ຕົ້ນດອກກ້ວຍໄມ້ດິນ ຊາປາ |
ຕົ້ນດອກກ້ວຍໄມ້ດິນ ຊາປາ ໃນເບື້ອງຕົ້ນແມ່ນຕົ້ນປົ່ງແບບທຳມະຊາດ ຢູ່ຕາມພູຜາປ່າໄມ້ ຖືກພໍ່ແມ່ພີ່ນ້ອງເອົາເມືອບ້ານ ປູກໃນຍາມບຸນເຕັດ, ພາຍຫຼັງມາ ໄດ້ຄ່ອຍໆມີຄວາມນິຍົມຊົມຊອບ ແລະ ໄດ້ກາຍເປັນສິນຄ້າທີ່ມີມູນຄ່າເສດຖະກິດສູງ. ປັດຈຸບັນ ໃນບໍລິເວນຕາແສງມີຫຼາຍກວ່າ 500 ຄວົຄອບໃນຍອດຈຳນວນ 636 ຄອບຄົວ ປູກຕົ້ນດອກກ້ວຍໄມ້ດິນ ເຊິ່ງລວມມີປະມານ 20.000 ໂຖ. ແຕ່ລະປີຕາແສງ ຕາຝິ່ນ ໄດ້ສະໜອງປະມານ 70% ຈຳນວນດອກກ້ວຍໄມ້ດິນ ໃຫ້ແກ່ຕະຫຼາດ ຢູ່ຊາປາ ໃນໂອກາດບຸນເຕັດ. ຍອດລາຍຮັບຈາກການປູກຕົ້ນດອກກ້ວຍໄມ້ດິນ ຂອງທັງຕາແສງໃນ ປີ 2016 ຄາດວ່າຈະບັນລຸກວ່າ 8 ຕື້ດົ່ງ, ໃນນັ້ນ ມີຫຼາຍຄອບຄົວ ສາມາດສ້າງລາຍຮັບນັບ 100 ລ້ານດົ່ງຕໍ່ປີ ເຊັ່ນ ຄອບຄົວ ລຸງເວືອງເຖຈຸງ, ລຸງ ຫວ່າງອາຈາວ ຢູ່ບ້ານ ຢາງຈາ, ລຸງ ຈາງອາຊາ ທີ່ບ້ານ ສ້ວຍເທົ່າ… ນອກຈາກນັ້ນ ກໍ່ຍັງມີຫຼາຍຄວບຄົວໃນຕາແສງ ບໍ່ພຽງແຕ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ ຫາກຍັງສາມາດປຸກໄດ້ເຮືອນຢູ່, ມີເງິນທຶນໃຫ້ລູກຫຼານໄປຮ່ຳຮຽນ ແລະ ຊື້ປະກອບເຄື່ອງໃຊ້ໄມ້ສອຍໃນຄອບຄົວຄື ໂທລະທັດ, ຕູ້ເຢັນ, ລົດຈັກ, ລົດໃຫ່ຍ… ລຸງ ຈາງອາຊາເປີດເຜີຍວ່າ:
“ການປະກອບອາຊີບປູກຕົ້ນດອກກ້ວຍໄມ້ດິນ ມາຮອດປັດຈຸບັນ ກໍ່ໄດ້ມີລາຍຮັບດີພໍສົມຄວນ. ແຕ່ລະປີກໍ່ສາມາດຫາເງິນໄດ້ 2-3 ຮ້ອຍລ້ານດົ່ງ. ດອກກ້ວຍໄມ້ດິນຕົ້ນຕໍແມ່ນຖືກຂາຍໃນໂອກາດບຸນເຕັດ, ຖືກສົ່ງໄປຂາຍຢູ່ຫຼາຍແຫ່ງໃນທົ່ວປະທດຄື ແຂວງ ກາວບັງ, ລ້າງເຊີນ. ລູກຄ້າສ່ວນຫຼາຍແມ່ນໝູ່ເພື່ອນ, ພະນັກງານລັດກໍ່ຊອກຫາມາຊື້. ການປູກຕົ້ນດອກກ້ວຍໄມ້ດິນ ບໍ່ພຽງແຕ່ສາມາດ ສ້າງລາຍຮັບໃຫ້ແກ່ຄອບຄົວເທົ່ານັ້ນ ຫາກຍັງສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນອີກດ້ວຍ. ປັດຈຸບັນ ຂະບວນການປູກດອກກ້ວຍໄມ້ດິນ ໄດ້ແຜ່ຂະຫຍາຍ ກາຍເປັນຂະບວນການໃຫ່ຍ ຈາກບໍລິເວນຈອມພູສູງ ຕະຫຼອດລົງຮອດເຂດຕີນພູ ເບິ່ງຄືວ່າຄອບຄົວໃດກໍ່ປູກຕົ້ນດອກກ້ວຍໄມ້ດິນ.”
ອ້າຍ ເວືອງວັນເຟືອງ ຢູ່ຕາແສງ ຕາຝິ່ນ ແບ່ງປັນວ່າ: ເມື່ອຮັບຮູ້ໄດ້ເຖິງຕົ້ນດອກກວ້ຍໄມ້ດິນ ນຳມູນຄ່າເສດຖະກິດສູງມາໃຫ້, ຊ້ຳພັດແທດເໝາະກັບອາກາດ ຢູ່ແຫ່ງທີ່ອ້າຍພວມດຳລົງຊີວິດ, ດັ່ງນັ້ນ ອ້າຍຈິ່ງໄດ້ຫານກ້າລົງທຶນ ຮູບແບບປູກຕົ້ນດອກກ້ວຍໄມ້ດິນດ້ວຍຈຳນວນນັບ 100 ໂຖໃຫ່ຍ, ນ້ອຍທີ່ແຕກຕ່າງກັນ. ດ້ວຍລາຄາສະເລຍແຕ່ 2.000.000-3.000.000 ດົ່ງ/ໂຖ, ພິເສດ ມີດອກກ້ວຍໄມ້ດິນບາງໂຖມີມູນຄ່າຂຶ້ນເຖິງນັບ 10.000.000 ດົ່ງ, ເມື່ອຫັກຄ່າໃຊ້ຈ່າຍອອກ ຄອບຄົວຂອງອ້າຍກໍ່ຍັງໄດ້ກຳໄລແຕ່ 1.000.000-2.000.000 ດົ່ງ/ໂຖ. ແຕ່ລະປີຄອບຄົວຂອງອ້າຍສາມາດສ້າງລາຍຮັບໄດ້ແຕ່ 60-100 ລ້ານດົ່ງ. ອ້າຍ ເວືອງວັນເຟືອງ ເປີດເຜີຍວ່າ:
“ປູກຕົ້ນດອກກ້ວຍໄມ້ດິນ ແມ່ນເລີ່ມມາຈາກຄວາມເມົາມົວ, ຄາວຍັງນ້ອຍລຸງຄີງ ຂອງຂ້າພະເຈົ້າກໍ່ໄດ້ມີສວນດອກກ້ວຍໄມ້ດິນ, ຂ້າພະເຈົ້າມັກຫຼາຍ ແລະ ໄດ້ຝັກໄຝ່ຄວາມຫວັງ ແລະ ໄດ້ເລີ່ມປະຕິບັດນັບແຕ່ປີ 2010ເປັນຕົ້ນມາ. ຜ່ານສອງສາມປີ ປູກດອກກ້ວຍໄມ້ດິນ, ຂ້າພະເຈົ້າໄດ້ມີລາຍຮັບສູງ. ປັດຈຸບັນ ໄດ້ປູກປະມານ 700 ໂຖ ເພື່ອຂ່າຍອອກສູ່ຕະຫຼາດໃນແຕ່ລະປີ”.
ເພື່ອເຂົ້າໃຈແຈ້ງກ່ຽວກັບຜົນປະໂຫຍດ ທາງດ້ານເສດຖະກິດ ຈາກຮູບແບບການປູກດອກກ້ວຍໄມ້ດິນ, ໃນການພົບປະແລກປ່ຽນກັບທ່ານຈາງອາຊາ ຮອງປະທານສະພາປະຊາຊົນຕາແສງ ຕາຝິ່ນ, ທ່ານ ຊາ ໃຫ້ຮູ້ວ່າ: ປັດຈຸບັນໃນບໍລິເວນຕາແສງມີຫຼາຍກວ່າ 600 ຄອບຄົວ ປູກຕົ້ນດອກກ້ວຍໄມ້ດິນ ດ້ວຍປະມານ 35.000 ໂຖ. ມີຫຼາຍຄອບຄົວບັນລຸລາຍຮັບແຕ່ 100-200 ລ້ານດົ່ງຕໍ່ປີ ຈາກການປູກຕົ້ນດອກກ້ວຍໄມ້ດິນ. ລາຍຮັບສະເລຍ ທົ່ວຕາແສງຄາດວ່າຈະບັນລຸເກືອບ 10 ຕື້ດົ່ງຕໍ່ປີ. ຕະຫຼາດຈຳໜ່າຍຕົ້ນຕໍ ແມ່ນຢູ່ພາຍໃນແຂວງ ແລະ ຕ່າງແຂວງຄື ຮ່າໂນ້ຍ, ຮາຍຟ່ອງ, ນະຄອນໂຮ່ຈີມິນ. ດ້ວຍປະສິດທິຜົນທາງດ້ານເສດຖະກິດສູງ ຈາກການປູກຕົ້ນດອກກ້ວຍໄມ້ດິນ, ຫຼາຍຄອບຄົວຢູ່ຕາແສງ ຕາຝິ່ນ, ເມືອງ ຊາປາ, ແຂວງ ລາວກາຍ ໄດ້ເລັ່ງໃສ່ຮູບແບບປູກຕົ້ນດອກກ້ວຍໄມ້ດິນ ເພື່ອຂາຍອອກສູ່ຕະຫຼາດ, ອັນໄດ້ສ້າງແຫຼ່ງລາຍຮັບຢ່າງຫຼວງຫຼາຍ, ຊ່ວຍໃຫ້ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
