ແຜ່ນ “ຕາດຽວ” 7 ຕາຖືກປັກລົງດິນຂ້າງເຮືອນ |
ຕາມຮີດຄອງປະເພນີຂອງຊາວເຜົ່າຜູ້ໄທແລ້ວ, ແຜ່ນ “ຕາດຽວ” ໄດ້ຮັບຖືຈາກພໍ່ແມ່ພີ່ນ້ອງວ່າ ແມ່ນວັດຖຸທີ່ສັກສິດ ຖືກສານດ້ວຍຕອກໄມ້ໄຜ່, ແລ້ວຖືກມັດໃສ່ປະຕູເຮືອນ ຫຼື ປັກລົງດິນເພື່ອຂັບໄລ່ຜີສາງນາງໄມ້, ຮັກສາຄວາມສະຫງົບສຸກໃຫ້ແກ່ຄອບຄົວ, ເຮືອນຊານບ້ານຊ່ອງ. ລຸງ ຕ່ອງວັນເຮັ້ຍ, ໝໍພອນຢູ່ບ້ານ ມ່ອງ, ຕາແສງ ຮວາລາ ນະຄອນເຊີນລາ ໃຫ້ຮູ້ກ່ຽວກັບຄວາມໝາຍປະເພນີນີ້ວ່າ:
“ປີນີ້ຂ້າພະເຈົ້າໄດ້ມີອາຍຸກວ່າ 80 ປີແລ້ວ, ນັບແຕ່ຄາວຍັງນ້ອຍ ກໍ່ໄດ້ເຫັນປູ່ຍ່າຕາຍາຍ, ພໍ່ແມ່ເຮັດແຜ່ນ “ຕາດຽວ” ນີ້. ເຖິງວ່າຈະເປັນການດີ ຫຼື ບໍ່ດີກໍ່ລ້ວນແຕ່ຕ້ອງໄດ້ສານ ແລ້ວປັກແຜ່ນຕາດຽວຢູ່ຂ້າງເຮືອນ. ເມື່ອເຂົ້າໄປປ່າ, ນອນໃນປ່າ, ເມື່ອຈັດພິທີຂຶ້ນເຮືອນໃໝ່, ເມື່ອໄຫວ້ບູຊາເພື່ອແກ້ຊວຍ, ເມື່ອຄອບຄົວມີຄົນເຈັບເປັນ ຫຼື ຄອບຄົວມີແມ່ຍິງຫາກໍ່ປະສູດລູກ ເຂົາເຈົ້າກໍ່ໄດ້ປັກແຜ່ນຕາດຽວ”.
ແຜ່ນ “ຕາດຽວ” ມີສອງຊະນິດ: ຊະນິດໜຶ່ງແມ່ນແຜ່ນ “ຕາດຽວ” ມີຕາໜຶ່ງ, ປະກອບດ້ວຍ 9 ຊັ້ນ ບໍ່ແຍກອອກຈາກກັນ, ແຕ່ລະຊັ້ນນຳໃຊ້ຕອກໄມ້ໄຜ່ 6 ເສັ້ນເພື່ອສານເປັນແຜ່ນ “ຕາດຽວ”. ຊະນິດນີ້ແມ່ນສານຍາກທີ່ສຸດ, ເວລາມັດກໍ່ຕ້ອງມັດພ້ອມກັບໃບໄມ້ໃບໜຶ່ງ, ຖ່ານຟືນກ້ອນໜຶ່ງ ແລ້ວກໍ່ມັດດ້ວຍເຊືອກ ຫຼື ຕິດໃສ່ປະຕູເຮືອນ ຫຼື ມັດໃສ່ຂັ້ນໄດຂອງເຮືອນຮ້ານ ຫຼື ມັດໃສ່ປະຕູໂຂງຂອງເຮືອນ. ປະເພນີນີ້ແມ່ນເພື່ອຂັບໄລ່ຜີສາງນາງໄມ້ ເມື່ອຄອບຄົວມີຄົນເປັນ ຫຼື ໃນຄອບຄົວມີແມ່ຍິງປະສູດລູກ ເພື່ອແນໃສ່ບອກເຕືອນໃຫ້ທຸກໆຄົນຮູ້ວ່າ ຢູ່ໃນເຮືອນພວມຄະລຳ ແລະ ຢ້ານເດັກດື້ໄຫ້. ຊະນິດທີ່ສອງແມ່ນແຜນ “ຕາດຽວ” ມີ 7 ຕາ, ແຕ່ມີພຽງຊັ້ນໜຶ່ງ ແລະ ໃຊ້ຕອກໄມ້ໄຜ່ 12 ເສັ້ນເພື່ອສານ, ຄວາມຍາວຂອງແຜ່ນ “ຕາດຽວ” ຊະນິດນີ້ຍາວປະມານ 40 ຊັງຕີແມັດ, ແຜ່ນຕາດຽວຊະນິດນີ້ ຖືກມັດດ້ວຍໄມ້ປັກລົງດິນຢູ່ສີ່ແຈເຮືອນ ໃນຍາມຈັດພິທີຂຶ້ນເຮືອນໃໝ່, ເວລາທຳພິທີໄຫວ້ບູຊາ, ໃນເວລານອນພັກຜ່ອນໃນປ່າ ເພື່ອບອກເຕືອນເຈົ້າຖິ່ນເຈົ້າຖານວ່າ ມີຜູ້ນອນຢູ່ນີ້ ເພື່ອກັນຜີສາງນາງໄມ້ມາກໍ່ກວນ. ລຸງ ຕ່ອງວັນເຮັ້ຍ ໃຫ້ຮູ້ຕື່ມອີກວ່າ:
“ນັບແຕ່ຄາວມີອາຍຸກວ່າ 10 ປີ, ເມື່ອຈູງງົວ ຄວາຍ ໄປກິນຫຍ້າ ກໍ່ເຫັນຜູ້ເຖົ້າຜູ້ແກ່ເຮັດ ເຮົາກໍ່ໄດ້ຮຽນນຳ ແລ້ວຈຶ່ງຮູ້ເຮັດ. ວິທີສານແຜ່ນຕາດຽວ ບໍ່ແມ່ນວ່າໃຜກໍ່ຈະເຮັດໄດ້, ສ່ວນຫຼາຍເຂົາເຈົ້າສານບໍ່ເປັນ, ເປັນຕົ້ນແມ່ນຊາວໜຸ່ມໃນປັດຈຸບັນ, ມີພຽງແຕ່ຜູ້ເຖົ້າຜູ້ແກ່ຈຶ່ງເຮັດເປັນເທົ່ານັ້ນ”.
ການສານແຜ່ນ “ຕາດຽວ” ແມ່ນໄດ້ຍາກຢູ່ແລ້ວ ແຕ່ເລື່ອງຮູ້ຄຳໄຫວ້ບູຊາ ກໍຈະຍາກຫຼາຍກວ່າອີກ. ເພາະວ່າຄຳໄຫວ້ບູຊາ ບໍ່ແມ່ນວ່າຜູ້ໃດກໍ່ຮູ້, ມີພຽງແຕ່ໝໍຜີຈຶ່ງຮູ້ໄຫວ້ບູຊາເທົ່ານັ້ນ. ລຸງ ຕ່ອງວັນເຮັ້ຍ ເວົ້າວ່າ:
“ເມື່ອມັດ ຫຼື ປັກແຜ່ນຕາດຽວນັ້ນ, ຊາວເຜົ່າຜູ້ໄທກໍ່ມີຄຳໄຫວ້ບູຊາ ເພື່ອໃຫ້ມີຄວາມສັກສິດ. ໝໍຜີແຕ່ລະຄົນ ກໍ່ຈະມີຄຳໄຫວ້ບູຊາແຕກຕ່າງກັນ, ແຕ່ເຂົາເຈົ້າກໍ່ເຄີຍໄຫວ້ບູຊາດ້ວຍຄວາມໝາຍ ເພື່ອຂັບໄລ່ຜີສາງນາງໄມ້ເຊັ່ນກັນ”.
ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທ ຢູ່ແຂວງ ເຊີນລາແລ້ວ, ແຜ່ນ “ຕາດຽວ” ແມ່ນຈຸດວັດທະນະທຳແຫ່ງຈິດວິນຍານ, ບໍ່ແມ່ນວ່າຍາມໃດກໍ່ເຮັດ, ມັນບໍ່ເຮັດແບບສິ້ນເປືອງເງິນທອງ, ບໍ່ເຊື່ອຖືງົມງວາຍ, ພຽງແຕ່ເຮັດສຳເລັດປະເພນີນີ້, ພໍ່ແມ່ພີ່ນ້ອງຈຶ່ງຮູ້ສຶກວ່າ ມີຄວາມສະຫວາດສະເຫວີຍ, ດັ່ງນັ້ນ ຈາກເສັ່ນຄົນນີ້ ຫາເສັ່ນຄົນອື່ນ ກໍ່ຕ້ອງຮັກສາປະເພນີນີ້ ມາເຖິງປັດຈຸບັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
