ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຈີນ ພາຍຫຼັງຮອບເວລາ 11 ປີ ແລະ ກໍແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ ຫຼີຊຽນ ໃນຖານະເປັນນາຍົກລັດຖະມົນຕີ, ເຊິ່ງເປັນການສະແດງໃຫ້ເຫັນເຖິງພັກ ແລະ ລັດ ຈີນ ແລະ ສ່ວນຕົວທ່ານ ຫຼີຊຽນ ໄດ້ຖືການພົວພັນ ຫວຽດນາມ - ຈີນ ເປັນສຳຄັນ.

(ພາບປະກອບ: qdnd.vn)

ການຢ້ຽມຢາມ ໄດ້ດຳເນີນໃນຈຸດເວລາທັງສອງປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ (18/01/1950 – 18/01/2025), ເປັນເຫດການສືບທອດມູນເຊື້ອການພົວພັນແລກປ່ຽນຂັ້ນສູງລະຫວ່າງສອງພັກ, ສອງລັດ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃຫ້ຫຼາຍກວ່າອີກ.

ທ່ວງທ່າພັດທະນາຢ່າງຕັ້ງໜ້າທີ່ສຸດ ນັບແຕ່ເມື່ອສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ

ນັບແຕ່ພາຍຫຼັງການນຳຂັ້ນສູງສອງພັກ, ສອງລັດ ຕົກລົງເຫັນດີສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນເດືອນທັນຍາ 2023, ການພົວພັນສອງປະເທດໄດ້ຮັກສາທ່ວງທ່າພັດທະນາຢ່າງຕັ້ງໜ້າ, ແຜ່ກະຈາຍເຖິງທຸກຂັ້ນ, ທຸກຂະແໜງການຢ່າງແຮງ ແລະ ບັນລຸໄດ້ຫຼາຍຜົນງານສຳຄັນໃນທຸກຂົງເຂດ. ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ນັບມື້ນັບໄດ້ຮັບການເພີ່ມທະວີ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໃຫ້ຂໍ້ສັງເກດວ່າ:

“ຈຸດພົ້ນເດັ່ນທີ່ສຸດໃນການພົບປະຄັ້ງຕ່າງໆນັ້ນແມ່ນ ສອງຝ່າຍລ້ວນແຕ່ຢັ້ງຢືນການຖືປະເທດເພື່ອນເປັນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງປະເທດຕົນ. ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ເປັນບຸລິມະສິດແຖວໜ້າ ແລະ ແມ່ນການເລືອກເຟັ້ນຍຸດທະສາດ. ໃນຂະນະນັ້ນ, ຈີນ ເນັ້ນໜັກເຖິງການຢຶດໝັ້ນນະໂຍບາຍມິດຕະພາບກັບ ຫວຽດນາມ, ຖື ຫວຽດນາມ ແມ່ນບຸລິມະສິດໃນການຕ່າງປະເທດຖານບ້ານໃກ້ເຮືອນຄຽງ. ຈີນກໍຢັ້ງຢືນຈະສະໜັບສະໜູນ ຫວຽດນາມ ພັດທະນາຢ່າງວັດທະນາຖາວອນ, ປະຊາຊົນມີຄວາມຜາສຸກ, ສ້າງພື້ນຖານເສດຖະກິດເຕີບໂຕເຂັ້ມແຂງ, ເອກະລາດ, ເປັນເຈົ້າຕົນເອງ”.

ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ. ຈີນຮັກສາການເປັນຄູ່ຮ່ວມມືການຄ້າໃຫຍ່ສຸດ ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ຫວຽດນາມ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ຈີນ ໃນອາຊຽນ ແລະ ຄູ່ຮ່ວມມືໃຫຍ່ອັນດັບທີ 5 ຂອງ ຈີນ ໃນໂລກ. 9 ເດືອນຕົ້ນປີ 2024, ວົງເງິນສົ່ງອອກ - ນຳເຂົ້າສອງຝ່າຍບັນລຸ 148,6 ຕື້ USD ແລະ ຄາດວ່າໃກ້ຈະບັນລຸລະດັບ 200 ຕື້ USD ໃນທ້າຍປີນີ້. ປັດຈຸບັນ, ສອງຝ່າຍພວມຕັ້ງໜ້າຊຸກຍູ້ “ການເຊື່ອມຈອດແຂງ” ລະຫວ່າງສອງປະເທດກ່ຽວກັບທາງລົດໄຟ, ເສັ້ນທາງດ່ວນ, ອົງປະກອບພື້ນຖານໂຄງລ່າງດ່ານຊາຍແດນ; ຍົກລະດັບ “ການເຊື່ອມຈອດອ່ອນ” ກ່ຽວກັບວຽກງານພາສີອັດສະລິຍະ, ດ່ານອັດສະລິຍະ ເພື່ອແນໃສ່ສ້າງເງື່ອນໄຂສະດວກ ແລະ ຍົກສູງການພົວພັນແລກປ່ຽນການຄ້າລະຫວ່າງສອງຝ່າຍຫຼາຍກວ່າອີກ.

ການຮ່ວມມືໃນບັນດາຂົງເຂດອື່ນ, ເຊັ່ນ: ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການພົບປະຊາຊົນ… ບັນລຸຜົນງານແທດຈິງຫຼາຍຝ່າຍ. ສອງຝ່າຍກໍບັນລຸໄດ້ຫຼາຍຜົນງານໃນການສ້າງເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ, ທ່ານນາງ ຫງວຽນທິເຮື່ອງ ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ຢັ້ງຢືນວ່າ:

ການແລກປ່ຽນການຄ້າຜ່ານດ່ານຊາຍແດນແຫ່ງຕ່າງໆໄດ້ຮັບການເຕີບໂຕຢ່າງແຮງ. ວຽກງານເປີດ, ຍົກລະດັບດ່ານຊາຍແດນບັນລຸໝາກຜົນອັນພົ້ນເດັ່ນຫຼາຍຢ່າງ, ການສ້າງພື້ນຖານໂຄງລ່າງ, ເຊື່ອມຈອດຄົມມະນາຄົມຢູ່ເຂດຊາຍແດນກໍໄດ້ຮັບການເພີ່ມທະວີ. ການພົວພັນຮ່ວມມືມິດຕະພາບລະຫວ່າງທ້ອງຖິ່ນລຽບຕາມຊາຍແດນສອງປະເທດກໍ່ໄດ້ຮັບການຮັກສາດ້ວຍຮູບແບບທີ່ຫຼາກຫຼາຍ ແລະ ແທດຈິງ. ບັນດາກົນໄກຮ່ວມມືໄດ້ຮັບການຈັດຕັ້ງປະຕິບັດເປັນປະຈຳ.”

ພ້ອມດຽວກັນນັ້ນ, ສອງຝ່າຍຍາມໃດກໍຮັກສາການແລກປ່ຽນ, ຄວບຄຸມຄວາມບໍ່ລົງລອຍກັນຢູ່ທະເລ, ຕັ້ງໜ້າສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ເຮັດໃຫ້ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເລິກເຊິ່ງກວ່າອີກ

ໃນທ່ວງທ່າການພົວພັນພວມພັດທະນາຢ່າງດີງາມນັ້ນ, ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໄດ້ມີການພົບປະ, ສົນທະນາ ທີ່ສຳຄັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ. ສອງຝ່າຍຈະລົງເລິກການປຶກສາຫາລືບັນດາມາດຕະການ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງສອງພັກ, ສອງລັດ ໃຫ້ມີປະສິດທິຜົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ພິເສດ, ນາຍົກລັດຖະມົນຕີສອງປະເທດ ຈະປຶກສາຫາລື, ກຳນົດບັນດາເນື້ອໃຈຈຸດສຸມ ແລະ ບັນດາມາດຕະການລະອຽດ ເພື່ອແນໃສ່ເພີ່ມທະວີການຮ່ວມມືອັນແທດຈິງໃນບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ວິທະຍາສາດເຕັກໂນໂລຢີ…

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ກໍສ້າງກຳລັງຜັກດັນຢ່າງແຮງເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ສືບຕໍ່ຮັກສາ ແລະ ເປີດກວ້າງການພົວພັນທີ່ມີຢູ່ແລ້ວ ກັບ ຈີນ, ຜ່ານນັ້ນ ກໍ່ປະກອບສ່ວນປັບປຸງພື້ນຖານສັງຄົມໃຫ້ມີຄວາມຍືນຍົງ, ຈົບງາມເພື່ອການພັດທະນາຂອງການພົວພັນສອງຝ່າຍໃຫ້ຫຼາຍກວ່າອີກ. ການຢ້ຽມຢາມ ກໍເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ./.