ເດືອນທັນວາ 2000, ສະມັດຊາໃຫຍ່ ສປຊ ເລືອກເອົາວັນທີ 18 ທັນວາທຸກປີແມ່ນວັນຊາວອົບພະຍົບສາກົນຢ່າງເປັນທາງການ (IDM) ເພື່ອແນໃສ່ແຜ່ກະຈ່າຍບັນດາສານຂອງ “ສົນທິສັນຍາສາກົນ ກ່ຽວກກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານອົບພະຍົບໝົດທຸກຄົນ ແລະ ບັນດາສະມາຊິກໃນຄອບຄົວ”, ໂດຍ ສະມັດຊາໃຫຍ່ ສປຊ ຮັບຮອງເອົາແຕ່ປີ 1990.
ສະພາບການມຶດມົວກ່ຽວກັບການອົບພະຍົບ
ໃນບົດລາຍງານການອົບພະຍົບໂລກ 2024 ໄດ້ປະກາດເມື່ອເດືອນກໍລະກົດປີນີ້, ອົງການອົບພະຍົບສາກົນ (IOM) ໃຫ້ຮູ້ວ່າໄລ່ຮອດປີ 2020, ທົ່ວໂລກຄາດວ່າມີຊາວອົບພະຍົບປະມານ 281 ລ້ານຄົນ, ໂດຍເວົ້າເຖິງຜູ້ຄົນທີ່ພວມດຳລົງຊີວິດຢູ່ປະເທດທີ່ບໍ່ແມ່ນບ້ານເກີດເມືອງນອນຂອງຕົນ. ຕົວເລກນີ້ຫຼາຍກ່ວາ 128 ລ້ານຄົນເມື່ອທຽບໃສ່ກັບປີ 1990 ແລະ ທົບ 3 ເທົ່າເມື່ອທຽບໃສ່ກັບຕົວເລກຄາດຄະເນໃນປີ 1970. ສິ່ງນີ້ສະແດງໃຫ້ເຫັນການອົບພະຍົບສືບຕໍ່ແມ່ນທ່າອ່ຽງໃຫຍ່ໃນການເຄື່ອນຍ້າຍຂອງປະຊາກອນທົ່ວໂລກ, ເຖິງຢ່າງໃດກໍຕາມຈຳນວນຊາວອົບພະຍົບກວມເອົາພຽງປະມານ 3,6%ປະຊາກອນທົ່ວໂລກໃນປີ 2020.
ຕາມ IOM ແລ້ວ, ການອົບພະຍົບແມ່ນກະແສທຳມະຊາດ, ເໝາະສົມກັບບັນດາຄວາມຕ້ອງການດ້ານເສດຖະກິດ - ສັງຄົມຂອງບັນດາປະເທດ, ປະຊາຄົມ ແລະ ການອົບພະຍົບແມ່ນກຳລັງໜູນສຳຄັນໃຫ້ແກ່ການພັດທະນາເສດຖະກິດ ແບບຍືນຍົງຂອງຫຼາຍປະເທດ. ເຖິງຢ່າງໃດກໍຕາມ, ໃນສະພາບການຂາດສະຖຽນລະພາບ ແລະ ການປະທະກັນແຜ່ລາມອອກສູ່ວົງກວ້າງຢູ່ຫຼາຍບັນດາພາກພື້ນໃນທົ່ວໂລກໃນປັດຈຸບັນ, ບັນດາຄວາມຫຍຸ້ງຍາກທີ່ສຸດກ່ຽວກັບການອົບພະຍົບແມ່ນສະພາບການອົບພະຍົບແບບບັງຄັບ, ການອົບພະຍົບແບບຜິດກົດໝາຍ ແລະ ຈຳນວນຊາວອົບພະຍົບເສຍຊີວິດພວມເພີ່ມຂຶ້ນຢູ່ລະດັບເປັນໜ້າກ່າວເຕືອນ. ບັນດາການປະທະກັນຢູ່ ຊູດັງ, ເຂດກາຊາ, ຢູແກຼນ, ການຂາດສະຖຽນລະພາບດ້ານການເມືອງທີ່ແກ່ຍາວຢູ່ຕາເວັນອອກກາງ, ອາບຟຼິກກາເໜືອ, ເສດຖະກິດຖືກວິກິດການຢູ່ທະວີບອາເມລິກາໃຕ້… ພວມກໍ່ບັນດາກະແສອົບພະຍົບລີ້ໄພໃຫຍ່ທີ່ສຸດ ເຊິ່ງໂລກຕ້ອງຮັບມືນັບແຕ່ເວລາພາຍຫຼັງກະແສອົບພະຍົບລີ້ໄພ ຢູ່ຊີຣີໃນປີ 2015. ທ່ານ Filippo Grandi ຂະຫຼວງໃຫຍ່ ສປຊ ກ່ຽວກັບຊາວອົບພະຍົບ ໃຫ້ຮູ້ວ່າ:
ປັດຈຸບັນໃນໂລກມີປະຊາຊົນປະມານ 123 ລ້ານຄົນຕ້ອງປະລະເຮືອນຊານອົບພະຍົບລີ້ໄພ. ນີ້ແມ່ນຜູ້ຄົນທີ່ແລ່ນຈາກການໃຊ້ຄວາມຮຸນແຮງ ແລະ ບັນດາການປະທະກັນທີ່ນຳມາເຊິ່ງຜົນຕາມມາທີ່ຮ້າຍແຮງຄືຢູ່ລີບັງ ຫຼືເຂດກາຊາ, ເຊິ່ງແມ່ນສະຖານທີ່ທີ່ຈຳເປັນຕ້ອງມີຄຳສັ່ງຢຸດຍິງແຕ່ຍັງບໍ່ທັນໄດ້ຮັບການປະຕິບັດໃຫ້ປະກົດຜົນເປັນຈິງ.
ການອົບພະຍົບແບບບັງຄັບ ແລະ ການອົບພະຍົບຜ່ານບັນດາເສັ້ນທາງຜິດກົດໝາຍເກີດຂຶ້ນເປັນປະຈຳ ໄດ້ເຮັດໃຫ້ຄວາມປອດໄພ, ຊຳບໍ່ໜຳແມ່ນຊີວິດອິນຊີຂອງຊາວອົບພະຍົບລີ້ໄພຖືກນາບຂູ່. ຕາມອົງການອະນາໂມໂລກ (WHO) ແລ້ວ, ຕາມບັນດາຕົວເລກສະຖິຕິທາງການຈຳນວນຜູ້ເສຍຊີວິດບົນເສັ້ນທາງອົບພະຍົບໃນປີ 2023, ແມ່ນຢູ່ລະດັບສູງສະຖິຕິກ່ວາ 8.500 ຄົນ. ບັນດາເສັ້ນທາງອົບພະຍົບໃຫຍ່ຄື: ແຕ່ອາບຟຼິກກາໃຕ້ ໄປຍັງເອີລົບຜ່ານທະເລ ເມດີເຕີເຣເນຍ, ແຕ່ຝລັ່ງໄປຍັງອັງກິດຜ່ານຊ່ອງແຄບ Manche ຫຼື Darien Gap, ເຂດປ່າໄມ້ເຊື່ອມຕໍ່ Panama ແລະ Colombia ຢູ່ອາເມລິກາກາງ, ລ້ວນແຕ່ໄດ້ຮັບຮູ້ຈຳນວນຊາວອົບພະຍົບເສຍຊີວິດເປັນຢູ່ຈຳນວນຫຼາຍທີ່ສຸດໃນຫຼາຍປີຜ່ານມາ.
ເຖິງຢ່າງໃດກໍຕາມ, ພວມມີສັນຍານທີ່ຕັ້ງໜ້າຈຳນວນໜຶ່ງ ກ່ຽວກັບສະພາບການອົບພະຍົບທົ່ວໂລກ, ພິເສດຢູ່ຊີຣີ ເຊິ່ງແມ່ນຈຸດຮ້ອນກ່ຽວກັບການອົບພະຍົບລີ້ໄພໃນທົດສະວັດຜ່ານມາ. ພາຍຫຼັງກຳລັງ Hayat Tahrir al-Sham (HTS) ໂຄ່ມລົ້ມອຳນາດການປົກຄອງຂອງທ່ານ Bashar Al-Assad ແລະ ຂຶ້ນກຳອຳນາດ, ເຊິ່ງມີຈຳນວນຊາວອົບພະຍົບລີ້ໄພ ຊີຣີ ໄດ້ຄາດຄະເນວ່າຈະກັບຄືນບ້ານເກີດເມືອງນອນ. ຕາມທ່ານນາງ Rema Jamous Imseis ຜູ້ອຳນວຍການອົງການລີ້ໄພ ສປຊ ຮັບຜິດຊອບພາກພື້ນຕາເວັນອອກກາງ ແລະ ອາບຟຼິກກາໃຕ້ ແລ້ວ, ມີຊາວຊີຣີປະມານ 1 ລ້ານຄົນ ຈະກັບເມືອປະເທດໃນປະມານ 6 ເດືອນຕົ້ນປີ 2025, ຜ່ານນັ້ນລຸດຜ່ອນກຳລັງດັນຕໍ່ບັນດາປະເທດຮັບຊາວອົບພະຍົບ, ພິເສດແມ່ນຕວັກກີ, ເຊິ່ງແມ່ນສະຖານທີ່ຮັບຊາວອົບພະຍົບຊີຣີ 3 ລ້ານຄົນນັບແຕ່ປີ 2011.
ຍ້ອງຍໍຊົມເຊີຍການປະກອບສ່ວນຂອງຊາວອົບພະຍົບ
ໃນສານທີ່ໄດ້ອອກເນື່ອງໂອກາດວັນຊາວອົບພະຍົບສາກົນປີນີ້, IOM ສືບຕໍ່ລາຍງານກ່ຽວກັບບັນດາບັນຫາມະນຸດສະທຳນັບມື້ນັບເພີ່ມຂຶ້ນກ່ຽວກັບບັນຫາອົບພະຍົບທົ່ວໂລກ, ພິເສດແມ່ນສະພາບຈຳນວນຜູ້ເສຍຊີວິດເພີ່ມຂຶ້ນໃນເສັ້ນທາງອົບພະຍົບ. ເຖິງຢ່າງກໍຕາມ, IOM ກໍ່ເນັ້ນໜັກເຖິງແງ່ມູນຕ່າງໆໃນບັນດາບັນຫາອົບພະຍົບແມ່ນບັນດາການປະກອບສ່ວນດ້ານເສດຖະກິດທີ່ນັບມື້ນັບໃຫຍ່ຂຶ້ນຂອງປະຊາຄົມຊາວອົບພະຍົບໃນທົ່ວໂລກໃຫ້ແກ່ບັນດາປະເທດ. ຕາມຕົວເລກຂອງ IOM, ຈຳນວນເງິນຕາຕ່າງປະເທດເຊິ່ງຊາວອົບພະຍົບປະກອບສ່ວນໃຫ້ແກ່ບັນດາປະເທດ ແລະ ຄອບຄົວໄດ້ເພີ່ມຂຶ້ນທົບ 7 ເທົ່າໃນໄລຍະ 2 ທົດສະວັດຜ່ານມາ, ນັບແຕ່ລະດັບ 128 ຕື້ USD ໃນປີ 2000 ຂຶ້ນເປັນ 831 ຕື້ USD ໃນປີ 2022. ຈຳນວນເງິນຕາຕ່າງປະເທດນີ້ແມ່ນແຫຼ່ງການເງິນທີ່ສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຫຼາຍປະເທດ, ພົ້ນເດັນຂຶ້ນແມ່ນປະເທດ: ອິນເດຍ (111 ຕື້ USD), ເມັກຊີໂກ (61 ຕື້ USD) ຫຼື ຟີລິບປິນ (38 ຕື້ USD). ທ່ານນາງ Ugochi Daniels ຮອງຜູ້ອຳນວຍການໃຫຍ່ຮັບຜິດຊອບບັນດາລາຍການກະທຳຂອງ IOM ໃຫ້ຮູ້ວ່າ:
ໃນໂລກເຊິ່ງພວກເຮົາພວມຕ້ອງເຫັນປະຈັກຕາບັນດາວິກິດການທີ່ບໍ່ມີວັນສິ້ນສຸດ, IOM ເຊື່ອໝັ້ນຢ່າງແນ່ນອນວ່າ ການແກ້ໄຂບັນຫາອົບພະຍົບລີ້ໄພເປັນຢ່າງດີ ແມ່ນພື້ນຖານໃຫ້ແກ່ການພັດທະນາແບບໝັ້ນແກ່ນ ແລະ ວັດທະນາຖາວອນ ຂອງທຸກໆປະເທດ.
ເພື່ອແນໃສ່ປົກປ້ອງສິດຂອງຊາວອົບພະຍົບ ແລະ ຊ່ວຍບັນດາປະເທດຂຸດຄົ້ນເປັນຢ່າງດີທີ່ສຸດບັນດາການປະກອບສ່ວນກ່ຽວກັບເສດຖະກິດ - ສັງຄົມຂອງຊາວອົບພະຍົບ, IOM ປະກາດຄຳຮຽກຮ້ອງທົ່ວໂລກ 2025 ເພື່ອລະດົມບັນດາການປະກອບສ່ວນດ້ານການເງິນ. ຕາມ IOM ແລ້ວ, ແຫຼ່ງການເງິນໄດ້ຮັບການລະດົມຈະຮັບໃຊ້ໃຫ້ແກ່ເປົ້າໝາຍຜັນຂະຫຍາຍບັນດາແຜນການກະທຳຢູ່ 170 ປະເທດ ແລະ ເຂດແຄ້ວນ, ໜູນຊ່ວຍໃຫ້ຊາວອົບພະຍົບຢ່າງໜ້ອຍສຸດ 100 ລ້ານຄົນໃນທົ່ວໂລກ. ຢູ່ຂອບຂະໜາດໃຫຍ່ກ່ວາ, ວັນທີ 15 ທັນວາ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກໍ່ຮຽກຮ້ອງໃຫ້ບັນດາປະເທດປະຕິບັດຄຳໝັ້ນສັນຍາໃນຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຢ່າງປອດໄພຢ່າງຄົບຖ້ວນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຫຼັກການ (GCSORM), ໂດຍສປຊ ຮັບຮອງເອົາກ່ອນນີ້ 6 ປີ. ຕາມຜູ້ນຳສປຊ ແລ້ວ, ສົນທິສັນຍານີ້ ໄດ້ສະໜອບບັນດາວິທີການແກ້ໄຂຢ່າງລະອຽດເພື່ອປົກປ້ອງຊີວິດອິນຊີ, ສິດຜົນປະໂຫຍດຂອງຊາວອົບພະຍົບ, ພ້ອມທັງສ້າງກອບນິຕິກຳຢ່າງໝັ້ນແກ່ນເພື່ອອາດສາມາດລະດົມການປະກອບສ່ວນຢ່າງມີປະສິດທິຜົນຂອງຊາວອົບພະຍົບເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຢູ່ແຕ່ລະປະເທດ ແລະ ປະຊາຄົມຮອງຮັບເຂົາເຈົ້າ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ