ພາຍຫລັງໄດ້ຮັບຂ່າວວ່າ ລັດຖະບານ ຈະແຈກຢາຍວັກຊິນກວ່າ 800.000 ໂດສໃຫ້ແກ່ນະຄອນ ໂຮ່ຈີມິນ, ພະແນກສາທາລະນະສຸກນະຄອນ ໄດ້ຈັດແບ່ງກຳລັງສາທາລະນະສຸກ ເຂົ້າຮ່ວມຜັນຂະຫຍາຍກວ່າ 1000 ຫນ່ວຍສັກວັກຊິນ, ລະດົມກຳລັງຈາກ ເກືອບ 550 ໂຮງໝໍ, ຫ້ອງກວດພະຍາດຂອງທັງເອກະຊົນ, ສູນສາທາລະນະສຸກ, ສູນຄວບຄຸມພະຍາດ ນະຄອນ, ສຸກສາລາ, ລະບົບສັກວັກຊິນ ຂຶ້ນກັບບໍລິສັດຫຸ້ນສ່ວນ ວັກຊິນ ຫວຽດນາມ (VNVC).... ແຕ່ລະຫນ່ວຍລວມມີພະນັກງານຢ່າງຫນ້ອຍສຸດແມ່ນ 5 ຄົນ
ພະນັກງານການແພດສຸມກຳລັງເຫື່ອແຮງເພື່ອບັ້ນສັກວັກຊິນຄັ້ງໃຫຍ່ສຸດໃນປະຫວັດສາດ |
“ແພດໝໍ 350 ຄົນທີ່ເຂົ້າຮ່ວມການສັກວັກຊິນຄັ້ງນີ້ ລ້ວນແຕ່ມີໃບຢັ້ງຢຶນວິຊາຊີບ, ຮັບປະກັນຄວາມປອດໄພໃນການສັກວັກຊິນ ແລະ ເຂົາເຈົ້າ ໄດ້ສັກວັກຊິນກັນໂຄວິດ 19 ຄົບ 2 ເຂັມແລ້ວ. ພ້ອມທັງໄດ້ຮັບການບຳລຸງສ້າງຂັ້ນຕອນສັກວັກຊິນທີ່ປອດໄພ ແລະ ເຄີຍເຂົ້າຮ່ວມການສັກວັກຊິນ ຄັ້ງທຳອິດແຕ່ວັນທີ 8 ມີນາ. ພວກຂ້າພະເຈົ້າສົ່ງກຳລັງຫລັກແຫລ່ງທີ່ສຸດເພື່ອຮັບໃຊ້ໃຫ້ບັ້ນສັກວັກຊິນດ່ວນຄັ້ງນີ້ຢູ່ ນະຄອນໂຮ່ຈີມິນ.”
ເຂດ 3 ຂອງນະຄອນ ຖູດຶກ, ນະຄອນໂຮ່ຈີມິນ ມີຫນ່ວຍສັກວັກຊິນ 14 ຫນ່ວຍ. ປະຈຸບັນ ບັນດາຫນ່ວຍສັກວັກຊິນ ໄດ້ກຽມພ້ອມທັງດ້ານບຸກຄະລາກອນ, ກຳລັງວັດຖຸ ລໍຖ້າຄຳສັ່ງຈັດແບ່ງວັກຊິນ ຈາກນະຄອນ, ແບ່ງເຂດສັກວັກຊິນ ແລ້ວໄປປະຕິບັດຫນ້າທີ່ຢ່າງທັນທີ. ການສັກວັກຊິນດ້ວຍຂອບຂະຫນາດໃຫຍ່ ແຕ່ຍັງຄົງຕ້ອງຮັບປະກັນຖືກຕາມຂັ້ນຕອນຄວາມປອດໄພໃນການສັກວັກຊິນຢ່າງເຄັ່ງຄັດ.
ພະນັກງານການແພດຕ້ອງປະຕິບັດຫລາຍຫນ້າທີ່ໃນຍາມຄ່ຳຄືນເພື່ອການຕໍ່ສູ້ຕ້ານໂລກລະບາດ |
“ພວກຂ້າພະເຈົ້າ ໄດ້ໂຄສະນາກໍ່ຄືແນະນຳໃຫ້ທຸກຄົນກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19, ພິເສດ ວັກຊິນແມ່ນມາດຕະການທີ່ມີປະສິດທິຜົນທີ່ສຸດເພື່ອຊ່ວຍຮັກສາວຽກເຮັດງານທຳ, ຮັກສາການເຄື່ອນໄຫວດຳເນີນທຸລະກິດຂອງບໍລິສັດໃຫ້ຕໍ່ເນື່ອງ”
ບັ້ນສັກວັກຊິນ ຄັ້ງທີ 4 ຢູ່ ນະຄອນ ໂຮ່ຈີມິນ ຄາດວ່າ ມື້ຫນຶ່ງຈະມີຈຳນວນຜູ້ໄດ້ຮັບການສັກ ແມ່ນປະມານ 200.000 ຄົນ. ຫວ່າງແລ້ວນີ້ ກະຊວງສາທາລະນະສຸກ ໄດ້ແຈກຢາຍວັກຊິນ ເປັນຄັ້ງທີ 5 ດ້ວຍກວ່າ 700.000 ໂດສ ໃຫ້ແກ່ນະຄອນ ໂຮ່ຈີມິນ. ຕາມການສະຖິຕິແລ້ວ, ນະຄອນ ໂຮ່ຈີມິນ ມີກວ່າ 2.385.000 ຄົນແມ່ນເປົ້າໝາຍໃຫ້ບຸລິມະສິດໃນການສັກວັກຊິນກັນໂຄວິດ. ນະຄອນ ວາງຄາດໝາຍ 2/3 ປະຊາຊົນຈະໄດ້ຮັບການສັກວັກຊິນໃນປີນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

