ການປູກໝາກກ້ຽງຕາມມາດຕະຖານ VietGAP |
ເພື່ອຍົກສູງປະສິດທິຜົນການຜະລິດ ແລະ ຄຸນນະພາບຕົ້ນໝາກກ້ຽງ ແນໃສ່ປະກອບສ່ວນພັດທະນາກະສິກຳຕາມທິດຍືນຍົງ, ເມືອງ ກວາງບິ່ງ ໄດ້ຜັນຂະຫຍາຍການປະຕິບັດຮູບແບບ: “ໜ່ວຍຜະລິດໝາກກ້ຽງ VietGAP”. ໜ່ວຍຜະລິດໝາກກ້ຽງ VietGAP ໄດ້ສົົມທົບກັບບັນດາຕາແສງ ເປີດບັນດາຊຸດຝຶກອົບຮົມຖ່າຍທອດວິທະຍາສາດ ເຕັກນິກໃຫ້ແກ່ການຂະຫຍາຍຕົ້ນໝາກກ້ຽງຢູ່ທ້ອງຖິ່ນ. ມາຮອດປັດຈຸບັນ, ເມືອງ ກວາງບິ່ງ ໄດ້ມີເນື້ອທີ່ໝາກກ້ຽງເກືອບ 1.000 ເຮັກຕາ ບັນລຸມາຕະຖານ VietGAP. ໂດຍປະຕິບັດການປູກຕາມມາດຕະຖານ VietGAP ນັ້ນ, ໄດ້ພາໄປເຖິງການປ່ຽນແປງຢ່າງໃຫ່ຍຫຼວງກ່ຽວກັບວິທີປູກ, ບົວລະບັດສຳລັບບັນດາສວນໝາກກ້ຽງ ດ້ວຍຂະໜາດຂອງໝາກທີ່ສະໝ່ຳສະເໝີ, ລະບົບຫົດນ້ຳຄົບຊຸດ. ທ່ານ ຟຸ່ງຫວຽດວິງ ຮອງປະທານຄະນະກຳມະການປະຊາຊົນເມືອງ ກວາງບິ່ງ ໃຫ້ຮູວ່າ:
“ຕົ້ນໝາກກ້ຽງແມ່ນຕົ້ນໄມ້ກິນໝາກ ທີ່ມີມູນຄ່າເສດຖະກິດສູງ ແລະ ເມືອງ ກວາງບິ່ງ ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາຕົ້ນໄມ້ກິນໝາກ ທີ່ເປັນປາຍແຫຼມ, ສຸມໃສ່ພັດທະນາໃນແຜນສ້າງໂຄງປະກອບການປູກຝັງຄືນໃໝ່ຂອງເມືອງ. ໃນບໍລິເວນເມືອງ ມີເນື້ອທີ່ໝາກກ້ຽງປະມານ 2.500 ເຮັກຕາ, ໃນນັ້ນກວ່າເຄິ່ງໜຶ່ງພວມຢູ່ໃນໄລຍະເກັບກູ້, ໃນນັ້ນສວນຫຼາຍກໍ່ໄດ້ປະຕິບັດຕາມຮູບແບບ VietGAP. ເພື່ອໃຫ້ຕົ້ນໝາກກ້ຽງຂະຫຍາຍຕົວ, ທາງເມືອງໄດ້ມີບັນດາກົນໄກກ່ຽວກັບການວາງແຜນຜັງເຂດປູກຝັງ, ນະໂຍບາຍໃຫ້ກູ້ຢືມທຶນ ກໍ່ຄືສຸມໃສ່ທ າງດ້ານວິທະຍາສາດເຕັກນິກເພື່ອລົງທຶນບົວລະບັດ ເພື່ອໃຫ້ສະມັດຕະພາບ ແລະ ປະລິມານການຜະລິດສູງສຸດ”.
ໃນໄລຍະບົວລະບັດຕົ້ນໝາກກ້ຽງຕາມມາດຕະຖານ VietGAP, ບັນດາຄອບຄົວຊາວສວນຍາມໃດກໍ່ຮັບປະກັນເຕັກນິກການຕັດຊອຍຕົ້ນໝາກກ້ຽງ, ເປັນເຈົ້າການໃນການ ກວດກາສວນ ແລະ ນຳໃຊ້ຢາປ້ອງກັນພືດພິເສດ ທີ່ນອນໃນສາລະບານຢາປາບສັດຕູພືດ ໄດ້ຮັບອະນຸຍາດ ດັ່ງນັ້ນ ໝາກກ້ຽງກໍ່ບໍ່ຖືກສັດຕູພືດທຳລາຍ ແລະ ກໍ່ໃຫ້ສະມັດຕະພາບສູງກວ່າ. ລຸງ ດັ້ງຮຸຍຕ໋ຽນ ຫົວໜ້າໜ່ວຍຜະລິດໝາກກ້ຽງ VietGAP ບ້ານ ຊວນຟູ ຕາແສງ ອຽນຮ່າ ໃຫ້ຮູ້ວ່າ: ນັບແຕ່ປີ 1986 ມາເຖິງປັດຈຸບັນ, ຄອບຄົວຂອງລຸງໄດ້ປູກໝາກກ້ຽງໃນເນື້ອທີ່ກວ່າ 3 ເຮັກຕາ ດ້ວຍຕົ້ນໝາກກ້ຽງກວ່າ 1.600 ຕົ້ນ, ລາຍຮັບສະເລ່ຍແມ່ນໄດ້ແຕ່ 150 ລ້ານ ຫາ 200 ລ້ານດົ່ງ. ດ້ວຍຄວາມຫວັງສືບຕໍ່ມີລະດູປູກຝັງໄດ້ຮັບຜົນດີ ແລະ ນຳໝາກກ້ຽງທີ່ມີເຄື່ອງໝາຍການຄ້າອອກສູ່ຕະຫຼາດ, ປີ 2013 ລຸງ ຕ໋ຽນ ໄດ້ເຂົ້າຮ່ວມການປະຕິບັດຮູບແບບໝາກກ້ຽງ VietGAP. ລຸງ ຕ໋ຽນ ໃຫ້ຮູ້ວ່າ:
“ນັບແຕ່ເມື່ອຄອບຄົວໄດ້ຜັນຂະຫຍາຍ ປູກໝາກກ້ຽງຕາມມາດຕະຖານ VietGAP, ພວກຂ້າພະເຈົ້າຍາມໃດກໍ່ໄດ້ຮັບການແນະນຳຈາກພະນັກງານ ກ່ຽວກັບການບົວລະບັດ, ຕັດຊອຍ ແລະ ໃສ່ຝຸ່ນຖືກຕາມມາດຕະຖານ. ມາຮອດປັດຈຸບັນ ສວນໝາກກ້ຽງຂອງຄອບຄົວຂ້າພະເຈົ້າ ໄດ້ບັນລຸສະມັດຕະພາບ ແລະ ຄຸນນະພາບນັບມື້ນັບສູງຂຶ້ນ. ໂດຍແມ່ນຫົວໜ້າໜ່ວຍຜະລິດ, ຂ້າພະເຈົ້າຍາມໃດກໍ່ໂຄສະນາຂົນຂວາຍ ແລະ ແນະນຳໃຫ້ແກ່ພໍ່ແມ່ພີ່ນ້ອງຊາວສວນໂດຍກົງ ກ່ຽວກັບການປູກໝາກກ້ຽງໃນສວນຂອງຕົນ ຈາກນັ້ນກໍ່ໄດ້ຮັບໝາກຜົນດີທີ່ສຸດ”
ຜ່ານການຜັນຂະຫຍາຍ ປະຕິບັດເປັນເວລາກວ່າ 5 ປີ, ປັດຈຸບັນໃນບໍລິເວນເມືອງ ກວາງບິ່ງ ໄດ້ມີຈຳນວນ 15 ໜ່ວຍຜະລິດໝາກກ້ຽງ VietGAP. ບັນດາທ່າດີຂອງໜ່ວຍຜະລິດໝາກກ້ຽງ VietGAP ສາມາດຢັ້ງຢືນຄຸນນະພາບ, ຄວາມປອດໄພ, ດ້ານສຸຂະອະນາໄມສະບຽງອາຫານ, ອັນໄດ້ຍົກສູງສະມັດຕະພາບ ແລະ ເຮັດໃຫ້ລາຄາໝາກກ້ຽງເປັນປົກກະຕິ. ພ້ອມກັນນັ້ນ, ການຈຳໜ່າຍກໍ່ມີຄວາມສະດວກໃນທ້ອງຕະຫຼາດ. ທ່ານ ຟຸ່ງຫວຽດວິງ ຢືນຢັນວ່າ:
“ປັດຈຸບັນທາງເມືອງ ກໍ່ພວມຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ ເພື່ອຈຳໜ່າຍຜະລິດຕະພັນໝາກກ້ຽງ, ຊອກຫາສົ້ນອອກໃຫ້ແກ້ຜະລິດຕະພັນຂອງຊາວສວນ. ຄາດວ່າພວກຂ້າພະເຈົ້າຈະສະເໜີໃຫ້ແຂວງ ສ້າງບາງເຂດສວນໝາກກ້ຽງທີ່ມີຄຸນນະພາບ, ໄດ້ມາດຕະຖານສູງກວ່າ ເມື່ອທຽບໃສ່ໝາກກ້ຽງ VietGAP ໃຫ້ກາຍເປັນເຂດຕົວແບບ ເພື່ອສາມາດນຳຜະລິດຕະພັນ ໄປຈຳໜ່າຍຢູ່ຕາມຮ້ານພະຊັບສິນຄ້າ”.
ປີນີ້ເມືອງ ກວາງບິ່ງ ຄາດວ່າຈະບັນລຸປະລິມານການຜະລິດໝາກກ້ຽງປະມານ 12.000 ໂຕນ, ບັນລຸແຫຼ່ງລາຍຮັບກວ່າ 100 ຕື້ດົ່ງ. ດ້ວຍໝາກຜົນບັນລຸໄດ້ຄືດັ່ງກ່າວ, ຮູບແບບປູກໝາກກ້ຽງຕາມມາດຕະຖານ VietGAP ພວມແມ່ນທິດກ້າວເດີນທີ່ເໝາະສົມພວມໄດ້ຮັບການທະວີຄູນ ແລະ ເສີມຂະຫຍາຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
