສະນາເຜີຍແຜ່ວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຢ້າວແທງອີ ເຖິງນັກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ.