ຮູບຈຳລອງການທ່ອງທ່ຽວຢ້ຽມຊົມຟາມລ້ຽງງົວນົມ ຂອງໂຄງການ "ແດນສະຫວັນນ້ຳນົມ ມົກເຈົາ" |
ແດນສະຫວັນນ້ຳນົມ ມົກເຈົາ - ໃນໄລຍະມໍ່ໆມານີ້ ປະຊາຊົນຫລາຍຄົນຢູ່ ແຂວງເຊີນລາ - ເຂດໄຕບັກ (ຕາເວັນຕົກສ່ຽງເຫນືອຫວຽດນາມ) ໄດ້ຮູ້ຈັກຊື່ນີ້. ນີ້ແມ່ນໂຄງການໃຫມ່ ຂອງບໍລິສັດຫຸ້ນສ່ວນແນວພັນງົວນົມ ມົກເຈົາ. ໂຄງການນີ້ ນອນໃນ 11 ໂຄງການ ຊື່ງແຂວງ ເຊີນລາ ຫາກໍ່ມອບແຜນນະໂຍບາຍຮັບຮອງການລົງທຶນໃນກາງເດືອນ ຕຸລາ ຜ່ານມາ. ຄາດວ່າ ປີ 2024 ເມື່ອໂຄງການໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວ ຈະສ້າງຈຸດໂດດເດັ່ນສຳຄັນ ດ້ວຍຮູບແບບທ່ອງທ່ຽວ, ທັດສະນະສຶກສາອັນດູດດື່ມໃຫ້ແກ່ນັກທ່ອງທ່ຽວ ເວົ້າສະເພາະ ແລະ ຂະແຫນງທ່ອງທ່ຽວ ມົກເຈົາ - ເຊີນລາ ເວົ້າລວມ, ປະກອບສ່ວນຊຸກຍູ້ເສດຖະກິດ - ສັງຄົມ ຂອງທ້ອງຖິ່ນພັດທະນາ.
ນອກຈາກກະກຽມກໍ່ສ້າງ ແດນສະຫວັນນ້ຳນົມ ມົກເຈົາ ແລ້ວ, ໂຄງການເຂດທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ ແລະ ລະຫລິ້ນບັນເທີງທີ່ມີຄຸນນະພາບສູງຢູ່ເຂດປ່າ ບ້ານອາງ ໂດຍບໍລິສັດພັດທະນາທ່ອງທ່ຽວສາກົນ ເຟື້ອງຮ່ວາງ ມົກເຈົາ ຈຳກັດ ເປັນເຈົ້າຂອງການລົງທຶນ ກໍ່ໄດ້ນຳເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ. ຜ່ານໄລຍະ 4 ປີແຫ່ງການຜັນຂະຫຍາຍ, ໂຄງການໄດ້ກໍ່ສ້າງສຳເລັດຫລາຍກິດຈະກຳທັນສະໄຫມ, ແຕ່ລະປີດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ພັກຜ່ອນບຳລຸງສຸຂະພາບນັບໝື່ນໆເທື່ອຄົນ. ທ່ານ ຫງວຽນວັນຮຸ່ງ ປະທານກຸ່ມບໍລິສັດສາກົນ ເຟື້ອງຮ່ວາງ ໃຫ້ຮູ້ວ່າ: ໃນວິວັດແຫ່ງການຜັນຂະຫຍາຍໂຄງການ, ເມືອງ ມົກເຈົາ ແລະແຂວງ ເຊີນລາ ຍາມໃດກໍ່ເອົາໃຈໃສ່, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ແລະ ສ້າງຄວາມສະດວກທີ່ສຸດໃຫ້ແກ່ນັກລົງທຶນ.
“ເມື່ອຮັບຫນ້າທີ່ກໍ່ສ້າງໂຄງການນີ້ ພວກຂ້າພະເຈົ້າໄດ້ປະຕິບັດຕາມບາດກ້າວຄືດັ່ງການແນະນຳຂອງພະແນກແຜນການ ແລະ ການລົງທຶນແຂວງ ເຊີນລາ ເພື່ອເຮັດບັນດາລະບຽບການລົງທຶນ. ພວກຂ້າພະເຈົ້າກຳນົດວ່າ ກ່ອນອື່ນໝົດ ຕ້ອງກໍ່ສ້າງເຂດລະຫລິ້ນບັນເທີງໃຫ້ແກ່ປະຊາຊົນຢູ່ເຂດໄຕບັກເວົ້າສະເພາະ, ຫລັງຈາກນັ້ນ ຈຶ່ງແມ່ນປະຊາຊົນບັນດາແຂວງທີ່ຢູ່ທາງພາກເໜືອຫວຽດນາມ”
ເຂດພູພຽງ ມົກເຈົາ ໄດ້ຮັບການຂະຫນານນາມວ່າ ແມ່ນ ດາລາດແຫ່ງທີສອງ |
ນອກຈາກແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 200 ຄົນຢູ່ ທ້ອງຖິ່ນແລ້ວ, ເຈົ້າຂອງໂຄງການ ຍັງຕັ້ງຫນ້າຮ່ວມເດີນທາງພ້ອມກັບອຳນາດການປົກຄອງທ້ອງຖິ່ນ ເຄື່ອນໄຫວວຽກງານກຸສົນ, ສະຫວັດດີການສັງຄົມຫລາຍໆຢ່າງອີກດ້ວຍ.
ເພື່ອດຶງດູດນັກລົງທຶນ ເຂົ້າມາລົງທຶນຢູ່ແຂວງໃຫ້ໄດ້ຫລາຍກວ່າ, ເປັນຕົ້ນແມ່ນນັກລົງທຶນໃຫຍ່, ທາງແຂວງເຊີນລາ ໄດ້ຜັນຂະຫຍາຍມາດຕະການຢ່າງຄົບຊຸດ, ຈຸດສຸມແມ່ນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ນັກລົງທຶນ. ໃນໄລຍະ 5 ປີມານີ້, ມີ 49 ໂຄງການເຂົ້າມາລົງທຶນຢູ່ແຂວງ ດ້ວຍເງິນລົງທຶນທັງໝົດແມ່ນກວ່າ 7000 ຕື້ດົ່ງ ຊື່ງຈົດທະບຽນລົງທຶນເຂົ້າເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ, ໃນນັ້ນ ມາຮອດປະຈຸບັນ ມີ 24 ໂຄງການໄດ້ກໍ່ສ້າງສຳເລັດແລະໄດ້ເຄື່ອນໄຫວແລ້ວ, ສ່ວນໂຄງການທີ່ຍັງເຫລືອ ພວມຢູ່ໃນຂັ້ນຕອນຜັນຂະຫຍາຍ. ທ່ານ ລອງຈຸງເຕິມ, ປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ ໃຫ້ຮູ້ວ່າ:
“ເມືອງ ມົກເຈົາ ໄດ້ສ້າງຕັ້ງຫນ່ວຍງານດຶງດູດການລົງທຶນ ໂດຍທ່ານຮອງປະທານຄະນະກຳມະການເມືອງ ຮັບຜິດຊອບດ້ານເສດຖະກິດຂອງເມືອງເປັນຫົວຫນ້າ. ສະມາຊິກແມ່ນຢູ່ບາງອົງການ ຄະນະ, ຂະແຫນງການ ແລະ ບັນດາຕາແສງທີ່ມີໂຄງການພວມຜັນຂະຫຍາຍຢູ່ບໍລິເວນ. ສຳລັບໂຄງການຈຸດສຸມ, ທາງອຳນາດການປົກຄອງເມືອງ ຈະຈັດຕັ້ງການລາຍງານ, ປຶກສາຫາລືໃນແຕ່ລະອາທິດ ກ່ຽວກັບຄວາມຄືບຫນ້າໃນການຜັນຂະຫຍາຍ ແລະ ຕັ້ງຫນ້າສົມທົບກັບນັກລົງທຶນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຜັນຂະຫຍາຍໂຄງການ”
ມົກເຈົາ ໄດ້ຮັບຖືວ່າແມ່ນ ດາລາດແຫ່ງທີສອງ ແລະ ແມ່ນຫນຶ່ງໃນບັນດາເຂດທ່ອງທ່ຽວສຳຄັນທີ່ສຸດໃນແລວທ່ອງທ່ຽວ “ຜ່ານເຂດໄຕບັກ”. ປະຈຸບັນ ພ້ອມກັບການຍູ້ແຮງການດຶງດູດນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ, ແຂວງ ເຊີນລາ ແລະ ທ້ອງຖິ່ນຕ່າງໆກໍ່ພວມເອົາໃຈໃສ່ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ ກ່ຽວກັບການທ່ອງທ່ຽວເ ພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງ, ສູ້ຊົນສ້າງໃຫ້ປະຊາຊົນແຕ່ລະຄົນກາຍເປັນ “ທູດທ່ອງທ່ຽວ”.
ໃນສະພາບໂລກລະບາດໂຄວິດ 19 ສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງການເຄື່ອນໄຫວທ່ອງທ່ຽວ, ເມືອງມົກເຈົາ ພວມຍູ້ແຮງການສັກວັກຊິນກັນໂຄວິດ ໃຫ້ປະຊາຊົນໝົດທຸກຄົນ, ເພື່ອຮັບປະກັນໃຫ້ ມົກເຈົາ ເປັນຈຸດນັດພົບທີ່ດູດດື່ມ ແລະ ປອດໄພສຳລັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

