ການເຄື່ອນໄຫວສາສະຫນາ ຢູ່ ໂບດ Plei Mơ Nú |
ບ້ານ ປະເລິຍເມີນຸ ມີກວ່າ 330 ຄອບຄົວ, ຊາວບ້ານ ສ່ວນຫລາຍແມ່ນດຳລົງຊີວິດດ້ວຍອາຊີບເຮັດກະສິກຳ. ແຕ່ລະອາທິດ ຮອດວັນພຸດ ແລະ ວັນອາທິດ, ຊາວບ້ານ ພາກັນໄປໂບດ Plei Mơ Nú ເພື່ອດຳເນີນການເຄື່ອນໄຫວດ້ານສາສະຫນາ ແລະ ມີຜູ້ ເຂົ້າຮ່ວມຫລາຍສຸດແມ່ນໃນວັນອາທິດ. ບັນດາການເຄື່ອນໄຫວດ້ານສາສະຫນາຄື: ວັນບຸນຄຼິດສະມາດ, ບັນດາວັນບຸນຂອງພະເຈົ້າ ລ້ວນແຕ່ດຳເນີນໄປຖືກຕາມກົດໝາຍ, ການກຳນົດຂອງລັດ. ຄຸນພໍ່ Blik ຢູ່ໂບດ Plei Mơ Nú ໃຫ້ຮູ້ວ່າ:
“ຄະນະສາສະຫນາແຂວງ ຢາລາຍ ໄດ້ມີການຕິດຕໍ່ພົວພັນດີທີ່ສຸດກັບສະມາຄົມໂປແຕສະຕັງຢູ່ທີ່ນີ້. ຕຳຫລວດຕາແສງກໍ່ເຊັ່ນດຽວກັນ, ເຂົາເຈົ້າມາຢ້ຽມຢາມ ອວຍພອນວັນບຸນ ຄຼິດສະມາດ. ຂ້າພະເຈົ້າ ມາຢູ່ນີ້ແຕ່ປີ 2014. ຢູ່ທີ່ນີ້ ມີຄວາມສະຫງົບປອດໄພດີ, ລັດ ສ້າງເງື່ອນໄຂສະດວກໃຫ້ປະຊາຊົນທຳການເຄື່ອນໄຫວດ້ານສາສະຫນາ. ຂ້າພະເຈົ້າກໍ່ເຜີຍແຜ່ຄຳສັ່ງສອນຂອງພະເຢຊູໃຫ້ພໍ່ແມ່ປະຊາຊົນວ່າ ຕ້ອງຢູ່ໃນສິນກິນໃນທຳ, ມີສະຕິຄວາມຮັບຜິດຊອບໃນການສ້າງຄອບຄົວໃຫ້ມີຄວາມຜາສຸກ, ສ້າງສາສະມາຄົມໂປແຕສະຕັງ ກໍຄືປະກອບສ່ວນສ້າງສາປະເທດຊາດ”
ຮີດຄອງປະເພນີອັນດີງາມ ເຕັມໄປດ້ວຍວັດທະນະທຳມະນຸດ ຢູ່ ບ້ານ Plei Mơ Nú ແມ່ນແຕ່ລະເທືື່ອທີ່ໄປເຄື່ອນໄຫວດ້ານສາສະຫນາຢູ່ໂບດ ກໍ່ຈະປະກອບສ່ວນເງິນ, ເຂົ້າສານຈຳນວນຫນ້ອຍຫນຶ່ງດ້ວຍຄວາມສະໝັກໃຈ ເພື່ອແບ່ງປັນໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກໃນບ້ານ. ຍ້ອນເຫດນັ້ນ ບັນດາຍົດສັກຕຳແຫນ່ງ ແລະ ພໍ່ແມ່ຊາວຄຼິດ ຍິ່ງມີຄວາມສະຫນິດຕິດພັນ, ໃກ້ຊິດນຳກັນກວ່າອີກ. ລຸງ ເຮີແນມ ຊາວບ້ານ Plei Mơ Nú ໃຫ້ຮູ້ວ່າ:
“ຢູ່ທີ່ນີ້ ແຕ່ລະຄອບຄົວກ່ອນທີ່ຈະຫຸງເຂົ້າແຕ່ລະເທື່ອ, ເຂົາເຈົ້າຈະຕັກເຂົ້້າສານອອກຫນ້ອຍຫນຶ່ງໃສ່ກັບໄວ້ ແລະ ທິດຫນຶ່ງເຂົາເຈົ້າເອົາເຂົ້າສານມາປະກອບສ່ວນໄວ້ຢູ່ໂບດເທື່ອຫນຶ່ງ. ສ່ວນເງິນຄຳແມ່ນອີງຕາມເງື່ອນໄຂຂອງແຕ່ລະຄອບຄົວ, ແຕ່ລະຜູ້ໃຈບຸນໃຈກຸສົນ. ຈຳນວນເງິນເຫລົ່ານັ້ນ ທາງໂບດຈະນຳໃຊ້ໃຫ້ວຽກງານກໍ່ສ້າງ ບູລະນະປະຕິສັງຂອນ ຫລື ນຳໃຊ້ໃນວັນບຸນໃຫຍ່. ນອກນັ້ນ ຂ້າພະເຈົ້າກໍ່ໃຫ້ 5-6 ຄົນກູ້ຢືມເງິນ, ຜູ້ມີກໍ່ສົ່ງຄືນໃຫ້ 10 – 20 ລ້ານດົ່ງ ແລ້ວ, ບາງຄົນຍັງບໍ່ທັນສົ່ງຄືນ ແຕ່ຂ້າພະເຈົ້າກໍ່ສືບຕໍ່ຊ່ວຍເຫລືອ ບໍ່ເກັບດອກເບັ້ຍ. ເຂົາເຈົ້າ ນຳໃຊ້ຈຳນວນເງິນນີ້ເພື່ອຊື້ ແບ້, ຊື້ໝູມາລ້ຽງ, ຊື້ລົດຈັກ..”
ຊາວຄຼິດ ປະກອບສ່ວນເຂົ້າສານ ໃຫ້ ໂບດ ເພື່ອແບ່ງປັນກັບຜູ້ທຸກຍາກ |
ໂດຍຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່, ບັນດາຄອບຄົວໃນບ້ານກໍ່ປູກຕົ້ນກາເຟ, ຕົ້ນໝາກພິກໄທ, ປູກເຂົ້າ. ນອກນັ້ນ ເຂົາເຈົ້າຍັງລ້ຽງສັດ, ລ້ຽງປາອີກ. ຊີວິດການເປັນຢູ່ຂອງປະຊາຊົນໃນບ້ານປະຈຸບັນ ແມ່ນຫລຸດຜ່ອນຄວາມຫຍຸ້ງຍາກຫລາຍແລ້ວເມື່ອທຽບໃສ່ກ່ອນນີ້, ບາງຄອບຄົວກໍ່ມີເສດຖະກິດທີ່ໝັ້ນຄົງ. ລຸງ Djơnh ຊາວບ້ານ Plei Mơ Nú ໃຫ້ຮູ້ວ່າ:
“ເບີ່ງລວມແລ້ວ ຊາວບ້ານ Plei Mơ Nú ມີຊີວິດການເປັນຢູ່ທີ່ເປັນປົກກະຕິ. ມີຈຳນວນຫນ້ອຍຄົນທີ່ໄປເຮັດວຽກຢູ່ໄກບ້ານ, ບາງຄົນເຮັດວຽກຢູ່ເຂດອຸດສາຫະກຳ ຈາດາ ຫ່າງຈາກນີ້ປະມານ 4 ກິໂລແມັດ. ຄອບຄົວຂ້າພະເຈົ້າປູກກາເຟ 1 ເຮັກຕາ, ໝາກພິກໄທ ປະມານ 200 ຕົ້ນ, ເຂົ້າ 5 ໄລ່. ປີຫນຶ່ງມີ ກຳໄລກວ່າ 50 ລ້ານ.”
ຊາວບ້ານ Plei Mơ Nú ຢູ່ໃນສິນກິນໃນທຳ, ເຄົາລົບພະເຢຊູ, ມີຄວາມຮັກຊາດ. ຊາວຄຼິດ ເຮັດຫລ້ອນຫນ້າທີ່ຂອງຜູ້ເປັນສາສະນິກະຊົນ, ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານທຳການຜະລິດ. ຊີວິດຢູ່ເຢັນເປັນສຸກ ໄດ້ ແລະ ພວມດຳເນີນໃນແຕ່ລະມື້ຢູ່ບ້ານ Plei Mơ Nú.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

