ການສູ້ຢັນລະຫວ່າງ ອິດສະຣາແອນ ແລະ ກຳລັງ ແຮກໂບລາ ຢູ່ ລິບັງ ເພີ່ມຂຶ້ນຢ່າງແຮງນັບແຕ່ເມື່ອການປະທະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອນ ແລະ ຂະບວນການ ຮາມາດສ, ກຳລັງພັນທະມິດຂອງ ແຮກໂບລາ ໄດ້ເກີດຂຶ້ນຢ່າງຮ້າຍແຮງເມື່ອເດືອນ ຕຸລາ ປີກາຍນີ້. ເຖິງຢ່າງໃດກໍຕາມ ສອງຝ່າຍພວມຫຍັບມໍ່ເຂົ້າກັບສະພາບເກີດສົງຄາມຮອບດ້ານໃນຊຸມມື້ມໍ່ໆມານີ້ ພາຍຫລັງບັນດາການກະທຳເຄັ່ງຕຶງເພີ່ມຂຶ້ນ.
ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງຮອບດ້ານ
ບັນດາການກະທຳເພີ່ມຄວາມເຄັ່ງຕຶງຢ່າງຮ້າຍແຮງໃນການສູ້ຢັນກັນ ລະຫວ່າງ ອິດສະຣາແອນ ແລະ ແຮກໂບລາແມ່ນເລີ່ມແຕ່ວັນທີ 17 ກັນຍາ ເມື່ອເກີດເຫດເຄື່ອງຕິດຕໍ່ສື່ສານຕ່າງໆຖືກລະເບີດຢູ່ເຂດດິນແດນ ລີບັງ ເຮັດໃຫ້ເກືອບ 40 ຄົນຖືກເສຍຊີວິດ ແລະ ອີກ 3.000 ຄົນໄດ້ຮັບບາດເຈັບ. ເຖິງວ່າ ຝ່າຍ ອິດສະຣາແອນ ບໍ່ມີຄຳເຫັນໃດຕໍ່ເຫດເກີດຂຶ້ນນີ້ ແຕ່ວົງການນັກສັງເກດການໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນການບຸກໂຈມຕີໂດຍກົງເພື່ອເລັ່ງໃສ່ ແຮກໂບລາ ແລະ ບັນດາກຸ່ມເປັນປໍລະປັກກັບ ອິດສະຣາແອນ ຢູ່ ເຂດນີ້ກໍຕາມ. ຕໍ່ຈາກນັ້ນ ກອງທັບ ອິດສະຣາແອນ ໄດ້ເປີດບັ້ນບຸກໂຈມຕີທາງອາກາດຢ່າງດຸເດືອດເລັ່ງໃສ່ສະຖານທີ່ຫລາຍແຫ່ງຢູ່ ລີບັງ. ຕາມແຫລ່ງຂ່າວຈາກ ກອງທັບ ອິດສະຣາແອນ, ໄລ່ຮອດວັນທີ 26 ກັນຍາ, ກອງທັບອາກາດປະເທດນີ້ ໄດ້ບຸກໂຈມຕີຫລາຍກວ່າ 1.600 ເປົ້າໝາຍໂດຍໄດ້ຮັບຖືວ່າ ແມ່ນມີສ່ວນກ່ຽວຂ້ອງເຖິງ ແຮກໂບລາຢູ່ ພາກໃຕ້ ລີບັງ ແລະ ນະຄອນຫລວງ Beirut, ທຳລາຍພື້ນຖານໂຄງລ່າງດ້ານການທະຫານຫລາຍແຫ່ງ ແລະ ເຮັດໃຫ້ຜູ້ບັນຊາການຂັ້ນສູງຂອງກຳລັງນີ້ຢ່າງຫນ້ອຍສຸດແມ່ນ 3 ຄົນເສຍຊີວິດ.
ຮ້າຍແຮງກວ່ານັ້ນ, ບັນດາການບຸກໂຈມຕີທາງອາກາດນີ້ ໄດ້ເຮັດໃຫ້ສາມັນຊົນເກືອບ 700 ຄົນຢູ່ ລິບັງ ຖືກເສຍຊີວິດ, ແລະ ລະດັບລົ້ມຫາຍຕາຍຈາກໃນວັນແມ່ນຫລາຍສຸດນັບແຕ່ສົງຄາມພາຍໃນເກີດຂຶ້ນຢູ່ ລິບັງ ກ່ອນນີ້ 3 ທົດສະວັດ. ເພື່ອໂຕ້ຕອບ, ກຳລັງ ແຮກໂບລາ ໄດ້ຍິງ ລູກຈະຫລວດ ນັບຮ້ອຍໆລູກ, ເຄື່ອງບິນບໍ່ມີຄົບຂັບ(UAV) ແລະ ລູກສອນໄຟເລັ່ງໃສ່ບັນດາເປົ້າໝາຍຢູ່ເຂດດິນແດນ ອິດສະຣາແອນ, ໃນນັ້ນ ມີເລື່ອງເປັນຄັ້ງທຳອິດ ລູກສອນໄຟນຳວິຖີຂອງ ແຮກໂບລາ ກໍ່ໄດ້ເລັ່ງໃສ່ ນະຄອນຫລວງ Tel-Aviv ໃນວັນທີ 25 ກັນຍາ.
ຕໍ່ຫນ້າໄພອາດຈະເກີດສົງຄາມຮອບດ້ານ ຍູ້ທົ່ວພາກພື້ນຕາເວັນອອກກາງຕົກເຂົ້າສູ່ສະພາບສັບສົນວຸ້ນວາຍ, ປະຊາຄົມສາກົນ ພວມຮີບເຮັ່ງດຳເນີນບັນດາບັ້ນເຄື່ອນໄຫວການທູດ ເພື່ອແກ້ໄຂສະພາບການສັບສົນດັ່ງກ່າວ. ຢູ່ ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 (UNGA-79) ພວມດຳເນີນຢູ່ ນິວຢອກ (ອາເມລິກາ), ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ລ້ວນແຕ່ມີຄຳເຕືອນຕໍ່ສົງຄາມຮອບດ້ານອາດຈະເກີດຂຶ້ນ ລະຫວ່າງ ອິດສະຣາແອນ ແລະ ແຮກໂບລາ ນັ້ນຈະເຮັດໃຫ້ພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງໂດຍບໍ່ສາມາດຄາດຄະເນລ່ວງຫນ້າໄດ້. ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຖະແຫລງວ່າ:
“ພວກຂ້າພະເຈົ້າ ມີຄຳຮຽກຮ້ອງຢ່າງຈະແຈ້ງຕໍ່ທຸກຝ່າຍ, ນັ້ນແມ່ນຕ້ອງຢຸດຕິການເຂັ່ນຂ້າສາມັນຊົນ ແລະ ທຳລາຍພື້ນຖານໂຄງລ່າງ, ຫລຸດຖ້ອຍທຳນອງແບບນາບຂູ່ ແລະ ຖອຍອອກຈາກສະພາບອາດຈະເກີດສົງຄາມ. ຄວນຫລີກລ້ຽງເລື່ອງເກີດສົງຄາມຮອບດ້ານ ດ້ວຍທຸກວິທີທາງ ເພາະວ່າ ເລື່ອງນັ້ນ ແນ່ນອນວ່າຈະແມ່ນໄພພິບັດຮອບດ້ານ”
ການກະທຳດ້ານການທູດເປັນຫນ້າສົນໃຈສຸດໃນປະຈຸບັນ ນັ້ນແມ່ນຄຳສະເຫນີໂດຍ ຝລັ່ງ - ອາເມລິກາ ຍົກອອກມາໃນວັນທີ 25 ກັນຍາ, ຕາມນັ້ນແລ້ວ ບັນດາຝ່າຍປະຕິບັດຄຳສັ່ງຢຸດຍິງໃນເວລາ 21 ວັນ ເພື່ອມີເວລາໃຫ້ແກ່ການເຈລະຈາດ້ານການທູດ. ເຖິງວ່າໄດ້ຮັບການສະຫນັບສະຫນູນສ່ວນໃຫຍ່ຈາກຫລາຍປະເທດ ແຕ່ຂໍ້ສະເຫນີນີ້ ບໍ່ຖືກຍອມຮັບຈາກ ອິດສະຣາແອນ ແລະ ແຮກໂບລາໃນຈຸດເວລານີ້. ໃນຖະແຫລງການທີ່ຍົກອອກມາເມື່ອວັນທີ 26 ກັນຍາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອນ, ຖະແຫລງວ່າ: ກອງທັບປະເທດນີ້ ຈະສືບຕໍ່ບັ້ນບຸກໂຈມຕີຂະຫນາດໃຫຍ່ເພື່ອເລັ່ງໃສ່ ແຮກໂບລາ, ໃນຂະນະນັ້ນ ແຮກໂບລາ ຍັງບໍ່ທັນມີການໂຕ້ຕອບໃດຕໍ່ຂໍ້ສະເຫນີນີ້. ຕາມຜູ້ຊ່ຽວຊານ Andreas Krieg , ສິ່ງທີ່ສາມາດແກ້ໄຂສະພາບສັບສົນ ຢູ່ ລີບັງ ປະຈຸບັນ ຍັງຄົງແມ່ນເລື່ອງຢຸດຕິການປະທະກັນ ຢູ່ ເຂດ ກາຊາເພາະວ່າ ກຳລັງ ແຮກໂບລາ ຍາກທີ່ຈະຍອມຮັບບໍ່ວ່າຄຳສະເຫນີເຈລະຈາ ຫລື ຂໍ້ຕົກລົງໃດກັບ ອິດສະຣາແອນ ຕາມໃດທີ່ການປະທະກັນຢູ່ ເຂດ ກາຊາ ຍັງສືບຕໍ່ດຳເນີນໄປ ແລະ ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຍັງຄົງຖະແຫລງບໍ່ປະນິປະນອມທຸກສິ່ງໃດຢູ່ ເຂດ ກາຊາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ